7-Eleven ສາຂາທຳອິດໃນ ສປປ ລາວ ເປີດໃຫ້ບໍລິການແລ້ວ ມີສິນຄ້າກວ່າ 5 ພັນລາຍການ ພ້ອມສິນຄ້າຂາຍດີຢ່າງ Slurpee ໃຫ້ບໍລິການ 24 ຊົ່ວໂມງ


7-Eleven ສາຂາ ທໍາອິດ ໃນ ສປປ ລາວ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການ ແລ້ວ ເມື່ອວັນພະຫັດ ວັນທີ 7 ກັນຍາ 2023 ຕັ້ງຢູ່ທີ່ຖະໜົນສຸພານຸວົງ ບ້ານໜອງປາໄນ ເມືອງສີໂຄດຕະບອງ ໃນນະຄອນຫຼວງວຽງຈັນ ມີສິນຄ້າກວ່າ 5 ພັນລາຍການ ພ້ອມສິນຄ້າຂາຍດີຢ່າງ Slurpee ແລະ ທີ່ສໍາຄັນ ໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ.
ໂດຍມີພິທີເປີດໃນຕອນເຊົ້າໄດ້ຮັບກຽດຈາກ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມໍລະກົດ ສີສະຫວັດ ເອກ ອັກຄະລັດຖະທູດໄທ ໃນວຽງຈັນ ໃຫ້ກຽດເປັນປະທານຕັດຣິບບິນ ຮ່ວມກັບ ທ່ານ ໄຊໂຣດ ທິວັດໝັ້ນ ຈະເລີນ ຮອງກຳມະການຜູ້ຈັດການອາວຸໂສ ແລະ Business ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) Managing Director International.
ເຊິ່ງ 7-Eleven ໃນ ສປປ ລາວ ຈະບໍລິຫານໂດຍ ບໍລິສັດ ຊີພີ ອໍລ ລາວ ຈຳກັດ ໃນກຸ່ມ ຊີພີ ອໍລ ເຊິ່ງເຂົ້າມາເປັນໜຶ່ງໃນທາງເລືອກເພື່ອອຳນວຍຄວາມສະດວກໃຫ້ກັບປະຊາຊົນໂດຍການ ເປີດໃຫ້ບໍລິການ 24 ຊົ່ວໂມງ ນໍາສະເໜີສິນຄ້າຫຼາຍກວ່າ 5,000 SKUs (Stock keeping unit) ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກທຸກກຸ່ມ ເນັ້ນຄຸນະພາບ, ມາດຕະຖານ ທັງສິນຄ້າ ອຸປະໂພກ, ບໍລິໂພກ ອາຫານສຳເລັດຮູບພ້ອມຮັບປະທານ ໂດຍສະເພາະສິນຄ້າທີ່ມີເອກະລັກ ສະເພາະທີ່ຮ້ານ ເຊເວັນ ອີເລຟເວັນ ເທົ່ານັ້ນ ລວມເຖິງສິນຄ້າຍອດນິຍົມຕະຫຼອດການ ຕົວຢ່າງເຊັ່ນ Slurpee ແລະ ເຄື່ອງດື່ມທີ່ສາມາດໃຫ້ຊົງດື່ມໄດ້ເລີຍ All Café ເປັນຕົ້ນ.
ທ່ານ ໄຊໂຣດ ທີວັດໝັ້ນຈະເລີນ Managing Director International ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ກ່າວໃນມື້ເປີດວ່າ: “ແນວທາງການບໍລິຫານເຊເວັ່ນ ອີເລຟເວັນ ໃນ ສປປ ລາວ ຢຶດໝັ້ນນະໂຍບາຍ “ຄ່ານິຍົມ 3 ປະໂຫຍດ” ຂອງເຄືອຈະເລີນໂພກກະພັນ ຄື ສ້າງປະໂຫຍດໃຫ້ປະເທດຊາດ ປະຊາຊົນ ແລະ ອົງກອນ ດຳເນີນທຸລະກິດຢ່າງມີການປົກຄອງທີ່ດີ ເບິ່ງແຍງດູແລສັງຄົມ ແລະ ຊຸມຊົນຕາມການແກ້ໄຂບັນຫາ “Giving and Sharing” ນຳທຸລະກິດໄປສູ່ການເຕີບໃຫຍ່ຢ່າງຍືນຍົງ”.
ແຕ່ຢ່າງໃດກໍຕາມ ກ່ຽວກັບການມາເປີດສາຂາຂອງ 7-Eleven ໃນ ສສປ ລາວ ຄັ້ງນີ້ ກໍຍັງມີຄວາມກັງວົນທີ່ເກີດຂຶ້ນ ແລະ ປະເດັນທີ່ໜ້າສົນໃຈຢູ່ບ່ອນວ່າ ຜົນກະທົບຕໍ່ ການດຳເນີນທຸລະກິດຂອງຮ້ານຂາຍຍ່ອຍໃນຊຸມຊົນຂອງເຮົາເອງ ເຖິງແມ່ນວ່າຈະຫາກໍເລີ່ມເປີດພຽງ 1 ສາຂາ ເທົ່ານັ້ນກໍຕາມ. ເພາະປະຕິເສດບໍ່ໄດ້ວ່າ 7-Eleven ເປັນຜູ້ແຂ່ງຂັນທາງທຸລະກິດຂາຍຍ່ອຍທີ່ມີຄວາມເຂັ້ມແຂງສູງ ແລະ ອາດຈະເຂົ້າມາປ່ຽນແປງວັດທະນະທໍາ ແລະ ຄ່ານິຍົມບາງຢ່າງໃນຊຸມຊົນຂອງເຮົາ ເຊັ່ນດຽວກັບທີ່ເຮັດ ມາແລ້ວໃນທຸກປະເທດທົ່ວໂລກ ແຕ່ໃນທາງກັບກັນ ຮ້ານຂາຍຍ່ອຍໃນຊຸມຊົນຕ່າງໆ ທີ່ມີ 7-Eleven ກໍໄດ້ມີການປັບຕົວ ແລະ ເຂັ້ມແຂງຂຶ້ນດ້ວຍເຊັ່ນກັນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/