ນາຍົກ ສັ່ງໃຫ້ ກະຊວງການຕ່າງປະເທດ ຄົ້ນຄວ້າ ນະໂຍບາຍ VISA ກະຕຸ້ນການທ່ອງທ່ຽວ ດຶງດູດເງິນຕາເຂົ້າປະເທດ


         ອີງຕາມຄຳສັ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 13/ນຍ ໄດ້ມີຄຳສັ່ງໃຫ້ກະຊວງການຕ່າງປະເທດ ສຶກສາຄົ້ນຄົ້ນຄວ້ານະໂຍບາຍວີຊາ (VISA) ສໍາລັບນັກທ່ອງທ່ຽວທີ່ຕ້ອງການເຂົ້າ-ອອກຫຼາຍເທື່ອຕໍ່ປີ ເພື່ອ​ຊຸກຍູ້​ການທ່ອງທ່ຽວ ​ແລະ ຂະຫຍາຍ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ ເພື່ອແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດການເງິນໃນປັດຈຸບັນ.

         ໂດຍການເຄື່ອນໄຫວດັ່ງກ່າວ ເກີດຂຶ້ນທ່າມກາງຄວາມພະຍາຍາມໃນການຂົນຂວາຍຫາແຫຼ່ງທຶນທີ່ເປັນເງິນຕາຕ່າງປະເທດ ເພື່ອນຳມາຂະຫຍາຍຄັງສຳຮອງຂອງປະເທດໃຫ້ພຽງພໍ ທີ່ຈະສາມາດນຳມາແຊກແຊງອັດຕາແລກປ່ຽນໃນປະເທດໄດ້ ໃຫ້ກັບມາສູ່ສະພາວະປົກກະຕິໂດຍໄວ. ເຊິ່ງນີ້ ເປັນອີກໜຶ່ງໃນຫຼາຍມາດຕະການຂອງລັດຖະບານ ທີ່ພະຍາຍາມຈະເລັ່ງແກ້ບັນຫາທາງດ້ານ ເສດຖະກິດການເງິນ.

         ເຊິ່ງຄຳສັ່ງດັ່ງກ່າວ ໄດ້ມອບໝາຍໃຫ້ ຮີບຮ້ອນຄົ້ນຄວ້ານະໂຍບາຍວີຊາ (VISA) ສໍາລັບນັກທ່ອງທ່ຽວທີ່ຕ້ອງການເຂົ້າ-ອອກຫຼາຍເທື່ອຕໍ່ປີ ແລະ ການໃຫ້ວີຊາ (VISA) ຝ່າຍດຽວ ໃຫ້ປະເທດທີ່ຕ້ອງການດຶງເອົານັກທ່ອງທ່ຽວ; ນະໂຍບາຍກ່ຽວກັບສິ່ງປຸກສ້າງ ໂດຍກໍານົດເປັນເຂດ ແລະ ເກັບຄ່າທໍານຽມທີ່ດິນກະສິກໍາ; ພັດທະນາກົນໄກ ຕິດຕາມ ເພື່ອຄຸ້ມຄອງລາຍຮັບເງິນຕາຕ່າງປະເທດຈາກການທ່ອງທ່ຽວ ແລະ ລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງເງິນກັບຄືນປະເທດ ຂອງແຮງງານລາວ ທີ່ໄປອອກແຮງງານ ຢູ່ຕ່າງປະເທດ.

         ແຕ່ຢ່າງໃດກໍຕາມ ໃນປັດຈຸບັນ ຍັງຢູ່ລະຫວ່າງຂັ້ນຕອນການສຶກສາຄົ້ນຄວ້າໃນການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວ ເຊິ່ງຍັງບໍ່ເປັນທີ່ຊັດເຈນເທື່ອວ່ານະໂຍບາຍດັ່ງກ່າວ ຈະອອກມາໃນຮູບແບບໃດ ແລະ ມີເງື່ອນໄຂໃຫ້ປະເທດໃດແດ່ທີ່ສາມາດຮັບສິດນະໂຍບາຍດັ່ງກ່າວໄດ້.

         ນອກຈາກນີ້ ຄວາມພະຍາຍາມດັ່ງກ່າວ ອາດເອື່ອຍອີງກັບແຜນການຂອງລັດຖະບານລາວ ທີ່ກຳລັງ ກະກຽມສໍາລັບປີທ່ອງທ່ຽວລາວ 2024 ທີ່ວາງແຜນທີ່ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 4,6 ລ້ານເທື່ອຄົນຕະຫຼອດປີ ແລະ ສູ້ຊົນເກັບລາຍຮັບເຂົ້າງົບປະມານໄດ້ 712 ລ້ານໂດລາ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/