IOS 14 ປ່ອຍໃຫ້ຜູ້ໃຊ້ທົ່ວໂລກພ້ອມເປີດໃຫ້ອັບເດດແລ້ວ!!


ສີ່ງທີ່ຕ້ອງຮູ້ສຳລັບ IOS 14 ສາມາດໃຊ້ໄດ້ກັບ iPhone 6s Plus , iPhone SE (ລຸ້ນທີ 1) , iPhone SE (ລຸ້ນທີ 2) , iPod touch (ລຸ້ນທີ 7) ໂດຍລຸ້ນທີ່ຕ່ຳສຸດຄື iPhone 6s ແຕ່ຫຼາຍຄົນບອກວ່າເລີ່ມຊ້າ ແລະ ມີອາການຄ້າງເຫຼັກນ້ອຍ ສ່ວນ iPhone 11 , iPhone 11 Pro , iPhone 11 Pro Max , iPhone XS, iPhone XS Max , iPhone XR, iPhone X , iPhone 8, iPhone 8 Plus , iPhone 7, iPhone 7 Plus ໃຊ້ໄດ້ແບບໄຫຼລື່ນປົກກະຕິ.

ສາມາດເຂົ້າແອັບພິເຄຊັ້ນ YouTube ແລະ ສາມາດຫຼີ້ນຢ່າງອື່ນໄດ້ໄປພ້ອມກັນ ເຊິ່ງເປັນແບບທີ່ສາວົກໄອໂຟນຖ້າມາດົນສຳລັບຟິວເຈີນີ້.

ສຳລັບໃຜທີ່ເບື່ອ Home Screen ແບບເກົ່າ IOS 14 ກໍ່ມາພ້ອມກັບ Home Screen ຮູບແບບໃໝ່ທີ່ສາມາດໃສ່ Widget ໃນໜ້າ Home ໄດ້ນຳ.

ສຸດລ້ຳສຳລັບ IOS 14 ສາມາດເລືອກເຊື່ອງໜ້າ Home ໃຫ້ຫາຍໄປທັ້ງໜ້າໄດ້ເລີຍ.
ສີ່ງທີ່ທຸກຄົນລໍຄອຍແອັບພິເຄຊັ້ນ IOS 14 ສາມາດເຊື່ອງ App ອອກຈາກໜ້າ Home ໄດ້ ເຖິງວ່າຍັງບໍ່ໄດ້ລົບແອັບກໍ່ຕາມ, ສຳລັບຄົນຂີ້ຄ້ານຈັດ App ໃນເຄື່ອງ ແອັບພິເຄຊັ້ນຖືກຈັດໝວດໆໝູ່ໃຫ້ອໍໂຕ້ໃນໜ້າ App Library.

IOS 14 ສາມາດໃຊ້ງານບາງແອັບໂດຍບໍ່ຕ້ອງໂຫຼດແອັບລົງເຄື່ອງໄດ້ດ້ວຍ ເຊັ່ນ: ເຊົ່າລົດຖິີບ ຫຼື ແອັບຖ້າຄິວຮ້ານອາຫານ ກໍ່ບໍຕ້ອງໂຫຼດລົງເຄື່ອງ ພຽງແຕ່ເອົາເຄື່ອງໄປສະແກນກໍ່ສາມາດໃຊ້ງານໄດ້ແລ້ວ ສຸດປັງຫຼາຍ ສຳລັບຟິວເຈີນີ້, IOS 14 ສາມາດກວດສອບໄດ້ວ່າ ແອັບພິເຄຊັ້ນໂຕໃດທີ່ໃຊ້ໄມໂຄໂຟນ ແລະ ກ້ອງຂອງເຮົາຢູ່.

ເບື່ອຫຼີ້ນ App ຕ່າງໆ ຢາກຫຼີ້ນຟິວເຈີໃນໂທລະສັບ ກໍ່ສາມາດເຮັດໄດ້ ເພາະ IOS 14 ໄດ້ ເພີ່ມ Memoji ໜ້າໃຫມ່ທີ່ມາພ້ອມກັບໜ້າກາກ ແລະ ຊົງຜົມໃຫມ່ອີກດ້ວຍ ແຕ່ງໂຕຫຼີ້ນໆ ແກ້ເບື່ອໄດ້.
ເຕັກໂນໂລຊີສຸດລ້ຳສຳລັບ IOS 14 ທີ່ສາມາດວັດຄ່າສຽງ db ໃຫ້ເຮົາໄດ້ ແລະ ຍັງເຕືອນເຮົາວ່າຟັງເພງສຽງດັງເປັນອັນຕະລາຍເກີນໄປບໍ່.

Siri ເປັນໝູ່ຮັກໃນ IOS 14 ສາມາດເປີດໄດ້ຈາກທຸກໜ້າ ແລະ ທຸກແອັບຈາກ iPhone.
IOS 14 ສາມາດຈັດລຽງໄອຄອນ Widgets ໄດ້ຢ່າງອິດສະລະ.
IOS 14 ສາມາດເຄາະທີ່ຫຼັງ ຕົວເຄື່ອງເພື່ອແຄັບໜ້າຈໍໄດ້ ແບບມ່ວນໆກັນເລີຍທີດຽວ.

ຮຽບຮຽງໂດຍ: mayji jung

ທີ່ມາ: https://www.brighttv.co.th/lifestyle/ios14-iphon