ກຽມຮັບມື! ລາຍງານເຜີຍ ໂລກອາດຂາດແຄນ ແຮ່ລິທຽມ ໃນອີກ 2 ປີ ທາງໜ້າ ກັງວົນສົ່ງຜົນລາຄາລົດໄຟຟ້າເພີ່ມສູງຂຶ້ນ


ສຳນັກຂ່າວ CNBC ລາຍງານວ່າ ແຮ່ ລິທຽມ (lithium) ເຊິ່ງເປັນອົງປະກອບທີ່ສໍາຄັນຂອງການຜະລິດແບັດເຕີຣີ ລົດໄຟຟ້າ ຫຼື  EV, ມີທ່າອ່ຽງທີ່ຈະຂາດແຄນໃນປີ 2025 ຕາມການຄົ້ນຄວ້າຂອງບໍລິສັດຄົ້ນຄວ້າເສດຖະກິດມະຫາພາກ BMI Research. ກັງວົນສົ່ງຜົນໃຫ້ລາຄາລົດໄຟຟ້າ ເພີ່ມສູງຂຶ້ນອີກ ໃນອະນາຄົດ.

ບົດ​ລາຍ​ງານ​ການ​ຄົ້ນ​ຄວ້າ BMI ຄາດ​ຄະ​ເນ​ວ່າ​ຄວາມ​ຕ້ອງ​ການແຮ່ລິທຽມ ຂອງ​ຈີນ​ຈະ​ເຕີບ​ໂຕ​​ເລ່ຍ​ປີລະ 20.4% ຈາກ​ປີ 2023 ຫາ 2032. ໃນເວລາດຽວກັນ, ການຜະລິດລິທຽມຂອງຈີນ ເຊິ່ງເປັນຜູ້ຜະລິດລິທຽມ ທີ່ໃຫຍ່ທີ່ສຸດອັນດັບສາມຂອງໂລກ ຈະເຕີບໂຕພຽງແຕ່ 6% ໃນໄລຍະເວລາດຽວກັນ. ເຊິ່ງດ້ວຍຄວາມບໍ່ສອດຄ່ອງກັນນີ້ ຈຶ່ງສາມາດນໍາມາສູ່ “ການຂາດແຄນ ລິທຽມ ໄດ້.

ສຳລັບ ການຜະລິດແຮ່ລິທຽມຂອງໂລກແມ່ນ 540.000 ໂຕນໃນປີ 2021, ແລະ ໃນປີ 2030 ອົງກອນ World Economic Forum ຄາດການວ່າ ຄວາມຕ້ອງການແຮ່ລິທຽມຂອງໂລກຈະມີຫຼາຍກວ່າ 3 ລ້ານໂຕນຕໍ່ປີ. ຍິ່ງໄປກວ່ານັ້ນ, ອີງຕາມແຜນການຈໍາລອງໃນອະນາຄົດຈາກຜູ້ໃຫ້ບໍລິການຂໍ້ມູນສິນຄ້າ S&P Global Commodity Insights, ຍອດຂາຍ EV ຈະບັນລຸ 13.8 ລ້ານເຄື່ອງໃນປີ 2023 ແລະ ບັນລຸຫຼາຍກວ່າ 30 ລ້ານເຄື່ອງໃນປີ 2030.

Corinne Blanchard ນັກວິເຄາະຢູ່ສູນຄົ້ນຄວ້າເຕັກໂນໂລຊີພະລັງງານສະອາດ ແລະ ລິທຽມ ຂອງທະນາຄານ Deutsche ໄດ້ສະແດງຄວາມຄິດເຫັນວ່າ: “ພວກ​ເຮົາ​ເຊື່ອ​ຢ່າງ​ໝັ້ນ​ຄົງວ່າ ລິທຽມຈະຂາດແຄນ ຄວາມຕ້ອງການແຮ່ທາດນີ້ຈະເພີ່ມຂຶ້ນຫຼາຍຈົນຈະຂາດແຄນແຮ່ທາດ 40.000 – 60.000 ໂຕນໃນປີ 2025 ແລະ ຈະຂະຫຍາຍເປັນ 768.000 ໂຕນໃນປີ 2030.”

ແຕ່ຢ່າງໃດກໍຕາມ ນັກວິເຄາະບາງຄົນຍັງຄິດວ່າ ແຮ່ ລິທຽມ ອາດບໍ່ໄດ້ຂາດແຄນໃນໄວໆນີ້, ແຕ່ມັນອາດຈະບໍ່ພຽງພໍໃນທ້າຍທົດສະວັດນີ້, ບໍລິສັດຄົ້ນຄວ້າພະລັງງານຊື່ດັງຢ່າງ Rystad Energy ໃຫ້ຄວາມຄິດເຫັນວ່າ ເນື່ອງຈາກຈໍານວນໂຄງການຂຸດຄົ້ນບໍ່ແຮ່ລິທຽມ ນັ້ນເພີ່ມຂຶ້ນຢູ່ຕະຫຼອດ ສະ​ນັ້ນ​ການ​ສະໜອງແຮ່ລິທຽມນັ້ນກໍອາດເພີ່ມຂຶ້ນເຊັ່ນກັນ ​ແລະ​ ອາດຍືດ​ອາຍຸ​ການ​ຂາດ​ແຄນ​ໃຫ້​ໄດ້​ອີກ 2-3 ປີ.

Susan Zou ຮອງປະທານ ບໍລິສັດ Rystad Energy ກ່າວວ່າ: ການສະໜອງແຮ່ລິທຽມ ຈະເພີ່ມຂຶ້ນໃນແຕ່ລະປີໂດຍ 30% ແລະ 40% ໃນປີ 2023 ແລະ 2024 ຕາມລໍາດັບ, ຍ້ອນວ່າບໍລິສັດຂຸດຄົ້ນບໍ່ແຮ່ເພີ່ມການລົງທຶນໃນຂຸດຄົ້ນບໍ່ແຮ່ໃໝ່ ແລະ ທີ່ມີຢູ່ແລ້ວ ເພື່ອໃຫ້ສອດຄ່ອງກັບທ່າອ່ຽງຂອງໂລກທີ່ມີການປ່ຽນແປງໄປສູ່ຍຸກ EV. ໃນສອງຫາສາມປີທາງໜ້າ, ເຖິງແມ່ນວ່າການສະໜອງລິທຽມຈະພຽງພໍສໍາລັບປະຊາຊົນຂອງໂລກ ແຕ່ໃນອະນາຄົດ, ໂລກບໍ່ສາມາດໜີຈາກຄວາມບໍ່ສົມດຸນລະຫວ່າງອຸປະສົງ ແລະ ອຸປະທານໄດ້ ສະທ້ອນວ່າຄວາມສາມາດໃນການຂຸດຄົ້ນບໍ່ແຮ່ໃນພາກພື້ນ ສະຫະລັດ ແລະ ຢູໂຣບ ອາດຈະບໍ່ສາມາດໄລ່ຕາມຄວາມຕ້ອງການແຮ່ທາດໄດ້ ເພື່ອ​ຜະ​ລິດ​ແບັດເຕີຣີລົດໄຟຟ້າ.

https://www.cnbc.com/2023/08/29/a-worldwide-lithium-shortage-could-come-as-soon-as-2025.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/