ບາດຫຼວງຖືກຈັບ ຂໍ້ຫາລັກເງິນຂອງໂບດຫຼາຍກວ່າ 40.000 ໂດລາ ເພື່ອເອົາໄປເຕີມເກມ


ບາດຫຼວງທີ່ມີຊື່ວ່າ Lawrence Kozak ທີ່ອາໄສຢູ່ໃນເມືອງ Pottstown ຂອງສະຫະລັດອາເມຣິກາ ໄດ້ຖືກຈັບກຸມຂໍ້ຫາລັກເງິນທຶນຂອງໂບດຫຼາຍກວ່າ 40.000 ໂດລາ ເພື່ອນຳມາເຕີມເກມມືຖືລວມໄປຮອດເກມ Candy Crush ແລະເກມ Mario Kart.

ຫຼັງຈາກການສືບສວນພາຍໃນຍັງໄດ້ລະບຸວ່າບາດຫຼວງຍັງໄດ້ໃຊ້ເງິນໄປຈ່າຍກັບທຸລະກຳທີ່ກ່ຽວຂ້ອງກັບ Apple ເປັນຈຳນວນຫຼາຍທີ່ປູກໄວ້ກັບບັດ Credit ເພື່ອເພີ່ມພະລັງໃນເກມໂດຍສະເພາະເກມ Candy Crush.

ທີ່ມາ: https://www.facebook.com/100047269770024/posts/961673752084942/?mibextid=WC7FNe&rdid=zVgeURPmKKCpCcFe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/