ແມ່ນ້ຳຂອງ ເປັນຈຸດອ່ອນຂອງຈີນຍິ່ງກວ່າທະເລຈີນໃຕ້


ການແຂ່ງຂັນກັນຂະຫຍາຍອິດທິພົນ ລະຫວ່າງຈີນກັບສະຫະລັດອາເມຣິກາ ລາມມາເຖິງສະໜາມຮົບແຫ່ງໃໝ່ຢ່າງແມ່ນ້ຳຂອງແລ້ວ ແລະ ມີແນວໂນ້ມວ່າຈີນອາດຈະພ່າຍແພ້ໃນສະໜາມຮົບນີ້.ເມື່ອບໍ່ດົນມານີ້ ໄມ ພອມເພໂອ ລັດຖະມົນຕີຕ່າງປະເທດ ສະຫະລັດກ່າວຫາວ່າການຄວບຄຸມແມ່ນ້ຳຂອງ ຂອງຈີນເປັນການຊ້ຳເຕີມປັນຫາຄວາມແຫ້ງແລ້ງຂອງແມ່ນ້ຳຂອງຊ່ວງທ້າຍນ້ຳ ພ້ອມຍັງຢ້ຳວ່າ ສະຫະລັດພ້ອມຈະຢູ່ຄຽງຂ້າງກັບບັນດາປະເທດລຸ່ມແມ່ນ້ຳຂອງ ແລະ ຈະຈັດສັນເງິນຊ່ວຍເຫຼືອ 53 ລ້ານໂດລາ ໃຫ້ກັບປະເທດລຸ່ມແມ່ນ້ຳຂອງ ເຊິ່ງໄດ້ແກ່: ລາວ, ມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມພັດທະນາຮ່ວມກັນ.

ບັນດານັກອະນຸລັກສິ່ງແວດລ້ອມ ແລະ ເຈົ້າໜ້າທີ່ລັດຖະບານໃນບັນດາປະເທດຕ່າງໆລຸ່ມແມ່ນ້ຳຂອງ ມີຄວາມຄິດເຫັນຄືກັນວ່າ: ຂະນະນີ້ແມ່ນ້ຳຂອງໄດ້ກາຍເປັນສະໜາມຮົບຄວາມຂັດແຍ້ງແຫ່ງໃໝ່ລະຫວ່າງຈີນ ແລະ ສະຫະລັດອາເມຣິກາເປັນທີ່ຮຽບຮ້ອຍແລ້ວ.

ເມື່ອສອງມະຫາອຳນາດມາສູ້ຮົບຕົບມືກັນແລ້ວ ປະເທດອາຊຽນ ໂດຍສະເພາະປະເທດລຸ່ມແມ່ນ້ຳຂອງທັງ 5 ປະເທດ ຈະຮັບມືກັບສົງຄາມນີ້ແບບໃດ

ບິລາຮາຣີ ຄໍສິຄານ ອະດີດນັກການທູດຊາວສິງກະໂປແນະນໍາວ່າ ຄວນແກ້ໄຂບັນຫາຄວາມແຫ້ງແລ້ງໃນແມ່ນ້ຳຂອງຜ່ານທາງປະເທດອາຊຽນຄືກັບທີ່ແກ້ໄຂບັນຫາທາງທະເລຈີນໃຕ້.

ອະດີດນັກການທູດຊາວສິງກະໂປບອກວ່າ ປະເທດອາຊ່ຽນທີ່ເດືອດຮ້ອນຈາກພາວະຄວາມແຫ້ງແລ້ງຂອງແມ່ນ້ຳຂອງຈະມີມີອຳນາດຕໍ່ລອງຫຼາຍກວ່າ ຖ້າຫາກຍົກເອົາບັນຫານີ້ຂຶ້ນມາເວົ້າໃນເວທີອາຊ່ຽນ ແທນທີ່ແຕ່ລະປະເທດຈະຕ່າງຄົນຕ່າງເຈລະຈາກັບຈີນ. ແຕ່ບິລາຮາລີບອກວ່າ ກ່ອນໜ້າຈະໄປເຖິງຈຸດນັ້ນຂອງປະເທດອາຊຽນທີ່ກ່ຽວຂ້ອງ 5 ປະເທດຕ້ອງວາງຄວາມຂັດແຍ້ງໄວ້ ແລ້ວມາສ້າງມຸມມອງຮ່ວມກັນກ່ຽວກັບວິກິດແມ່ນ້ຳຂອງທີ່ມີມາຍາວນານໃຫ້ໄດ້ກ່ອນ. ເວົ້າອີກຢ່າງກໍແມ່ນ ປະເທດອາຊ່ຽນທີ່ເຄີຍຢູ່ແບບຕົວໃຜຕົວລາວ ຕ້ອງຫັນມາສາມັກຄີກັນເພື່ອຕໍ່ສູ້ກັບມະຫາອຳນາດຢ່າງຈີນ.


