ສັງຄົມໃນປັດຈຸບັນທີ່ຄາດຫວັງເລື່ອງຮູບຮ່າງໜ້າຕາ ກຳລັງກົດດັນໃຫ້ເຮົາກາຍເປັນໂຣກ Body Dysmorphic Disorder ຫຼາຍຂຶ້ນ


ໃນໂລກປັດຈຸບັນທີ່ພັດທະນານັບມື້ນັບໄວຂຶ້ນນັ້ນ ບໍ່ແມ່ນແຕ່ດ້ານເທັກໂນໂລຢີ ຫຼື ຄວາມຮູ້ ແຕ່ການຄຳນຶງເຖິງສິດທິຂອງບຸກຄົນກໍຄ່ອຍໆກະຈາຍເປັນວົງກວ້າງຂຶ້ນໄປ. ມາດຕະຖານຄວາມງາມ (Beauty Standard) ໄດ້ກະທົບໃຫ້ຫຼາຍຄົນຮູ້ສຶກບໍ່ມີຄຸນຄ່າໃນຮູບຮ່າງໜ້າຕາຂອງຕົນເອງ ລາມໄປຈົນຮອດເດັກໄວໜຸ່ມທີ່ຖືກຄຳວ່າມາດຕະຖານນັ້ນມາເປັນສິ່ງບອກຕົນເອງວ່າຕ້ອງເຮັດແນວນີ້ເທົ່ານັ້ນຈຶ່ງຖືກຕ້ອງ, ເມື່ອເຮັດບໍ່ໄດ້ ຫຼື ບໍ່ເປັນໄປຕາມທີ່ສັງຄົມຕ້ອງການ ພວກເຂົາກໍຫັນກັບມາໂທດໃສ່ຕົນເອງ ແລະ ເບິ່ງວ່າຕົນເອງນັ້ນເອງທີ່ຜິດປົກກະຕິ ມັນເອີ້ນວ່າ ໂຣກຄິດວ່າຮ່າງກາຍຂອງຕົນເອງຜິດປົກກະຕິ (Body Dysmorphic Disorder). ບາງຄົນອາດຈະຄິດວ່າໂຣກນີ້ແມ່ນໂຣກທີ່ບໍ່ເຄີຍໄດ້ຍິນມາກ່ອນ, ຫຼື ໂຣກນີ້ເກີດມາຍ້ອນສັງຄົມທີ່ເລີ່ມອ່ອນໄຫວກັບທຸກສິ່ງທຸກຢ່າງ. ແຕ່ທີ່ຈິງແລ້ວໂຣກນີ້ມີມາແຕ່ດົນນານ, ມີຫຼາຍຄົນທີ່ຕ້ອງເສຍຄວາມໝັ້ນໃຈຍ້ອນໂທດຕົນເອງວ່າຮ່າງກາຍມີຂໍ້ບົກຜ່ອງ ຈຶ່ງບໍ່ປະສົບຜົນສຳເລັດ ແລະ ຄົນທີ່ບໍ່ກ້າອອກມາເຂົ້າສັງຄົມຍ້ອນຖືກຂົ່ມເຫັງທາງຮູບຮ່າງໜ້າຕາ. ສິ່ງພວກນີ້ເຮົາເຫັນມັນມາຕະຫຼອດໃນຊີວິດຈົນຄິດວ່າເປັນເລື່ອງປົກກະຕິໄປແລ້ວ ແລະ ການທີ່ເຮົາມາຮູ້ຕົວວ່າມັນບໍ່ປົກກະຕິ ກໍສະແດງໃຫ້ເຫັນວ່າຕົວເຮົາກຳລັງເລີ່ມຮັບຮູ້ໄດ້ແລ້ວ.

ໂຣກທີ່ຄິດວ່າຮ່າງກາຍຂອງຕົນເອງຜິດປົກກະຕິ (Body Dysmorphic Disorder) ເປັນໂຣກທາງຈິດຊະນິດໜຶ່ງ ທີ່ຜູ້ປ່ວຍມັກຄິດເຖິງຂໍ້ບົກຜ່ອງ ຫຼື ຕຳໜິໃນຮູບຮ່າງຂອງຕົນເອງຢູ່ຕະຫຼອດ ບໍ່ວ່າຈະເປັນຂໍ້ບົກຜ່ອງເລັກນ້ອຍ ຫຼື ສິ່ງທີ່ຄົນພາຍນອກເບິ່ງບໍ່ເຫັນ ກໍຍັງຮູ້ສຶກອັບອາຍ ແລະ ວິຕົກກັງວົນຈົນອາດສົ່ງຜົນໃຫ້ຢາກຫຼີກເວັ້ນສະຖານະການສັງຄົມຕ່າງໆ.

