VISA ປະກາດເປີດຕົວລະບົບການຊຳລະເງິນດ້ວຍ Stablecoin ຜ່ານ Solana blockchain ຢ່າງເປັນທາງການ


VISA ໄດ້ປະກາດຢ່າງເປັນທາງການວ່າ ຈະເພີ່ມຕົວເລືອກໃນການຊຳລະເງິນດ້ວຍ Stablecoin ເຂົ້າໄປໃນ Solana blockchain ໂດຍໄດ້ຮ່ວມມືກັບບໍລິສັດWorldpay ແລະ Nuvei. ໃນປັດຈຸບັນກຳລັງຢູ່ໃນຂັ້ນຕອນທົດສອບລະບົບ ແລະ ຄາດວ່າຈະສາມາດເຂົ້າມາທົດແທນລະບົບການເງິນແບບດັ້ງເດີມໄດ້ ເພື່ອຊ່ວຍປະຢັດຕົ້ນທຶນໃນການເຮັດທຸລະກຳໃນແຕ່ລະຄັ້ງ.

VISA ອ້າງວ່າທາງບໍລິສັດໄດ້ທົດລອງລະບົບການຊຳລະເງິນດ້ວຍ USDC ໄປແລ້ວຫຼາຍລ້ານໂດລາຜ່ານເຄືອຂ່າຍ blockchain Solana ແລະ Ethereum ສໍາລັບການຊຳລະເງິນຜ່ານ VISANet. ເຊິ່ງ Cuy Sheffield ຫົວໜ້າຝ່າຍ Crypto ຂອງ VISA ກໍໄດ້ອອກມາກ່າວເຖິງການພັດທະນາເຕັກໂນໂລຊີໃໝ່ນີ້ສາມາດປັບປຸງລະບົບການຈ່າຍເງິນແບບດັ້ງເດີມ ດ້ວຍການໃຊ້ຫຼຽນທີ່ມີສະຖຽນລະພາບຄື USDC ແລະ ເຄືອຂ່າຍລະດັບໂລກເຊັ່ນ : Solana ແລະ Ethereum ເພື່ອຊ່ວຍເພີ່ມຄວາມໄວໃນການໂອນຂ້າມພົມແດນ ແລະ ມອບທາງເລືອກທີ່ທັນສະໄໝໃຫ້ແກ່ລູກຄ້າສຳລັບການໂອນ ຫຼື ຮັບເງິນຜ່ານທາງ VISA ໄດ້ຢ່າງງ່າຍດາຍ.

ການຮ່ວມມືກັນໃນຄັ້ງນີ້ເຮັດໃຫ້ VISA ເປັນໜຶ່ງໃນບັນດາບໍລິສັດທາງດ້ານການເງິນແບບດັ້ງເດີມທໍາອິດ ທີ່ໄດ້ເປີດຕົວການຊຳລະເງິນຜ່ານ blockchain ແລະ ບໍລິສັດຍັງໄດ້ອ້າງວ່າ ກໍາລັງກະກຽມການສ້າງຕັ້ງຄູ່ຮ່ວມງານໃໝ່ເພື່ອຂະຫຍາຍໂຄງການຕື່ມອີກ.

Jim Johnson ປະທານບໍລິສັດ Worldpay Merchant Solutions ກ່າວຕື່ມວ່າ “ຄວາມສາມາດໃນການຊຳລະເງິນດ້ວຍ USDC ຂອງ VISA ຊ່ວຍໃຫ້ບໍລິສັດມີຄວາມສະດວກທາງດ້ານການເງິນຫຼາຍຂຶ້ນ ແລະ ຍັງເປັນທາງເລືອກໃຫ້ແກ່ຮ້ານຄ້າ, ເປັນທາງເລືອກໃນການລະດົມທຶນທີ່ຫຼາກຫຼາຍ ແລະ ມີຄວາມຫົດຢືດທີ່ເພິ່ມຂຶ້ນ ເຊິ່ງເປັນສິ່ງສຳຄັນໃນການຕອບສະໜອງຕໍ່ການປ່ຽນແປງຂອງໂລກທີ່ທັນສະໄໝຂຶ້ນໃນປັດຈຸບັນ”

ອີງຕາມຂໍ້ມູນຂອງ Token Terminal ລາຍງານວ່າ: ປັນຈຸບັນ Solana ກໍາລັງປະເຊີນກັບ Crypto winter ທີ່ຮ້າຍແຮງທີ່ສຸດ, ໂດຍມູນຄ່າຕະຫຼາດຫຼຸດລົງເຖິງ 12% ແລະ ລາຄາຫຼຽນຫຼຸດລົງໄປກວ່າ 16% ໃນເດືອນທີ່ຜ່ານມາ, ແຕ່ເຖິງແບບນັ້ນລາຍໄດ້ຂອງ Blockchain ກັບເພີ່ມຂຶ້ນຫຼາຍກວ່າ 20%. ປັດຈຸບັນ Solana ມີລາຄາຊື້ຂາຍກັນທີ່ 20.23 ໂດລາ ແລະ ມູນຄ່າຕະຫຼາດທີ່ 8.25 ຕື້ໂດລາ.

ທີ່ມາ:

bitcoinist

siamblockchain

theblock

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/