ສປປ ລາວ ກຽມເປັນເຈົ້າພາບ ຈັດກອງປະຊຸມສຸດຍອດພາກທຸລະກິດ ແລະ ການລົງທຶນ ອາຊຽນໃນປີ 2024


ວັນທີ 4 ກັນຍາ ທີ່ ນະຄອນຫຼວງ ຈາກາຕ້າ ປະເທດ ອິນໂດເນເຊຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຂຶ້ນພິທີມອບ-ຮັບ ການເປັນປະທານກອງປະຊຸມສຸດຍອດພາກທຸລະກິດ ແລະ ການລົງທຶນອາຊຽນໃຫ້ ສປປ ລາວ ແລະ ຈະເປັນເຈົ້າພາບຈັດກອງປະຊຸມ ABIS ໃນປີ 2024 ຕໍ່ຈາກ ອິນໂດເນເຊຍ.

ກອງປະຊຸມດັ່ງກ່າວ  ແມ່ນກິດຈະກຳຂອງພາກທຸລະກິດ ຈັດຂຶ້ນໃນທຸກໆປີໝູນວຽນຕາມການເປັນປະທານອາຊຽນ,  ສະພາທີ່ປຶກສາທຸລະກິດອາຊຽນ ຫຼື ASEAN-BAC ເປັນຜູ້ຈັດ, ມີບັນດາຜູ້ນຳອາຊຽນ ແລະ ປະເທດຄູ່ຮ່ວມມືພາຍນອກ, ຜູ້ຕາງໜ້າພາກລັດ ແລະ ຄະນະຜູ້ບໍລິຫານທີ່ປຶກສາທຸລະກິດອາຊຽນ, ຕົວແທນພາກທຸລະກິດຂອງແຕ່ລະປະເທດສະມາຊິກ ແລະ  ບັນດາຄູ່ຮ່ວມທຸລະກິດຕ່າງໆໃນພາກພື້ນເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວຄຳເຫັນໃນຫົວຂໍ້: “ສ້າງເສັ້ນທາງໃຫ້ກ້າວໄປຂ້າງໜ້າ, ສະທ້ອນຄວາມເປັນຈິງຂອງການເປັນປະທານອາຊຽນ”, ໂດຍໄດ້ເນັ້ນເຖິງກາລະໂອກາດ ແລະ ສິ່ງທ້າທາຍ, ໂດຍສະເພາະການເຊື່ອມໂຍງທາງດ້ານເສດຖະກິດໃນພາກພື້ນ ເຊິ່ງຮຽກຮ້ອງໃຫ້ ອາຊຽນ ຕ້ອງໄດ້ຮ່ວມມືກັນສ້າງຄວາມກົມກຽວ ແລະ ຢຶດໝັ້ນຄວາມເປັນແກນກາງຂອງອາຊຽນ, ທັງນີ້ ກໍເພື່ອເປັນການສົ່ງເສີມບົດບາດອາຊຽນທີ່ເປັນຜູ້ນຳພາໃຫ້ເຂັ້ມແຂງໃນການຮ່ວມມືດ້ານການເມືອງ, ເສດຖະກິດ, ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງກັບບັນດາຄູ່ຮ່ວມມືຕ່າງໆ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການຜັນຂະຫຍາຍບັນດາແຜນວຽກບູລິມະສິດ ຂອງສະພາທີ່ປຶກສາທຸລະກິດອາຊຽນໃນໄລຍະຜ່ານມາ  ໂດຍສະເພາະການຮ່ວມມືດ້ານການຄ້າ ແລະ ການລົງທຶນ ທີ່ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຟື້ນຟູເສດ ຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ການເງິນ ທີ່ໃນທົ່ວໂລກກໍາລັງປະເຊີນໃນປັດຈຸບັນ. 

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/