ການໂຕ້ຕອບກັນໄປມາລະຫວ່າງ ຈີນ ແລະ ອາເມຣິກາ ກ່ຽວກັບແມ່ນ້ຳຂອງ ແລະ ຂໍ້ກ່າວຫາຂອງອາເມຣິກາລ່າສຸດທີ່ບອກວ່າຈີນກັກເກັບແມ່ນ້ຳໃນແມ່ນ້ຳຂອງໄວ້ເພື່ອຜົນປະໂຫຍດຂອງຕົນເອງຜ່ານການສ້າງເຂື່ອນ 11 ແຫ່ງທາງຕອນເທິງຂອງແມ່ນ້ຳຂອງ ທີ່ຈີນເອີ້ນວ່າແມ່ນ້ຳລ້ານຊ້າງ ເຮັດໃຫ້ບິລາຮາຣີ ປຽບທຽບກໍລະນີນີ້ກັບຄວາມຂັດແຍ້ງໃນທະເລຈີນໃຕ້ ວ່າເປັນໂຮງຮູບເງົາແຫ່ງໃໝ່ຂອງການແຂ່ງຂັນກັນຂອງມະຫາອຳນາດ. ລາວຍັງໄດ້ເວົ້າອີກວ່າ “ຖ້າຫາກປະເທດລຸ່ມແມ່ນ້ຳຂອງເປັນແກນນຳ ຈະສາມາດຂໍຄວາມຊ່ວຍເຫຼືອຈາກປະເທດອາຊຽນທີ່ຢູ່ຕິດທະເລ ບໍ່ວ່າຈະເປັນມາເລເຊຍ, ສິງກະໂປ, ອິນໂດເນເຊຍ ແລະ ອື່ນໆ.

ຢ່າງໃດກໍຕາມ ບິລາຮາຣີ ກໍຍອມຮັບວ່າຖ້າປະເທດລຸ່ມແມ່ນ້ຳຂອງທັງ 5 ຍັງລັງເລທີ່ຈະລາກກຸ່ມອາຊ່ຽນເຂົ້າມາພົວພັນກັບປັນຫາສະເພາະຂອງແມ່ນ້ຳຂອງ, ໃນຂະນະນີ້ທັງ 5 ປະເທດຈຶ່ງຮັບມືກັບປັນຫາຜ່ານກຸ່ມອະນຸພູມມີພາກເທົ່ານັ້ນ ເຊັ່ນ: ກຸ່ມຄວາມຮ່ວມມືລ້ານຊ້າງ-ແມ່ນ້ຳຂອງ(LMC) ທີ່ນໍາໂດຍຈີນ ແລະ ຂໍ້ລິເລີ່ມທາງຕອນລຸ່ມຂອງແມ່ນ້ຳຂອງ (LMI) ທີ່ສະຫະລັດອາເມຣິກາເປັນແກນນຳ.

ຕອນລຸ່ມຂອງແມ່ນ້ຳຂອງທີ່ໄດ້ຮັບຜົນກະທົບຈາກການສ້າງເຂື່ອນຂອງຈີນເປັນເສັ້ນເລືອດຫຼໍ່ລ້ຽງກວ່າ 60 ລ້ານຊີວິດໃນ 5 ປະເທດທີ່ໄຫຼຜ່ານ ເມື່ອທຽບກັບພື້ນທີ່ມີຂໍ້ພິພາດທາງທະເລຈີນໃຕ້ແລ້ວ ແມ່ນ້ຳຂອງມີຄວາມສຳຄັນກັບຊີວິດຄວາມເປັນຢູ່ ແລະ ປາກທ້ອງຂອງປະຊາຊົນຫຼາຍກວ່າ ຜົນກະທົບຈຶ່ງມີຫຼາຍກວ່າການແຍ່ງຊິງພື້ນທີ່ໃນທະເລຈີນໃຕ້.

