ອິນເດຍ ກຳລັງຈະປ່ຽນຊື່ປະເທດເປັນ “ພາລັດ” ໃນເວທີກອງປະຊຸມ G20


ກະແສຂ່າວວ່າລັດຖະບານອິນເດຍ ຈະປ່ຽນຊື່ເປັນ “ພາລັດ” ເຊິ່ງທີ່ມາຂອງກະແສການປ່ຽນຊື່ປະເທດກໍມາຈາກບັດເຊີນທີ່ປະທານາທິບໍດີ Droupadi Murmu ສົ່ງຜົນໃຫ້ບັນດາຜູ້ນຳສະມາຊິກທີ່ຈະເຂົ້າຮ່ວມການປະຊຸມສຸດຍອດ G20 ທີ່ອິນເດຍເປັນເຈົ້າພາບ.

ສື່ຕ່າງປະເທດໄດ້ລາຍງານວ່າ ນາຍົກລັດຖະມົນຕີ Narendra Modi ກຽມປ່ຽນຊື່ປະເທດຈາກ “ອິນເດຍ” (India) ມາເປັນ “ພາລັດ” (Bharat) ເຊິ່ງເປັນຄຳສັນສະກິດບູຮານ ເພື່ອລົບລ້າງສິ່ງທີ່ຖືກເບິ່ງວ່າເປັນຊື່ທີ່ໃຊ້ໃນຍຸກອານານິຍົມ ນັບເປັນທ່າທີທີ່ສະທ້ອນເຖິງຄວາມພະຍາຍາມຂອງພັກຊາດນິຍົມຮິນດູໃນການທີຈະລຶບສິ່ງທີ່ກ່ຽວຂ້ອງກັບຍຸກການລ່າອານານິຄົມອອກໄປ.

ປັດຈຸບັນປະເທດອິນເດຍ ມີຊື່ທີ່ເປັນທາງການສອງຊື່ຄື “ອິນເດຍ” (India) ແລະ “ພາລັດ” (Bharat) ໂດຍຊື່ທຳອິດຖືກໃຊ້ຢ່າງແຜ່ຫຼາຍທັງນອກ ແລະ ໃນປະເທດເອງ. ໃນທາງກົງກັນຂ້າມ ຄຳວ່າ “ພາລັດ” (Bharat) ທີ່ເປັນພາສາສັນສະກິດບູຮານ ເຊິ່ງນັກປະຫວັດສາດເບິ່ງວ່າມັນມີມາແຕ່ຍຸກກ່ອນປະຫວັດສາດ ນອກຈາກນີ້ໃນພາສາ ຮິນດູ ມັນຍັງມີຄວາມໝາຍວ່າ ຊາດ ເຊິ່ງຖືກໃຊ້ຢ່າງແຜ່ຫຼາຍໃນວັນນະຄະດີຕ່າງໆ.

ການປ່ຽນຊື່ປະເທດໃນເທື່ອນີ້ຖືກສະໜັບສະໜູນຈາກພັກລັດຖະບານຄື Bharatiya Janata ເຊິ່ງເປັນພັກຊາດນິຍົມຮິນດູທີ່ຢູ່ພາຍໃຕ້ການນຳພາຂອງທ່ານ Narendra Modi ທີ່ເປັນນາຍົກຄົນປັດຈຸບັນ ໂດຍພວກເຂົາໄດ້ເບິ່ງເຫັນວ່າ ຊື່ “ອິນເດຍ” ຖືກນຳມາໃຊ້ໃນຍຸກອານານິຍົມຂອງອັງກິດ ແລະ ເປັນສັນຍະລັກຂອງລະບົບທາດນັ້ນເອງ.

ຢ່າງໃດກໍຕາມ ຍັງມີຄົນຄັດຄ້ານຕໍ່ນະໂຍບາຍນີ້ ເຊິ່ງໄດ້ໂຕ້ແຍ້ງວ່າຄວນຈະຄົງການໃຊ້ຊື່ວ່າ ອິນເດຍ ແລະ ພາລັດ ໄວ້ໃນຖານະຊື່ທາງການຕໍ່ໄປ ເພື່ອຫຼີກເວັ້ນການທຳລາຍມູນຄ່າທາງແບຣນຂອງຄຳວ່າ ອິນເດຍ ເຊິ່ງຊ່ວຍສ້າງການຈົດຈຳໃນຕ່າງປະເທດ.

ທັງນີ້ທັງນັ້ນ ຍັງບໍ່ມີລາຍງານຢືນຢັນທີ່ຊັດເຈນຈາກທາງການ ໃນເວລານີ້ທາງເວັບໄຊຂອງລັດຖະບານຍັງໃຊ້ຄຳວ່າ ອິນເດຍ ຕາມປົກກະຕິ ແຕ່ຍັງມີອີກຫຼາຍຝ່າຍໄດ້ຈັບຕາໄປທີ່ການປະຊຸມລັດຖະສະພານັດພິເສດທີ່ຈະເກີດຂຶ້ນໃນວັນທີ 18-22 ກັນຍາ 2023 ວ່າຈະມີການເວົ້າດເຖິງເລື່ອງນີ້ຫຼືບໍ່?

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/