ນັກວິທະຍາສາດໃຊ້ແບັກທີເຣຍປ່ຽນຂອງເສຍຈາກມະນຸດ ແລະ ສັດໃຫ້ກາຍເປັນກ໊າສທຳມະຊາດ


Jaron Hansen ແລະ Zach Aanderud ນັກວິທະຍາສາດຈາກມະຫາວິທະຍາໄລ Brigham Young ໄດ້ບຸກເບີກເຕັກນິກໃໝ່ທີ່ຈະປ່ຽນຂອງເສຍຈາກສັດ ແລະ ມະນຸດໃຫ້ກາຍເປັນພະລັງງານທີ່ສາມາດໃຊ້ທົດແທນກ໊າສທຳມະຊາດຈາກເຊື້ອ​ໄຟຟອສ​​ຊິວ​​ໄດ້ ຖືໄດ້ວ່າເປັນບາດກ້າວທີ່ສໍາຄັນທີ່ຈະເຮັດໃຫ້ສິ່ງເສດເຫຼືອກາຍເປັນພະລັງງານທີ່ມີສັກກະຍະພາບໃນວົງກວ້າງ.

ໂດຍກະແຈທີ່ສຳຄັນໃນການເຮັດວຽກຂອງພວກເຂົາກໍຄືແບັກທີເຣຍຊະນິດພິເສດທີ່ສາມາດຈະເລີນເຕີບໂຕໄດ້ໃນສະພາວະສຸດຂົ້ວ ຫຼື ບໍ່ມີອັອກຊີເຈນ ແຖມຍັງມີຂໍ້ດີໃນການຍ່ອຍສະຫຼາຍຂອງເສຍໃຫ້ເປັນໂມເລກຸນຂະໜາດນ້ອຍໄດ້. ໂດຍງົວນົມໜຶ່ງໂຕສາມາດຜະລິດມູນໄດ້ 100 ປອນຕໍ່ມື້ ແລະ ໂຮງຮີດນົມງົວຂະໜາດໃຫຍ່ສາມາດບັນຈຸງົວໄດ້ຫຼາຍກວ່າ 10,000 ໂຕໃນແຕ່ລະຄັ້ງ, ເຊິ່ງ Jaron Hansen ກ່າວວ່າຂະບວນການນີ້ສາມາດປ່ຽນຂອງເສຍຈາກງົວຈຳນວນຫຼາຍທີ່ເປັນພິດຕໍ່ສິ່ງແວດລ້ອມໃຫ້ກາຍເປັນແຫຼ່ງພະລັງງານທີ່ມີປະສິດທິພາບໄດ້. Jaron Hansen ກ່າວວ່າ “ພວກເຮົາກຳລັງປ່ຽນຂອງເສຍເຫຼົ່ານີ້ໃຫ້ກາຍເປັນພະລັງງານຫຼາຍຮ້ອຍວັດ ເພື່ອໃຫ້ພຽງພໍສຳລັບໃຊ້ສອຍໃນຊຸມຊົນ”

ການຍ່ອຍສະຫຼາຍແບບບໍ່ໃຊ້ອັອກຊີເຈນໃນຟາມງົວນົມແບບເກົ່ານັ້ນອາດປ່ຽນຂອງເສຍໃຫ້ເປັນພະລັງງານໄດ້ພຽງ 40% ເທົ່ານັ້ນ. ແຕ່ຖ້າຫາກໃຊ້ແບັກທີເຣຍດັ່ງກ່າວຈະເຮັດໃຫ້ການປ່ຽນຂອງເສຍໃຫ້ເປັນພະລັງງານນັ້ນມີປະສິດທິພາບເພີ່ມຂຶ້ນເປັນ 80% ແລະ ຍັງລົດປະລິມານຂອງເສຍທີ່ຕ້ອງເອົາໄປຝັງອີກດ້ວຍ.

ເພາະສະນັ້ນ, ຟາມຈຶ່ງເປັນຈຸດເລີ່ມຕົ້ນທີ່ເໝາະສົມ ເນື່ອງຈາກປະລິມານຂີ້ເຫຍື້ອທີ່ຜະລິດໃນແຕ່ລະມື້ ເຊິ່ງຂະບວນການຍ່ອຍອາຫານນີ້ສາມາດຜະລິດພະລັງງານຈາກສິ່ງເສດເຫຼືອປະເພດອື່ນໆເຊັ່ນ: ເສດອາຫານ ຫຼື ເສດຫຍ້າຈາກການຕັດຫຍ້າ.

ທີ່ມາ:

kuer

byu

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/