ຂ່າວດີຕ້ອນຮັບວັນໃໝ່! ວັກຊີນປ້ອງກັນໂຄວິດ-19 ຈໍານວນ 300,000 ໂດສ ແລະ ເຂັມສັກຢາມາຮອດລາວແລ້ວ


ຂ່າວດີສຸດຂອງເຊົ້າວັນໃໝ່ຂອງວັນທີ 8 ກຸມພາ 2021 ເຊິ່ງເຮືອບິນ Boeing 757-200PCF ຖ້ຽວບິນ YG2860 ຈາກນະຄອນປັກກິ່ງ ເດີນທາງມາຮອດສະໜາມບິນວັດໄຕໃນເວລາ 00:48 ນາທີ, ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານແຫ່ງ ສປ ຈີນ.

      ມີວັກຊີນປ້ອງກັນໂຄວິດ-19 ຈໍານວນ 300,000 ໂດສ.

      ເຂັມສັກຢາຈໍານວນ 300,800 ອັນ ໃຫ້ແກ່ ສປປ ລາວ.

      ລັດຖະບານຈີນໄດ້ສົ່ງວັກຊີນ ຈາກເສັ້ນທາງບິນ ປັກກິ່ງ ມາຍັງ ນະຄອນຫຼວງວຽງຈັນ 01 ຖ້ຽວບິນ.

ໃຫ້ກຽດໃນການຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈ່ຽງຈ້າຍຕົງ ເອກອັກຄະລັດຖະທູດຈີນ ປະຈໍາລາວ ພ້ອມດ້ວຍຄະນະເຈົ້າໜ້າທີ່ທາງການແພດຝ່າຍລາວ.

ພິທີມອບຮັບ ວັກຊີນຢ່າງເປັນທາງການແມ່ນຈະຈັດຂຶ້ນໃນເວລາ 10:00 ໂມງເຊົ້າ ຂອງວັນທີ 08 ກຸມພາ 2021 ທີ່ສູນວິເຄາະ ແລະ ລະບາດວິທະຍາ.

ໃນການຊ່ວຍເຫຼືອການ ສປ ຈີນ ລາວເຮົາຖືເປັນກຽດທີ່ສຸດ ພ້ອມທັງເປັນການສ້າງຂວັນກໍາລັງໃຈ ໃຫ້ແກ່ສັງຄົມລາວເຮົາເພີ່ມຂຶ້ນ ແລະ ຍັງເປັນສາຍພົວພັນທີ່ມີມິດໄມຕີຕໍ່ກັນຢ່າງບໍ່ຢຸດຢັ້ງ.

ທີ່ມາ: https://www.facebook.com/478509568864279/posts/3592665180782020/?sfnsn=mo