ອິນໂດເນເຊຍ ກຽມອອກວີຊ່າພິເສດ “Golden VISA” ດຶງດູດນັກລົງທຶນ  ຢູ່ໄດ້ຍາວໆ 5-10 ປີ


ລັດຖະບານອິນໂດເນເຊຍ ກຽມອອກໂຄງການ Golden VISA ເພື່ອດຶງດູດນັກລົງທຶນຊາວຕ່າງຊາດທັງປະເພດບຸກຄົນທຳມະດາ ແລະ ນິຕິບຸກຄົນ ທີ່ສາມາດຢູ່ໄດ້ເຖິງ 5-10 ປີ ເພື່ອດຶງດູດນັກລົງທຶນ ເຊິ່ງເປັນໜຶ່ງຂອງຄວາມພະຍາຍາມໃນການກະຕຸ້ນເສດຖະກິດຂອງປະເທດ.

Silmy Karim ຫົວໜ້າກົມກວດຄົນເຂົ້າເມືອງຂອງອິນໂດເນເຊຍເປີດເຜີຍວ່າ Golden VISA ຈະອະນຸຍາດໃຫ້ຜູ້ຖືສາມາດອາໄສຢູ່ໃນອິນໂດເນເຊຍເປັນໄລຍະເວລາ 5-10 ປີ ໂດຍບໍ່ຈຳເປັນຕ້ອງຍື່ນຂໍອະນຸຍາດທີ່ຢູ່ອາໄສແບບຊົ່ວຄາວອີກຕໍ່ໄປ.
ສຳລັບນັກລົງທຶນປະເພດບຸກຄົນທຳມະດາທີ່ຕ້ອງການຂໍຮັບ ວີຊ່າ ປະເພດຢູ່ 5 ປີ ຈະຕ້ອງມີການຕັ້ງບໍລິສັດໃນອິນໂດເນເຊຍ ດ້ວຍວົງເງິນລົງທຶນບໍ່ຕໍ່າກວ່າ 2,5 ລ້ານໂດລາ ແລະ ສຳລັບແບບ 10 ປີ ຕ້ອງມີການລົງທຶນຢູ່ບໍ່ຕໍ່ກວ່າ 5 ລ້ານໂດລາ ຈຶ່ງຈະສາມາດຂໍ ວີຊ່າປະເພດນີ້ໄດ້.

ຂະນະທີ່ນັກລົງທຶນປະເພດນິຕິບຸກຄົນ ຕ້ອງລົງທຶນ 25 ລ້ານໂດລາ ໂດຍຜູ້ອຳນວຍການ ແລະ ຄະນະກຳມະການຈະໄດ້ຮັບວີຊ່າແບບ 5 ປີ ສ່ວນນິຕິບຸກຄົນໃດຢາກໄດ້ວີຊ່າ ແບບ 10 ປີ ຕ້ອງລົງທຶນເພີ່ມອີກ 2 ເທົ່າ ຫຼື ເທົ່າກັບ 50 ລ້ານໂດລາ ຈຶ່ງຈະສາມາດຮັບວີຊ່າແບບ 10 ປີ ໄດ້.

ໂດຍສຳລັບ Golden VISA ກໍເຄີຍເກີດຂຶ້ນໃນຫຼາຍໆປະເທດ ເຊັ່ນ ສະຫະລັດ ອາເມຣິກາ, ໄອແລນ, ນິວຊີແລນ ແລະ ສະເປນ ເຊິ່ງມີລັກສະນະ ແລະ ຈຸດປະສົງຄ້າຍໆກັນກໍຄື ເພື່ອດຶງດູດເມັດເງິນການລົງທຶນ ແລະ ບັນດາຜູ້ປະກອບການໃຫ້ເຂົ້າມາລົງທຶນ ແລະ ອາໄສຢູ່ໃນປະເທດຂອງຕົນເອງ ເພື່ອກະຕຸ້ນເສດຖະກິດໃນປະເທດ.

ຂໍ້ມູນຈາກ: https://www.channelnewsasia.com/asia/indonesia-offers-golden-visa-entice-foreign-investors-3743446?fbclid=IwAR1jYtpQsAvbHWyb3ryPJOT1RCQNH14K42VkpukNjz-98zCjL4-MviCYUbE

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/