ກະຊວງສາທາລະນະສຸກ ຈັດພິທີສັກວັກຊີນ ໃຫ້ແກ່ພະນັກງານແພດໝໍ ຕ້ານພະຍາດໂຄວິດ-19 ທີ່ໂຮງໝໍມິດຕະພາບ 150 ຕຽງ


ໃນວັນທີ 27 ມັງກອນ 2021 ກະຊວງສາທາລະນະສຸກ ໄດ້ເປີດກວ້າງສັກວັກຊີນ ໃຫ້ແກ່ພະນັກງານແພດໝໍຜູ້ທີ່ມີຄວາມສ່ຽງສູງ ຜູ້ທີ່ປິ່ນປົວຜູ້ເຈັບຕະຫຼອດໄລຍະທີ່ຜ່ານມາ, ຖືໄດ້ວ່າເປັນກຸ່ມພິຈາລະນາທໍາອິດ ທີ່ໄດ້ສັກວັກຊີນທີ່ໄດ້ຮັບການຊ່ວຍເຫຼືອຈາກປະເທດເພື່ອນມິດ.

ວັກຊີນຈໍານວນນີ້ ກ່ອນຈະນໍາມາຍັງປະເທດເຮົາ ທາງປະເທດຈີນເອງກໍໄດ້ທົດສອບແລ້ວເປັນຈໍານວນ 03 ຮອບດ້ວຍກັນ ເປັນວັກຊີນທີ່ໄດ້ມາດຕະຖານແລ້ວ. ສະນັ້ນ, ຜູ້ຊ່ຽວຊານທີ່ຜະລິດວັກຊີນ ພ້ອມທັງພະນັກງານທູດຈີນແມ່ນໄດ້ສໍາມະນາປຶກສາຫາລືກັນ ເພື່ອເປັນການແລກປ່ຽນປະສົບການໃນການປ້ອງກັນ.

ສໍາລັບວັກຊີນຕ້ານພະຍາດໂຄວິດໃຫ້ພະນັກງານແພດໝໍທີ່ມີຄວາມສ່ຽງສູງແມ່ນມີ 2 ຈຸດດັ່ງນີ້: ໂຮງໝໍມິດຕະພາບ 150 ຕຽງ ແລະ ໂຮງໝໍເສດຖາທິລາດ, ປະກອບພະນັກງານແພດໝໍແມ່ ແລະ ເດັກ, ໂຮງໝໍ 103, ໂຮງໝໍມະໂຫສົດ, ໂຮງໝໍ 5 ເມສາ ແລະ ສູນການຢາ ເປັນຈໍານວນທັງໝົດ 600 ຄົນດ້ວຍກັນ.

ໃນປີ 2021 ຈະຕ້ອງສັກໃຫ້ໄດ້ປະມານ 25 ລ້ານຄົນ ກວມເອົາ 27/100 ຂອງປະຊາຊົນລາວ ຄາດວ່າເດືອນມີນາ ວັກຊີນຈະເຂົ້າມາຮອດລາວ ແລະ ມີການທະຍອຍເຂົ້າມາເລື້ອຍໆຈົນຮອດປີ 2023.

ຂອບໃຈຂໍ້ມູນຈາກ: https://fb.watch/3gQQVxdZsq/