ສະຫະລັດອາເມຣິກາ ບັງຄັບໃຊ້ມາດຕະການຂວ້ຳບາດຕໍ່ ຈີນ ມຽນມາ ແລະ ເກົາຫຼີເໜືອ ເພື່ອຕອບໂຕ້ການຄຸກຄາມສິດທິມະນຸດ


ທີ່ນະຄອນ Washington D.C ໃນວັນທີ 10 ທັນວາທີ່ຜ່ານມາ ສະຫະລັດອາເມຣິກາໄດ້ກຳນົດມາດຕະການຂວ້ຳບາດ ບຸກຄົນແລະໜ່ວຍງານຈາກຈີນ, ເກົາຫຼີເໜືອ, ມຽນມາ ແລະ ບັງກາລະເທດ ເພື່ອເປັນການຕອບໂຕ້ ປະເດັນການຄຸກຄາມສິດທິມະນຸດ ແລະ ເພີ່ມບໍລິສັດປັນຍາປະດິດ (AI) ຂອງຈີນເຂົ້າໃນບັນຊີດຳໃນດ້ານການລົງທຶນ.

Wally Adeyemo

ການບັງຄັບໃຊ້ມາດຕະການຂວ້ຳບາດທີ່ກ່ຽວຂ້ອງກັບການລະເມີດສິດທິສ່ວນບຸກຄົນຂອງສະຫະລັດອາເມຣິການີ້ ແມ່ນໄດ້ຮັບການຮ່ວມມືຈາກແຄນນາດາ ແລະ ອັງກິດ. ທາງດ້ານ Wally Adeyemo ຮອງລັດຖະມົນຕີກະຊວງການເງິນ ກໍໄດ້ອອກມາກ່າວໃນຖະແຫຼງການວ່າ: “ການກະທຳຂອງເຮົາໃຫ້ມື້ນີ້ ແມ່ນໄດ້ຮັບການຮ່ວມມືກັບອັງກິດ ແລະ ແຄນນາດາ ເພື່ອເປັນການສົ່ງຂໍ້ຄວາມວ່າລະບອບປະຊາທິປະໄຕທົ່ວໂລກຈະຕໍ່ຕ້ານຜູ້ທີ່ໃຊ້ອຳນາດໃນທາງທີ່ຜິດ ເພື່ອປາບປາມປະຊາຊົນ” ເຊິ່ງວັນປະກາດແມ່ນກົງກັບວັນມະສິດທິມະນຸດ.

ການປະກາດຂວ້ຳບາດຈີນຄັ້ງນີ້ແມ່ນມີສາເຫດມາຈາກ ທາງການສະຫະລັດໄດ້ຂຶ້ນບັນຊີດຳ Sense Time ເຊິ່ງເປັນບໍລິສັດພັດທະນາເທັກໂນໂລຢີປັນຍາປະດິດຫຼື AI ຂອງຈີນ ໂດຍສະຫະລັດໄດ້ກ່າວຫາວ່າທາງບໍລິສັດພັດທະນາໂປຣແກຣມຈື່ຈຳໃບໜ້າທີ່ສາມາດລະບຸ ແລະ ກຳນົດໃບໜ້າຊາດພັນໄດ້ ໂດຍເນັ້ນໜັກໄປທາງກຸ່ມຊົນພື້ນເມືອງ, ຊາວມຸດສະລິມອຸຍກູ ເຊິ່ງມັນເປັນການຄຸກຄວາມສິດທິມະນຸດ.

ພາຍໃຕ້ບັນຊີດຳນີ້ຈະສົ່ງຜົນໃຫ້ນັກລົງທຶນໃນອາເມຣິກາບໍ່ສາມາດລົງທຶນກັບບໍລິສັດດັ່ງກ່າວໄດ້ ຂະນະທີ່ທາງບໍລິສັດ Sense Time ກໍໄດ້ອອກຖະແຫຼງການໃນວັນທີ 11 ທັນວາ ທີ່ຜ່ານມາວ່າ ຈະຄັດຄ້ານການຂຶ້ນບັນຊີດຳ ແລະ ຂໍ້ກ່າວຫາທັງໝົດຂອງລັດຖະບານສະຫະລັດ ໂດຍຢັ້ງຢືນວ່າຂໍ້ກ່າວຫາດັ່ງກ່າວບໍ່ແມ່ນຄວາມຈິງ.