ເມື່ອປີທີ່ຜ່ານມາ ແມ່ນ້ຳຂອງແຫ້ງແລ້ງທີ່ສຸດໃນຮອບ 50 ປີ ຈົນສັນດອນຊາຍພົ້ນຂຶ້ນມາ ແລະ ນ້ຳຍັງກາຍເປັນສີຟ້າແບບທີ່ບໍ່ເຄີຍເປັນມາກ່ອນ ເນື່ອງຈາກຕະກອນດິນຖືກກັກໄວ້ໜ້າເຂື່ອນ. ປາກົດການນີ້ສອດຄ້ອງກັບຜົນວິໄຈຂອງ Eyes on Earth ບໍລິສັດທີ່ປຶກສາ ແລະ ນັກວິຊາການໃນເລື່ອງນ້ຳໃນອາເມຣິກາທີ່ພົບວ່າຈີນກັກເກັບນ້ຳໄວ້ໃນເຂື່ອນກວ່າ 47,000 ລ້ານແມັດກ້ອນ ສົ່ງຜົນໃຫ້ແມ່ນ້ຳຂອງໃນຊ່ວງທ້າຍນ້ຳຫຼຸດລົງ.

ແຕ່ທາງການຈີນໄດ້ໂຕ້ກັບວ່າ ເຂື່ອນໃນຈີນຈະຊ່ວຍຫຼຸດຄວາມແຫ້ງແລ້ງຂອງແມ່ນ້ຳຂອງ ແຕ່ປີທີ່ຜ່ານມາມີນໍ້າໜ້ອຍເປັນຍ້ອນວ່າ ທາງຕົ້ນແມ່ນ້ຳຂອງມີຝົນຕົກໜ້ອຍ ແລະ ພື້ນທີ່ມົນທົນຢູນານກໍພົບກັບສະພາວະແຫ້ງແລ້ງເຊັ່ນກັນ. ແຕ່ຈາກພາບຖ່າຍດາວທຽມຂອງ Eyes on Earth ໃນມົນທົນຢູນານທີ່ແມ່ນ້ຳຂອງຕອນເທິງໄຫຼຜ່ານ ພົບວ່າໃນປີ 2019 ພື້ນທີ່ດັ່ງກ່າວມີປະລິມານຝົນ ແລະ ນ້ຳທີ່ລະລາຍມາຈາກຫິມະສູງກວ່າລະດັບປົກກະຕິໃນຊ່ວງລະດຸູຝົນ ຜິດກັບລະດັບນ້ຳຂອງບໍລິເວນຊາຍແດນໄທ-ລາວ ທີ່ຕໍ່າກວ່າລະດັບທີ່ຄວນຈະເປັນເຖິງ 3 ແມັດ ນັ້ນໝາຍຄວາມວ່າ ຈີນບໍ່ປ່ອຍນ້ຳລົງມາ ເຖິງແມ່ນວ່າປະເທດທ້າຍນ້ຳຈະຕ້ອງພົບກັບຄວາມແຫ້ງແລ້ງກໍຕາມ.

ຄວາມແຫ້ງແລ້ງຂອງແມ່ນ້ຳຂອງ ສົ່ງຜົນກະທົບຕໍ່ການເຮັດກະສິກຳ ແລະ ການປະມົງຂອງປະຊາຊົນ ໂດຍສະເພາະການປະມົງໃນແມ່ນ້ຳຂອງຢ່າງດຽວ ມີຫຼາຍເຖິງ 20% ຂອງປານ້ຳຈືດທີ່ຈັບໄດ້ທົ່ວໂລກ.

ພຽງເທົ່ານີ້ກໍໄດ້ສ້າງແຮງສະເທືອນມະຫາສານໃນອາຊ່ຽນ, ດັ່ງນັ້ນ ຖ້າຫາກວ່າຈີນຍັງໃຊ້ຄວາມເປັນປະເທດຕົ້ນນ້ຳຂອງ ສ້າງອິດທິພົນເໜືອປະເທດທ້າຍນ້ຳຢູ່ແບບນີ້ ສຸດທ້າຍແລ້ວອາດຈະກາຍເປັນການບີບບັງຄັບໃຫ້ປະເທດນ້ອຍໆຫັນມາຮ່ວມມືກັນຂຶ້ນມາຕໍ່ຕ້ານອິດທິພົນຂອງຈີນ ຈົນກາຍເປັນສັດຕູກັນ.

ເມື່ອເປັນເຊັ່ນນີ້ ຈີນອາດຈະບໍ່ເຫຼືອພັນທະມິດໃນພູມມີພາກອາຊ່ຽນເລີຍ ເພາະນອກຈະເປັນສັດຕູກັບປະເທດລຸ່ມແມ່ນ້ຳຂອງແລ້ວ ຍັງຂັດແຍ້ງກັບບັນດາປະເທດອາຊ່ຽນໃນກໍລະນີຂໍ້ພິພາດໃນທະເລຈີນໃຕ້ອີກດ້ວຍ.

ແຫຼ່ງທີ່ມາ: https://www.posttoday.com/world/633304