iPhone ຈະຜະລິດຢູ່ຫວຽດ! ປະທານປະເທດຫວຽດນາມ ເຊີນຊວນ Apple ມາລົງທຶນໃນຫວຽດ ຮ່ວມກັນພັດທະນາ 5G


ເມື່ອບໍ່ດົນມານີ້ ໃນງານສັບປະດາ​ຜູ້ນຳ APEC ທີ່ສະຫະລັດອາເມຣິກາ, ທ່ານ ຫວໍ ວັນເຖືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ພົບກັບ Tim Cook ປະທານບໍລິຫານຂອງບໍລິສັດ Apple ພ້ອມເຊີນຊວນໃຫ້ Apple ມາລົງທຶນໃນຫວຽດນາມ ຊຸກຍູ້ການລົງທຶນໃນຂະແໜງການ ດິຈິຕອນ ແລະ ຮ່ວມກັນພັດທະນາ 5G.

ໂດຍທ່ານ ຫວໍ ວັນເຖືອງ ໄດ້ກ່າວວ່າ: ຜະລິດ​ຕະພັນ​ຂອງ Apple ​ໄດ້​ສ້າງ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ຊາວ​ໜຸ່ມຫວຽດນາມ ​ໄດ້​ເຂົ້າ​ເຖິງ ​ແລະ ນຳ​ໃຊ້​ອຸປະກອນ​ເຕັກ​ໂນ​ໂລ​ຊີ.

ທ່ານປະທານປເທດ ຫວຽດນາມ ໄດ້ເນັ້ນໜັກວ່າ ການຍົກລະດັບການພົວພັນ 2 ຝ່າຍຫວຽດນາມ – ອາເມຣິກາ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນໂອກາດດີເພື່ອໃຫ້ Apple ເປີດກວ້າງການເຄື່ອນໄຫວລົງທຶນຢູ່ບັນດາປະເທດອາຊີຕາເວັນອອກສຽງໃຕ້, ພິເສດແມ່ນຂະແໜງອຸດສາຫະກຳເຕັກໂນໂລຊີ.

ໂດຍ Tim Cook ກ່າວວ່າ: ຫວຽດນາມ ແມ່ນສ່ວນໜຶ່ງຂອງຍຸດທະສາດທຸລະກິດພິເສດຂອງ Apple ເນື່ອງຈາກຜະລິດຕະພັນຫຼາຍຊະນິດຂອງບໍລິສັດໄດ້ຜະລິດຢູ່ໃນປະເທດອາຊີຕາເວັນອອກສຽງໃຕ້,

ປະທານບໍລິຫານຂອງ Apple ກ່າວຕໍ່ວ່າ: ​ເສດຖະກິດ​ດິ​ຈິ​ຕອນ​ຂອງ​ຫວຽດນາມ ພວມ​ພັດທະນາ, ​ແລະ ບັນດາ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ເອ​ເລັກ​ໂຕຣນິກ​ແຖວ​ໜ້າ​ຂອງ​ໂລກກຳລັງແນມເບິ່ງຫວຽດນາມ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ​ຈາກ ອາ​ເມ​ຣິ​ກາ ພວມ​ເພີ່ມ​ທະວີ​ການ​ລົງທຶນ​ໃນ​ການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ຫວຽດນາມ ເຊັ່ນດຽວກັນ.

ທ່ານ​ປະທານ​ປະ​ເທດ ​ໄດ້​ຢືນຢັນ​ວ່າ ພັກ ​ແລະ ລັດຖະບານ ຫວຽດນາມ ໄດ້ພະຍາຍາມ​​ສ້າງ​ບັນດາ​ກົນ​ໄກ ​ແລະ ນະ​ໂຍບາຍ​ຕ່າງໆ, ພິ​ເສດ​ແມ່ນ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຂອງ​ປະ​ເທດ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ​ຕ່າງປະ​ເທດ​ລົງທຶນ.

ທ່ານ​ກ່າວ​ວ່າ: “ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ຍົກ​ລະດັບ​ມາດຕະຖານ​ດ້ານ​ໂທລະ​ຄົມ, ປັບປຸງ​ຂອບ​ກົດໝາຍ​ເພື່ອ​ໜູນ​ຊ່ວຍ​ການ​ພັດທະນາ​ເສດຖະກິດ​ດິຈິ​ຕອນ, ພື້ນຖານ​ໂຄງ​ລ່າງ​ດິຈິ​ຕອນ ​ແລະ ຍົກລະດັບບຸກຄະລາກອນດ້ານ​ດິຈິ​ຕອນ”. ພ້ອມສະ​ເໜີໃຫ້ Apple ສະໜັບສະໜູນ​ຊ່ວຍ ຫວຽດນາມ ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ດັ່ງກ່າວ.

ສຸດທ້າຍ ທ່ານ​ປະທານ​ປະ​ເທດ​ຮຽກຮ້ອງ Apple ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ແຂວງ ແລະ ຕາມນະຄອນ​ຕ່າງໆຂອງຫວຽດນາມ, ​ເພີ່ມ​ທະວີ​ບັນດາ​ວິ​ສາ​ຫະກິດ​ຂອງ​ອາ​ເມ​ຣິ​ກາ​ເຂົ້າ​ຮ່ວມ​ການ​ພັດທະນາ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ 5G ຢູ່​ປະ​ເທດ​ຫວຽດນາມໃຫ້ຫຼາຍຂຶ້ນ.

https://vietnamnews.vn/economy/1636651/president-asks-apple-to-invest-in-viet-nam-join-5g-development.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/