ອິນໂດເນເຊຍຍຸຕິການເກັບກູ້ຊາກຍົນຕົກທະເລ ແລະ ລະບຸຕົວຕົນຜູ້ເສຍຊີວິດ 43 ຄົນແລ້ວ


ຫຼັງຈາກທີ່ເຮືອບິນຂອງສາຍການບິນ sriwijaya Air ໄດ້ຕົກລົງ ໜ່ວຍຄົ້ນຫາ ແລະ ໜ່ວຍກູ້ໄພຂອງອິນໂດເນເຊຍໄດ້ປະກາດຢຸດການເກັບກູ້ຊາກເຮືອບິນໂດຍສານຂອງສາຍການບິນດັ່ງກ່າວ ເຊິ່ງປະສົບເຫດຕົກທະເລຊະວາພ້ອມຜູ້ໂດຍສານ ແລະ ລູກເຮືອ 62 ຄົນ ເມື່ອເກືອບສອງອາທິດກ່ອນ.

ບາກັສ ປູຣູຮິໂຕ ຫົວໜ້າໜ່ວຍງານຄົ້ນຫາ ແລະ ໜ່ວຍກູ້ໄພແຫ່ງຊາດ (SAR) ປະກາດຍຸຕິປະຕິບັດການຄົ້ນຫາຊາກເຮືອບິນທີ່ທ່າເຮືອຕັນຈຸງ ປຣິໂອະ ເມື່ອເວລາ 4.57 ນາທີ ຕາມເວລາທ້ອງຖິ່ນໂດຍການຕັດສິນໃຈດັ່ງກ່າວອ້າງອີງຜົນການປະເມີນທາງເຕັກໂນໂລຊີ, ການຄົ້ນຫາຜູ້ບາດເຈັບລວມເຖິງການຫາລືກັບຄອບຄົວຂອງຜູ້ເສຍຊີວິດ ສະຖາບັນທີ່ກ່ຽວຂ້ອງ.

ປັດຈຸບັນທີມເຈົ້າໜ້າທີ່ກູ້ໄພດຳເນີນການເກັບກູ້ຊິ້ນສ່ວນຮ່າງກາຍຜູ້ເສຍຊີວິດໄດ້ 324 ຖົງ ເສດຊາກທີ່ມີຂະໜາດນ້ອຍຂອງເຮືອບິນ 68 ຖົງ, ຊິ້ນສ່ວນຂະໜາດໃຫຍ່ຂອງເຮືອບິນ 55 ອັນ, ກ່ອງດຳທັງສອງກ່ອງໄດ້ແກ່ ເຄື່ອງບັນທຶກຂໍ້ມູນການບິນ (FDR) ແລະ ເຄື່ອງບັນທຶກສຽງໃນຫ້ອງນັກບິນ (CVR).

ປູຣູຮິໂຕ ລະບຸວ່າ ເຖິງແມ່ນຈະຍຸຕິປະຕິບັດການຄົ້ນຫາທີ່ໃຊ້ບຸກຄະລາກອນຫຼາຍກວ່າ 4,300 ຄົນ ເຮືອ 62 ລຳ ແລະ ເຮືອບິນ 15 ລຳ ລວມເຖິງຂະຫຍາຍໄລຍະເວລາຄົ້ນຫາສອງຄັ້ງ ດົນ 6 ມື້, ແຕ່ທີມເຈົ້າໜ້າທີ່ກູ້ໄພຈະຍັງຄົງເຝົ້າຕິດຕາມຂໍ້ມູນຈາກປະຊາຊົນ ຫາກພົບເຫັນຮ່ອງຮອຍ ຫຼື ຮ່າງກາຍຜູ້ເຄາະຮ້າຍ.

ທັງນີ້  ເຮືອບິນໂບອິງ 737-500 ຖ້ຽວບິນ SJ-182 ຂອງສາຍການບິນ ສິວິໄຊ ແອ ໄດ້ສູນຫາຍອອກຈາກເຣດ້າຫຼັງຂຶ້ນບິນຈາກກຸງຈາກາຕາ ເມືອງຫຼວງຂອງປະເທດໂດຍທາງການອິນໂດເນເຊຍສາມາດລະບຸຕົວຕົນຜູ້ເສຍຊີວິດໄດ້ 43 ຄົນແລ້ວ.

ຂອບໃຈຂໍ້ມູນຈາກ: