“Flash Loan” ລະບົບການກູ້ເງິນໃນໂລກ Crypto ທີ່ເຮົາຄວນຮູ້ຈັກ


Flash Loan ແມ່ນຫຍັງ? ແລະມີຂັ້ນຕອນໃນການກູ້ຢືມແນວໃດ?

Flash Loan ແມ່ນການກູ້ຢືມເງິນຮູບແບບໜຶ່ງທີ່ບໍ່ຈໍາເປັນຕ້ອງໃຊ້ຫຼັກຊັບ ຫຼື ສິນຊັບຄ້ຳປະກັນເພື່ອໃຫ້ໄດ້ເງິນມາ ແຕ່ຈະຕ້ອງເຮັດຕາມເງື່ອນໄຂໃນການເຮັດທຸລະກຳເພື່ອໃຫ້ Flash Loan ນັ້ນສໍາເລັດລຸລ່ວງ, ເຊິ່ງນັ້ນກໍຄືການກູ້ຢືມເງິນ ແລະ ຄືນເງິນພ້ອມກັບດອກເບ້ຍໃນທຸລະກຳດຽວ (Transaction).

ເວົ້າງ່າຍໆກໍຄື ເມື່ອເຮົາໄດ້ເງິນຈາກການກູ້ແບບ Flash Loan ມາແລ້ວ, ຈາກນັ້ນກໍນຳເງິນໄປເຮັດທຸລະກຳທີ່ເຮົາຕ້ອງການຈະເຮັດ ແລະ ເມື່ອສຳເລັດແລ້ວຮຽບຮ້ອຍແລ້ວຈະຕ້ອງນຳເງິນທີ່ກູ້ນັ້ນໄປຄືນໃຫ້ກັບຜູ້ໃຫ້ກູ້.

ໂດຍການເຮັດທຸລະກຳແບບ Flash Loan ມີ 3 ຂັ້ນຕອນຄື:

  • ກູ້ຢືມເງິນ
  • ນຳເງິນທີ່ກູ້ມາໄປເຮັດທຸລະກຳ
  • ນຳເງິນຕົ້ນທີ່ກູ້ມາໄປຄືນໃຫ້ກັບຜູ້ກູ້

ໂດຍເງື່ອນໄຂທີ່ກ່າວມາຂ້າງເທິງນັ້ນຈະຕ້ອງເຮັດໃຫ້ສຳເລັດພາຍໃນ 1 Transaction ເຊິ່ງໃຊ້ເວລາທີ່ສັ້ນຫຼາຍອາດຈະບໍ່ຮອດ 3 ວິນາທີ

ໂດຍທົ່ວໄປແລ້ວ Flash Loan ຈະຖືກນຳໃຊ້ເປັນເຄື່ອງມືໃນການເກັງກຳໄລຂອງ Arbitrager ທີ່ເນັ້ນຫາສ່ວນຕ່າງຂອງກໍາໄລລະຫວ່າງຕະຫຼາດເຊັ່ນ Bitcoin (BTC) ໃນຕະຫຼາດ A ມີລາຄາທີ່ 29,000 ໂດລາ ແຕ່ລາຄາ B ກັບມີລາຄາ 30,000 ໂດລາ.

ນັກເກັງກຳໄລກໍຈະສາມາດກູ້ Flash Loan ເພື່ອຊື້ BTC ໃນຕະຫຼາດ A ແລ້ວໄປຂາຍໃນຕະຫຼາດ B ໄດ້. ຫຼັງຈາກທີ່ຂາຍໃນຕະຫຼາດ B ສຳເລັດແລ້ວ ກໍຈະເຮັດການຄືນ Flash Loan ໂດຍທັນທີໃນ 1 Transaction ຫຼື ບໍ່ເກີນ 3 ວິນາທີ. ເຊິ່ງການໃຊ້ Flash Loan ຈຳເປັນຈະຕ້ອງມີຄວາມຮູ້ໃນການຂຽນ Smart Contract ເພື່ອໃຫ້ສາມາດສຳເລັດໄດ້ໃນ 1 Transaction ເພາະຖ້າມີຄວາມຜິດພາດໃດໆເກີດຂຶ້ນ, ການເຮັດທຸລະກຳຈະກາຍເປັນໂມຄະ ແລະ ພວກເຮົາກໍຈະເສຍຄ່າທຳນຽມໄປແບບຟຣີໆ

