ຮ້ອນທັງກາຍ ຮ້ອນທັງເງິນ! ຜົນຈາກການຄົ້ນຄວ້າຊີ້ໃຫ້ເຫັນວ່າ ​ໂລກ​ຮ້ອນ​ຈະ​ດຶງໃຫ້​ເສດຖະກິດ​ໂລກຫຼຸດ​ລົງ 19% ພາຍ​ໃນອີກ 26 ປີ


ການປ່ຽນແປງດິນຟ້າອາກາດໃນປັດຈຸບັນ ບໍ່ພຽງແຕ່ເຮັດໃຫ້ໂລກຮ້ອນຂຶ້ນເທົ່ານັ້ນ. ແຕ່ມັນຍັງອາດເຮັດໃຫ້ຄົນທີ່ທຸກຢູ່ແລ້ວ ທຸກຂຶ້ນກວ່າເກົ່າ. ອີງຈາກການຄົ້ນຄວ້າໃໝ່ໄດ້ເປີດເຜີຍໃຫ້ເຫັນເຖິງພາບໂດຍລວມທີ່ໜ້າເປັນຫ່ວງ ກ່ຽວ​ກັບ​ຜົນ​ກະທົບ​ທາງ​ດ້ານ​ເສດຖະກິດ​ຂອງ​ວິ​ກິດ​ການ​ໂລກ​ຮ້ອນ. ໂດຍຄາດ​​ວ່າ GDP ໂລກ​ຈະ​ມີການຫົດຕົວລົງ 19% ຫຼື 38 ພັນຕື້ໂດລາ ໃນ​ອີກ 26 ປີ​ຂ້າງ​ໜ້າ. ເຮັດໃຫ້ປະເທດທີ່ທຸກຍາກຢູ່ແລ້ວຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ.

ການຄົ້ນຄວ້າໄດ້ນໍາໃຊ້ຂໍ້ມູນຈາກຫຼາຍກວ່າ 1,600 ພາກພື້ນໃນທົ່ວໂລກໃນໄລຍະ 40 ປີທີ່ຜ່ານມາ ເພື່ອປະເມີນຄວາມເສຍຫາຍຈາກການປ່ຽນແປງຂອງອຸນຫະພູມ ແລະ ປະລິມານນ້ຳຝົນ. ເຊິ່ງນີ້ລວມມີການແປປວນຂອງສະພາບອາກາດປະຈໍາວັນ ແລະ ສະພາບອາກາດທີ່ຮຸນແຮງ.

ພາວະໂລກຮ້ອນເປັນປັດໄຈຫຼັກທີ່ກໍ່ໃຫ້ເກີດຄວາມສູນເສຍທາງເສດຖະກິດໂລກ ຜ່ານປັດໄຈຕ່າງໆເຊັ່ນ: ຄື້ນຄວາມຮ້ອນ, ໄພແຫ້ງແລ້ງ, ນໍ້າຖ້ວມ ຫຼື ລະດັບນໍ້າທະເລ. ສົ່ງຜົນໃຫ້ຕົວເລກຄວາມເສຍຫາຍທີ່ຄາດການໄວ້ເພີ່ມຂຶ້ນອີກປະມານ 50%.

ການຄົ້ນຄວ້ານີ້ຍັງໄດ້ຄາດການອີກວ່າ ທຸກ​ພາກພື້ນ​ໃນ​ທົ່ວ​ໂລກ​ຈະ​ປະ​ເຊີນ​ກັບ​ການ​ສູນ​ເສຍ​ດ້ານ​ເສດ​ຖະ​ກິດ​ຈາກ​ໂລກ​ຮ້ອນ. ຍົກເວັ້ນບາງພື້ນທີ່ທີ່ມີເສັ້ນຂະໜານສູງຫຼາຍ ທີ່ອາດຈະໄດ້ຮັບຜົນປະໂຫຍດຈາກການປ່ຽນແປງຂອງອຸນຫະພູມທີ່ແປປວນໜ້ອຍລົງ.

ຢ່າງໃດກໍຕາມ, ເຂດທີ່ມີແນວໂນ້ມທີ່ຈະປະສົບກັບການສູນເສຍທາງດ້ານເສດຖະກິດທີ່ໃຫຍ່ທີ່ສຸດແມ່ນຢູ່ໃນເສັ້ນຂະໜານທີ່ຕໍ່າ. ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນພາກພື້ນ​ທີ່​ມີ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ສະ​ສົມໃນ​ອະດີດ ແລະ ມີລາຍໄດ້ທີ່ຕໍ່າໃນປັດຈຸບັນ.

ຄວາມເສຍຫາຍທາງດ້ານເສດຖະກິດຈາກວິກິດການໂລກຮ້ອນທີ່ພວກເຮົາກໍາລັງປະເຊີນໃນປັດຈຸບັນ ແມ່ນມູນຄ່າຫຼາຍກວ່າ 6 ເທົ່າເມື່ອທຽບກັບຄ່າໃຊ້ຈ່າຍໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ. ​ເພື່ອ​ທີ່ຈະປ້ອງກັນບໍ່ໃຫ້ເສຍຫາຍໄປຫຼາຍກວ່ານີ້ ຈຳເປັນຕ້ອງບັນລຸ​ເປົ້າ​ໝາຍ​ຈຳກັດ​ອຸນຫະພູມ​ໂລກ​ໃຫ້​ບໍ່​ເກີນ 2 ອົງສາ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ສັນຍາ​ປາຣີສ.

ທີ່ມາ:

facebook

nature

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/