ຄົນທີ່ເປັນໂຣກ Body Dysmorphic Disorder ກໍຈະຮູ້ສຶກຂາດຄວາມໝັ້ນໃຈໃນຮ່າງກາຍຂອງຕົນເອງ. ມີພຶດຕິກຳສັງເກດໜ້າຕາຮູບຮ່າງຕົນເອງຢ່າງຈິງຈັງ, ກວດເບິ່ງຕົນເອງຢູ່ກະຈົກຕະຫຼອດເວລາ, ມັກຈະຊອກຫາຄວາມໝັ້ນໃຈຂຶ້ນມາໃໝ່. ພຶດຕິກຳຕ່າງໆທີ່ເປັນສິ່ງປະຈຳວັນຢ່າງຊ້ຳໆກັນຈະສົ່ງຜົນໃຫ້ເກີດຄວາມກັງວົນໃຈ ຈົນກະທົບໄປຮອດການຈັດການຕົນເອງໃນຊີວິດແຕ່ລະມື້ທັງສັງຄົມ, ຄວາມສຳພັນ ໄປຈົນຮອດໜ້າທີ່ວຽກງານ.

ອາການຂອງຄົນທີ່ເປັນໂຣກ Body Dysmorphic Disorder ມີຄື

  • ກັງວົນຕໍ່ຈຸດທີ່ຕົນເອງຄິດວ່າເປັນຂໍ້ບົກຜ່ອງໃນຮ່າງກາຍ.
  • ໃຊ້ເວລາສ່ວນໃຫຍ່ປຽບທຽບໜ້າຕາຕົນເອງກັບຜູ້ອື່ນ.
  • ເບິ່ງຕົນເອງໃນແວ່ນ.
  • ເຊື່ອວ່າຕົນເອງມີຂໍ້ບົກຜ່ອງ ແລະ ມັນເປັນຈຸດທີ່ເຮັດໃຫ້ຕົນເອງຮູບຮ່າງໜ້າຕາບໍ່ດີ.
  • ເຊື່ອວ່າຄົນອື່ນເບິ່ງເຫັນຈຸດທີ່ຕົນເອງຮູ້ສຶກບົກຜ່ອງ ແລະ ມັກຈະຄິດໃນດ້ານລົບ.
  • ມີພຶດຕິກຳທີ່ຕ້ອງການປ່ຽນແປງ ຫຼື ເຊື່ອງ ຂໍ້ບົກພ່ອງນັ້ນທີ່ຄິດວ່າເກີນຈະຄວບຄຸມໄດ້ ແລະ ມັກຈະແຕ່ງໜ້າ ຫຼື ແຍງແວ່ນຕະຫຼອດເວລາ.
  • ມັກຈະຊອກຫາຄວາມໝັ້ນໃຈໃນໜ້າຕາຕົນເອງຈາກຄົນອື່ນ.
  • ຫຼີກເວັ້ນການເຂົ້າສັງຄົມ.

ສາເຫດໃນການກໍ່ໃຫ້ເກີດໂຣກ body dysmorphic disorder ບໍ່ມີທີ່ລະບຸແນ່ຊັດ. ມັນອາດເປັນຜົນຈາກການມີບັນຫາຫຼາຍຢ່າງມາລວມກັນ, ເຊັ່ນ: ບັນຫາປະຫວັດທີ່ຄອບຄົວມີໂຣກດັ່ງກ່າວມາ, ຄວາມຜິດປົກກະຕິຂອງສະໝອງ, ແລະ ການໄດ້ຮັບການປະເມີນໃນທາງລົບ ຫຼື ປະສົບການຂອງຜູ້ປ່ວຍທີ່ກ່ຽວກັບຮູບຮ່າງໜ້າຕາ.

ທຸກຄົນຕ່າງສາມາດເປັນໂຣກດັ່ງກ່າວໄດ້, ແຕ່ສ່ວນໃຫຍ່ທີ່ພົບເຫັນຈະແມ່ນຢູ່ໃນກຸ່ມເດັກໄວໜຸ່ມໄປຈົນຮອດໄວກາງຄົນທັງຜູ້ຍິງ ແລະ ຜູ້ຊາຍ. ປັດໄຈການເພີ່ມຄວາມສ່ຽງທີ່ຈະພັດທະນາ ຫຼື ກະຕຸ້ນໃຫ້ເກີດໂຣກນີ້ໄດ້ມີຄື:

  • ການມີຄອບຄົວ ຫຼື ຍາດຕິພີ່ນ້ອງທີ່ມີໂຣກທີ່ຄິດວ່າຮ່າງກາຍປົກກະຕິ.
  • ປະສົບການໃນທາງລົບ ເຊັ່ນການຖືກຂົ່ມເຫັງ, ຖືກຢອກ ຫຼື ຖືກປ່ອຍປະລະເລີຍ.
  • ການມີຄຸນສົມບັດນິດໄສໃດໜຶ່ງ ເຊັ່ນ ຄົນທີ່ມັກຄວາມສົມບູນແບບ Perfectionism.
  • ແຮງກົດດັນຈາກສັງຄົມ ແລະ ຄວາມຄາດຫວັງຂອງຄວາມງາມ (ມາດຕະຖານຄວາມງາມ)
  • ການມີໂຣກສຸຂະພາບຈິດອື່ນເຊັ່ນ: ໂຣກວິຕົກກັງວົນ ຫຼື ໂຣກຊຶມເສົ້າ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/