ໂຈນສາວລັກ iPhone ດ້ວຍການກັດສາຍລັອກເຄື່ອງຈົນຂາດ


ໂຈນສາວອາໄສແຂ້ວສຸດແຂງແຮງໃຊ້ກັດສາຍເຄເບິນລັອກໂທລະສັບໄວ້ກັບບ່ອນໂຊຈົນຂາດ ກ່ອນທີ່ຈະເອົາເຂົ້າກະເປົາຕົນເອງ ພ້ອມຍ່າງອອກຮ້ານໄປຢ່າງໜ້າຕາເສີຍ ແບບບໍ່ໍຮູ້ຮ້ອນຮູ້ໜາວ ໂດຍໃຫ້ຂໍ້ອ້າງວ່າບໍ່ມີເງິນເພາະວ່າລາຄາມັນແພງເກີນໄປ.

ເມື່ອອາທິດທີ່ຜ່ານມາ ມີຍິງສາວລາຍໜຶ່ງເຊິ່ງໄດ້ລະບຸນາມສະກຸນວ່າ ຊິວ ຈາກມົນທົນຝູຈ້ຽນຂອງຈີນ ຕົກເປັນຜູ້ຕ້ອງສົງໄສວ່າເປັນໂຈນລັກສິນຄ້າຈາກຮ້ານຂາຍໂທລະສັບມືຖື ແລະ ອຸປະກອນອີເລັກໂທຣນິກແຫ່ງໜຶ່ງໂດຍມີຫຼັກຖານເປັນຄິບຈາກກ້ອງວົງຈອນປິດຂອງທາງຮ້ານ.

ໃນໄລຍະທຳອິດຂອງວິດີໂອ ຈະເຫັນໂຈນສາວໄດ້ຍ່າງໄປຍ່າງມາ ເພື່ອເບິ່ງສິນຄ້າກັບລູກຄ້າທົ່ວໄປ ກ່ອນທີ່ຈະຢຸດຢູ່ບ່ອນຈັດໂຊໂທລະສັບຍີ່ຫໍ້ iPhone ເປັນພິເສດ ພ້ອມກັບທຳທ່າຫຼິ້ນໂທລະສັບ ເມື່ອໂຈນສາວສັງເກດວ່າບໍ່ມີໃຜຢູ່ ຈຶ່ງໄດ້ໃຊ້ແຂ້ວກັດຈົນສາຍເຄເບິນຂາດ.

ໂດຍປົກກະຕິແລ້ວ ເມື່ອສາຍເຄເບິນກັນລັກ ຂາດອອກ ຫຼື ຫຼຸດ ສັນຍານເຕືອນຈະຕ້ອງດັງຂຶ້ນ ແຕ່ພະນັກງານບໍ່ເຫັນຄວາມຜິດປົກກະຕິໃດໆເກີດຂຶ້ນ ເພາະບໍ່ມີສັນຍານເຕືອນ. ຫຼັງຈາກນັ້ນແລ້ວພະນັກງານໃນຮ້ານຈຶ່ງສັງເກດເຫັນພາຍຫຼັງວ່າ ສາຍເຄເບິນໄດ້ຂາດ ແລະ ໂທລະສັບມືຖືຫາຍໄປ ຈຶ່ງຮີບແຈ້ງຕຳຫຼວດ ເຊິ່ງໃນເວລາຕໍ່ໍມາໂຈນສາວກໍຖືກຈັບ.

ໂດຍນາງຊິວ ໄດ້ໃຫ້ການກັບຕຳຫຼວດວ່າ ທຳອິດຕັ້ງໃຈໄປຊື້ໂທລະສັບໃໝ່ ຫຼັງຈາກໂທລະສັບເຄື່ອງເກົ່າເສຍໄປ ແຕ່ເມື່ອມາເຫັນ iPhone 14 ທີ່ມີລາຄາແພງເກີນໄປທີ່ຈະຊື້ໄດ້ ຈຶ່ງຕັດສິນໃຈລັກສິນຄ້າທີ່ເປັນໜ່ວຍທີ່ໂຊແທນນັ້ນເອງ ແຕ່ເມື່ອມີການເຜີຍແຜ່ວິດີໂອອອກໄປກໍມີການວິຈານວ່າ ສາຍເຄເບິນມີຄຸນະພາບຕ່ຳເກີນໄປ ຈົນສາມາດໃຊ້ແຂ້ວກັດໄດ້ຈົນຂາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/