ທາງດ້ານເອກອັກຄະລັດຖະທູດຈີນປະຈຳນະຄອນ Washington D.C ໄດ້ອອກມາປະນາມຄວາມເຄື່ອນໄຫວໃນການກຳນົດມາດຕະການຂວ້ຳບາດຂອງສະຫະລັດວ່າເປັນການແຊກແຊງກິດຈະການພາຍໃນຂອງຈີນຢ່າງຮ້າຍແຮງ ແລະ ລະເມີດຫຼັກປະຕິບັດພື້ນຖານດ້ານຄວາມສຳພັນລະຫວ່າງປະເທດ ເຊິ່ງຈະສົ່ງຜົນກະທົບຄວາມສຳພັນລະຫວ່າງຈີນແລະສະຫະລັດ ພ້ອມກັນນັ້ນຍັງຮຽກຮ້ອງໃຫ້ທຳນຽບຂາວຕັດສິນໃຈໃໝ່.

ກະຊວງການເງິນຂອງສະຫະລັດຍັງໄດ້ກຳນົດມາດຕະການຂວ້ຳບາດ ຕໍ່ໜ່ວຍງານອົງທະຫານຂອງມຽນມາ 2 ແຫ່ງ ແລະ ອົງກອນທີ່ຈັດຫາເງິນສຳຮອງໃຫ້ກອງທັບມຽນມາ ເຊິ່ງເປັນໜຶ່ງໃນໜ່ວຍງານທີ່ຜະລິດອາວຸດໃຫ້ກອງທັບທະຫານ ແລະ ຕຳຫຼວດ ເພື່ອປາບປາມຜູ້ຊຸມນຸມໃນວັນທີ 1 ກຸມພາທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດກວ່າ 1,300 ຄົນ ຕາມການລາຍງານຂອງສະມາຄົມຊ່ວຍເຫຼືອນັກໂທດທາງການເມືອງ (AAPP). ພ້ອມນີ້ ແຄນນາດາກໍບັງຄັບໃຊ້ມາດຕະການຂວ້ຳບາດຕໍ່ໜ່ວຍງານ 4 ແຫ່ງທີ່ກ່ຽວຂ້ອງກັບລັດຖະບານທະຫານມຽນມາ ໃນຂະນະທີ່ອັງກິດກໍໄດ້ກຳນົດມາດຕະການຂວ້ຳບາດຕໍ່ກອງທັບໃໝ່ຂອງມຽນມາອີກດ້ວຍ.

ນອກຈາກນີ້ ກະຊວງການເງິນຍັງໄດ້ຂຶ້ນບັນຊີດຳສຳນັກງານໄອຍະການກາງເກົາຫຼີເໜືອ ໂດຍມີສາເຫດມາຈາກໂຄງການທົດສອບອາວຸດ ແລະ ລະເບີດນິວເຄຍ ເຊິ່ງມັນເປັນອັນຕະລາຍຕໍ່ນານາຊາດ. ໂດຍກ່ອນໜ້ານັ້ນຝ່າຍບໍລິຫານຂອງປະທານາທິບໍດີ ໂຈໄບເດັນ ໄດ້ຮຽກຮ້ອງໃຫ້ເກົາຫຼີເໜືອເຂົ້າຮ່ວມເຈລະຈາກ່ຽວກັບໂຄງການນິວເຄຍ ແລະ ລູກສອນໄຟ ແຕ່ກໍບໍ່ສຳເລັດ.

ແລະເມື່ອວັນທີ 10 ທີ່ຜ່ານມານີ້ ກະຊວງການຕ່າງປະເທດຂອງສະຫະລັດໄດ້ຫ້າມ 12 ບຸກຄົນລວມທັງເຈົ້າໜ້າທີ່ຈາກ ຈີນ, ເບລາຣຸສ, ສີລັງກາ ເດີນທາງເຂົ້າມາໃນປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/