ລາວ-ຍີ່ປຸ່ນ ຮ່ວມມື ພັດທະນາລະບົບພິສູດ ແລະ ຢືນຢັນຕົວຕົນຜ່ານລະບົບ ດິຈິຕອລ ຫຼື  Digital ID systems


ລັດຖະບານລາວ ກໍຄືກະຊວງ​ເຕັກ​ໂນ​ໂລ​ຊີ ​ແລະ ສື່ສານ ​ໄດ້​ຮ່ວມ​ມື​ກັບ​ບັນດາ​ບໍລິສັດ​ຍີ່ປຸ່ນ ​ເພື່ອສຶກສາຄົ້ນຄວ້າ ແລະ ​ຕີ​ລາຄາ​ຄວາມ​ພ້ອມ​ຂອງ​ລາວ​ໃນ​ການ​ພັດທະນາ​ບັນດາ​ໂຄງການ​ຊອບ​ແວ ​ແລະ ແອັບ​ພລິ​ເຄຊັນ ພັດທະນາລະບົບ ພິສູດ ແລະ ຢືນຢັນຕົວຕົນຜ່ານລະບົບ ດິຈິຕອລ ຫຼື  digital ID systems.​

ໂດຍກອງປະຊຸມປຶກສາຫາລືດັ່ກ່າວ ມີຂຶ້ນເມື່ອບໍ່ດົນມານີ້ ພາຍໃຕ້ການເປັນປະທານຂອງ ທ່ານ ມີທ່ານ  ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງ​ເຕັກ​ໂນ​ໂລ​ຊີ ​ແລະ ສື່ສານ ແລະ ເຂົ້າຮ່ວມໂດຍທ່ານ Shinya Shimada, ຫົວໜ້າສູນບໍລິຫານລັດດິຈິຕອລ, ຜູ້ຕາງໜ້າບໍລິສັດ Ryobi System ຂອງຍີ່ປຸ່ນ ແລະ ບໍລິສັດ NEC Corporation, ແລະ ຈາກບັນດາກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ.

ການໂອ້ລົມດັ່ງກ່າວ ເກີດທ່າມກາງ ຄວາມພະຍາຍາມໃນການຫັນເປັນດິຈິຕອລ ຂອງ ສປປ ລາວ ພາຍໃຕ້ວິໄສທັດການພັດທະນາເສດຖະກິດດິຈິຕອລແຫ່ງຊາດ ໄລຍະ 20 ປີ, ຍຸດທະສາດການພັດທະນາເສດຖະກິດດິຈິຕອລ ແຫ່ງຊາດ ໄລຍະ 10 ປີ  ແລະ ແຜນພັດທະນາເສດຖະກິດດິຈິຕອລ ແຫ່ງຊາດ ໄລຍະ 5 ປີ (201-2025) ຂອງ ສປປ ລາວ ແລະ ການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນໃນການສ້າງເສດຖະກິດດິຈິຕອລ.

ໂດຍກອງປະຊຸມດັ່ງກ່າວ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດ​ຕັ້ງ​ຂອບເຂດ​ການ​ຮ່ວມ​ມື​ເພື່ອ​ດຳ​ເນີນ​ການ​ສຶກສາ ​ແລະ ກຳນົດ​ທິດ​ຂອງ​ແຕ່ລະ​ຝ່າຍ​ທີ່​ກ່ຽວຂ້ອງ​ໃນ​ການ​ພັດທະນາ​ລະບົບ. ສອງ​ຝ່າຍ​ຈະ​ນຳ​ໃຊ້ block chain ​ໃນ​ການ​ພັດທະນາ​ຂະ​ແໜງ​ການ​ຕ່າງໆ​ຂອງ​ລັດຖະບານ ​ໂດຍ​ຫັນ​ຈາກ​ລະບົບແບບເກົ່າ ໄປຫາລະບົບແບບ ດິຈິຕອລ, ​ເຮັດ​ໃຫ້​ການ​ບໍລິຫານ​ມີ​ປະສິດທິ​ຜົນ​ກວ່າເກົ່າ, ​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກ​ມີ​ຄວາມ​ໝັ້ນຄົງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນໄດ້ດີກວ່າ.

ໂຄງການດັ່ງກ່າວ ຈະເລີ່ມພັດທະນາຜ່ານ ຊອບແວ ແລະ ແອັບພິເຄຊັນເພື່ອປັບປຸງລະບົບການຈັດການ ແລະ ບໍລິຫານ ລວມເຖິງການບໍລິການຂອງພາກລັດ ແລະ ສັງຄົມ: ລະບຸຕົວຕົນດ້ວຍລະບົບດິຈິຕອລ (digital identity) ລະບຸທີ່ຢູ່ອາໄສຜ່ານ ອີເລັກໂທຣນິກ (e-residence), ການເງິນ ດິຈິຕອລ (e-finance), ສຸຂະພາບ ອິເລັກໂທຣນິກ (e-health) ແລະ ການສຶກສາແບບອີເລັກໂທຣນິກ (e-schooling).

ທ່ານ ແກ້ວ​ວິ​ສຸກ ກ່າວ​ວ່າ: ກະຊວງ​ເຕັກ​ໂນ​ໂລ​ຊີ ​ແລະ ສື່ສານ​ມີ​ຄວາມ​ສຳພັນ​ທີ່​ໃກ້ຊິດ​ກັບ​ບັນດາ​ບໍລິສັດ​ສື່ສານ​ຂອງ​ຍີ່​ປຸ່ນ, ການ​ຮ່ວມ​ມື​ນີ້​ຊ່ວຍ​​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ສູນບໍລິຫານລັດດິຈິຕອລຈະປະສານສົມທົບກັບບໍລິສັດ Ryobi System ແລະ NEC Corporation ໃນການຄົ້ນຄວ້າທາງດ້ານກົດໝາຍ ແລະ ເຕັກນິກ ເພື່ອຮັບປະກັນໃຫ້ທຸກພາກສ່ວນເຮັດວຽກຮ່ວມກັນ, ເພື່ອບັນລຸພື້ນຖານການຈັດຕັ້ງປະຕິບັດໃນອະນາຄົດ.

ຂໍ້ມູນຈາກ: http://vientianetimes.org.la/sub-new/Current/Cur_172_Laos_Japan_y23.php

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/