Flash Loan Attacks ການໂຈມຕີໂດຍອາໄສຮູຮົ່ວຂອງລະບົບເພື່ອໃຫ້ເກີດຄວາມແຕກຕ່າງຂອງລາຄາທີ່ຫຼາຍຂຶ້ນ

Flash Loan Attacks ບໍ່ແມ່ນການໂຈມຕີດ້ວຍການ Hack ຄືຫຼາຍຄົນເຂົ້າໃຈ ແຕ່ແມ່ນການອາໄສຮູຫົ່ວຂອງລະບົບເພື່ອເຮັດກຳໄລຈາກການໂຈມຕີລາຄາຫຼຽນຂອງແພລັດຟອມນັ້ນໆ ໂດຍຈະມີລັກສະນະຂັ້ນຕອນດັ່ງນີ້:

ຕົວຢ່າງ:

  • ຂັ້ນຕອນທຳອິດ: ກູ້ຢືມຫຼຽນ X ເປັນຈຳນວນຫຼາຍເພື່ອນຳເປັນແລກປ່ຽນເປັນຫຼຽນ Y ຈາກ DEX (Decentralized Exchange) ເຊິ່ງຈະເຮັດໃຫ້ຫຼຽນ Y ໃນ DEX ນັ້ນໆມີລາຄາສູງຂຶ້ນ
  • ຂັ້ນຕອນທີ 2: ກູ້ຢືມຫຼຽນ Y ຈາກແພລັດຟອມອື່ນໃນປະລິມານເທົ່າກັບຫຼຽນ Y ທີ່ແລກປ່ຽນມາຈາກ DEX ໃນຕອນທຳອິດ
  • ຂັ້ນຕອນທີ 3: ຫຼັງຈາກນັ້ນນຳເອົາຫຼຽນ Y ທີ່ກູ້ມາຈາກແພລັດຟອມອື່ນໄປແລກປ່ຽນເອົາຫຼຽນ X ໃນແພລັດຟອມ DEX ທຳອິດທີ່ມີລາຄາສູງຂຶ້ນ ເຮົາກໍຈະໄດ້ຫຼຽນ X ກັບມາເປັນຈຳນວນຫຼາຍ
  • ຂັ້ນຕອນສຸດທ້າຍ: ນຳເອົາຫຼຽນ X ແລະ Y ໄປຄືນຕາມທີ່ກູ້ມາໃນຂໍ້ 1 ແລະ 2 ກໍຈະເຮັດເຮົານັ້ນຍັງເຫຼືອຫຼຽນ X ເຊິ່ງເປັນການເຮັດກຳໄລຈາກການ Flash Loan Attacks ໃນຄັ້ງນີ້

ຂະບວນການທັງໝົດສ່ວນໃຫຍ່ຈະຈົບພາຍໃນ 3 – 10 ວິນາທີ ຂຶ້ນຢູ່ກັບໄລຍະເວລາໃນການຄຳນວນການບັນທຶກທຸລະກຳ (Block) ຂອງແຕ່ລະແພລັດຟອມ

ສະຫຼຸບ

ການໂຈມຕີຂອງ Flash Loan ແມ່ນເລື່ອງພົບເຫັນໄດ້ເລື້ອຍໆ ແລະ ບັນດາ hacker ຈະທຳການໂຈມຕີໃນເວລາສັ້ນໆເທົ່ານັ້ນ. ໃນປັດຈຸບັນ, ລະບົບຂອງແພລັດຟອມຕ່າງໆກໍາລັງຖືກປັບປຸງເພື່ອກວດພົບ ແລະ ປ້ອງກັນການໂຈມຕີດັ່ງກ່າວ ເພື່ອໃຫ້ຜູ້ໃຊ້ມີການບໍລິການທີ່ມີປະສິດທິພາບຫຼາຍຂຶ້ນ.

ທີ່ມາ:

beincrypto

blockdit

moneybuffalo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/