ຂ່າວລື! Percy Hynes White ຈະຖືກປົດອອກຈາກຊີຣີ້ Wednesday ສາເຫດມາຈາກຂ່າວລືຄຸກຄາມທາງເພດ


ຊີຣີ້ ‘Wednesday’ ກາຍເປັນອີກໜຶ່ງຊີຣີ້ທີ່ປະສົບຄວາມສຳເລັດຫຼາຍທີ່ສຸດໃນປີ 2022 ຂອງທາງ Netflix ແລະ ແນ່ນອນວ່າດ້ວຍຄວາມດັງຂອງຊີຣີ້ຕ້ອງມີພາກຕໍ່ ພ້ອມກັບການວາງແຜນສ້າງຊີຊັນ 2 ອອກມາ ນອກຈາກນີ້ຍັງເຮັດໃຫ້ບັນດານັກສະແດງມີຜົນງານອອກມາອີກຫຼາກຫຼາຍ.

ແຕ່ຫຼ້າສຸດ ທາງສຳນັກຂ່າວ DailyMail ໄດ້ລາຍງານຂ່າວສຸດ Exclusive ຈາກແຫຼ່ງຂ່າວທີ່ໃກ້ຊິດເຊັ່ນ ຄອບຄົວນັກສະແດງໜຸ່ມ Percy Hynes White ທີ່ໄດ້ຢືນຢັນວ່າຈະຖືກປົດອອກຈາກຊີຣີ້ Wednesday ຫຼັງຈາກມີປະເດັນຜູ້ໃຊ້ X (Twitter) ໄດ້ທະວີດຂໍ້ຄວາມເຖິງພຶດຕິກຳທີ່ບໍ່ດີເປັນການລ່ວງລະເມີດທາງເພດເດັກນ້ອຍ ເມື່ອຕົ້ນເດືອນມັງກອນທີ່ຜ່ານມາ.

ໂດຍເນື້ອໃນຂອງການທະວີດຈະເລົ່າເລື່ອງລາວຂອງ Percy Hynes White ແບບໝົດເປືອກທັງການທີ່ມອມເຫຼົ້າຜູ້ຍິງ, ມອມຍາຜູ້ຍິງ, ບັງຄັບ ແລະ ລວນລາມ ຈົນໄປຮອດການຂົ່ມຂືນ ພ້ອມກັບການແຊຣ໌ຮູບໂປ້ຂອງຍິງສາວໂດຍທີ່ຍິງສາວເຫຼົ່ານັ້ນບໍ່ໄດ້ຍິນຍອມແຕ່ປະການໃດ.

ຢ່າງໃດກໍຕາມ ຊາວເນັດຫຼາຍໆຄົນອອກມາປະນາມການກະທຳໃນອະດີດຂອງ Percy Hynes White ພ້ອມກັບອອກມາຮຽກຮ້ອງໃຫ້ປົດເຂົາອອກຈາກຊີຣີ້້ ‘Wednesday’ ຊີຊັນ 2 ໂດຍທັນທີ ແຕ່ບາງສ່ວນຍັງເຊື່ອວ່ານີ້ແມ່ນການໃຫ້ຂໍ້ມູນຜິດໆ.

ເຖິງຢ່າງໃດກໍຕາມ ຍັງບໍ່ໄດ້ມີການຢືນຢັນຈາກທາງ Netflix ໃນການຕັດສິນໃຈການຄັດເລຶອກນັກສະແດງວ່າຈະໃຫ້ໃຜມາແທນ ຫຼື ວ່າຈະປົດ Percy Hynes White ອອກຈາກຊີຣີ້ ຍັງບໍ່ໄດ້ມີການຕັດສິນໃຈໃດໆ ເນື່ອງຈາກການປະທ້ວງທີ່ກຳລັງເກີດນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/