ວັນເກີດຂອງທ່ານ ກົງກັບອັນໃດໃນອະວະກາດ ເມື່ອ NASA ເປີດເຜີຍຮູບພາບອະວະກາດປະຈຳແຕ່ລະວັນເກີດ


ອົງການ NASA ຫຼື ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ ໄດ້ເປີດເວັບໄຊໃຫ້ທຸກຄົນສາມາດເລືອກວັນ-ເດືອນເກີດຂອງຕົນເອງ ເພື່ອຫາວ່າຮູບພາບໃນອະວະກາດອັນໃດທີ່ກົງກັບວັນເກີດຂອງຕົນເອງ.

ພຽງແຕ່ກົດເຂົ້າໄປໃນ https://www.nasa.gov/content/goddard/what-did-hubble-see-on-your-birthday ແລ້ວເລືອກວັນ-ເດືອນເກີດ ຮູບພາບກໍຈະປາກົດອອກມາ ພ້ອມກັບຂໍ້ຄວາມອະທິບາຍເຖິງຮູບພາບດັ່ງກ່າວ.

ຮູບພາບທັງໝົດທີ່ປາກົດ ແມ່ນຖ່າຍຈາກກ້ອງໂທລະທັດອະວະກາດຮັບເບິລ ເນື່ອງໃນໂອກາດທີ່ມັນເຮັດໜ້າທີ່ຈັບພາບທັງໝົດໃນອະວະກາດດົນນານຈົນຄົບ 30 ປີ ໃນປີ 2020 ທີ່ຜ່ານມາ.

ວັນເກີດຂອງທ່ານ ກົງກັບຮູບພາບໃດ ຢ່າລືມຄອມເມັ້ນໄວ້ລຸ່ມໂພສໃຫ້ເຮົາເບິ່ງນຳແດ່!

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/