CTO ຂອງ Ripple ກ່າວ “ຫຼຽນ XRP ອາດເຂົ້າມາແທນສະກຸນເງິນໂດລາແລ້ວກາຍເປັນສະກຸນເງິນສຳຮອງຂອງໂລກ”


ໃນ Twitter Spaces ຫຼ້າສຸດໄດ້ການຕັ້ງມີຫົວຂໍ້ທີ່ວ່າ “ເກີດຫຍັງຂຶ້ນກັບ XRP”, ໂດຍ David “JoelKatz” Schwartz ເຊິ່ງເປັນ CTO ຂອງ Ripple ກໍໄດ້ມີການເຂົ້າຮ່ວມນຳ ແລະ ໄດ້ຕັ້ງສົມມຸດຖານເຖິງສະຖານະການທີ່ XRP ທີ່ກໍາລັງປະເຊີນໃນຕອນນີ້ວ່າ ຫຼຽນດັ່ງກ່າວອາດຈະກາຍເປັນສະກຸນເງິນສຳຮອງຂອງໂລກ.

ເມື່ອເວົ້າເຖິງສະກຸນເງິນສຳຮອງຂອງໂລກ, Schwartz ກ່າວວ່າ ໃນໂລກສ່ວນໃຫຍ່ໃຊ້ເງິນໂດລາເປັນສະກຸນເງິນສຳຮອງ ແຕ່ກໍມີອີກຫຼາຍປະເທດທີ່ຍິນດີຈະລອງໃຊ້ທາງເລືອກອື່ນແທນເງິນໂດລາ.

Schwartz ໄດ້ອະທິບາຍໂດຍໃຊ້ການປຽບທຽບຂອງທະນາຄານວ່າ ທະນາຄານຂະໜາດນ້ອຍສ່ວນໃຫຍ່ຕ້ອງການທີ່ຈະປ່ຽນລະບົບທີ່ກຳນົດໂດຍທະນາຄານຂະໜາດໃຫຍ່ເພື່ອໃຫ້ລະບົບໃໝ່ເຮັດວຽກໃນລັກສະນະທີ່ໃຫ້ປະໂຫຍດແກ່ພວກເຂົາ ແທນທີ່ຈະເອນອຽງ ແລະ ຕອບສະໜອງຄວາມຕ້ອງການຕໍ່ກັບອົງກອນທີ່ປະສົບຜົນສຳເລັດ ແລະ ມີອຳນາດພຽງ​ແຕ່​ຈໍາ​ນວນ​ໜຶ່ງ​. Schwartz ກ່າວວ່າ “ຂ້ອຍຄິດວ່າມັນເປັນສິ່ງດຽວກັນທີ່ອາດຈະເກີດຂື້ນກັບປະເທດຕ່າງໆ. ຕົວຢ່າງເຊັ່ນ ທຸກໆປະເທດຕ້ອງການໃຫ້ສະກຸນເງິນຂອງຕົນເປັນເງິນສໍາຮອງຂອງໂລກ, ແຕ່ກັບເປັນສະກຸນເງິນໂດລາທີ່ໄດ້ຄອງຕໍາແໜ່ງນັ້ນ ດ້ວຍວິທີການນີ້ເຮັດໃຫ້ເສດຖະກິດຂອງສະຫະລັດເຕີບໂຕຢ່າງບໍ່ຍຸຕິທຳເປັນເວລາຫຼາຍສິບປີ”

Schwartz ໄດ້ອະທິບາຍເພິ່ມເຕີມວ່າ ບັນດາປະເທດນ້ອຍໆຮູ້ດີວ່າສະກຸນຂອງປະເທດຕົນເອງບໍ່ສາມາດຂຶ້ນເປັນສະກຸນເງິນສຳຮອງຂອງໂລກໄດ້. ແຕ່ໃນເວລາດຽວກັນ, ພວກເຂົາບໍ່ຢາກເຫັນປະເທດຄູ່ແຂ່ງໄດ້ຮັບຜົນປະໂຫຍດທີ່ບໍ່ຍຸຕິທໍາ, ອີງຕາມ Schwartz ກ່າວ ສິ່ງນີ້ອາດຈະເຮັດໃຫ້ປະເທດເຫຼົ່ານີ້ເລືອກໃຊ້ cryptocurrencies ເຊັ່ນ XRP ເປັນສະກຸນເງິນສຳຮອງຂອງໂລກ ເນື່ອງຈາກບໍ່ມີໃຜຄວບຄຸມ ແລະ ບໍ່ມີຄູ່ແຂ່ງທາງພູມສາດການເມືອງ.

ໃນ Twitter Spaces ທີ່ໄດ້ຈັດຂຶ້ນໃນຕົ້ນອາທິດນີ້ມີນັກວິເຄາະ, ນັກເທຣດ ແລະ ຜູ້ທີ່ມັກໃນຫຼຽນ XRP ທີ່ມີຊື່ສຽງຫຼາຍຄົນໄດ້ເຂົ້າຮ່ວມ. ໂດຍໃນກຸ່ມໄດ້ມີການປຶກສາຫາລືກ່ຽວກັບຂໍ້ດີ ແລະ ຂໍ້ເສຍຂອງ blockchain ແລະ tokens ການໂອນເງິນທີ່ເກີດຂື້ນໃນໄລຍະສອງສາມເດືອນຜ່ານມາ, ກໍລະນີ SEC ຕໍ່ກັບ Ripple ກໍເປັນສ່ວນສໍາຄັນຂອງການສົນທະນາເຊັ່ນກັນ ໂດຍມີສະມາຊິກຫຼາຍຄົນໄດ້ວິພາກວິຈານໜ່ວຍງານຄຸ້ມຄອງດູແລດັ່ງກ່າວ ຈາກການທີ່ SEC ໄດ້ກຳນົດເປົ້າໝາຍໃນການໂຈມຕີຕໍ່ອົງກອນຫຼາຍແຫ່ງໃນຕະຫຼາດ crypto.

ທີ່ມາ:

coinedition

cryptoticker

twitter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/