ທະນາຄານກາງທົ່ວໂລກ ແຫ່ຊື້ຄຳເພີ່ມຂຶ້ນຫຼາຍທີ່ສຸດເປັນປະຫວັດການ ດັນລາຄາຄຳເພີ່ມສູງຂຶ້ນອີກ


ບົດລາຍງານທ່າອ່ຽງຄວາມຕ້ອງການຄໍາ Q1 ຫຼື ໄຕມາດທໍາອິດຂອງປີ 2024 ຂອງສະພາຄໍາໂລກເປີດເຜີຍວ່າຄວາມຕ້ອງການຄໍາທົ່ວໂລກທັງໝົດ (ລວມທັງການຊື້ OTC) ເພີ່ມຂຶ້ນ 3% ເມື່ອທຽບໃສ່ປີກາຍມາເປັນ 1,238 ໂຕນ, ເຊິ່ງເປັນໄຕມາດທໍາອິດທີ່ເຂັ້ມແຂງທີ່ສຸດນັບຕັ້ງແຕ່ 2016 ດັນລາຄາຄໍາເພີ່ມສູງຂຶ້ນອີກ.

ການລົງທຶນໃນຄຳ ແລະ ການຊື້ຂອງທະນາຄານກາງທົ່ວໂລກຢ່າງຕໍ່ເນື່ອງ ແລະ ຄວາມຕ້ອງການທີ່ສູງຂຶ້ນຈາກຜູ້ຊື້ໃນອາຊີ, ໄດ້ຊ່ວຍຊຸກຍູ້ໃຫ້ລາຄາຄໍາສະເລ່ຍປະຈໍາໄຕມາດຢູ່ທີ່ 2,070 ໂດລາຕໍ່ອອນ ເພີ່ມຂຶ້ນປະມານ 10% ຂອງປີຕໍ່ປີ ແລະ ສູງກວ່າ 5% ເມື່ອທຽບໃສ່ໄຕມາດ ຕໍ່ໄຕມາດ.

ທະນາຄານກາງໄດ້ສືບຕໍ່ຊື້ຄໍາຢ່າງໄວວາ, ເພີ່ມ 290 ໂຕນ ໃນການຖືຄອງທົ່ວໂລກຢ່າງເປັນທາງການໃນລະຫວ່າງໄຕມາດ. ການຊື້ຢ່າງສະໝ່ຳສະເໝີ, ຕໍ່ເນື່ອງ ແລະ ເພີ່ມຂຶ້ນ ຂອງ ຂະແໜງການທີ່ເປັນທາງການຂອງແຕ່ລະປະເທດ ໄດ້ສະທ້ອນເຖິງຄວາມສຳຄັນຂອງຄຳ ໃນຖານະຄັງສຳຮອງ ລະຫວ່າງປະເທດ ທ່າມກາງສະພາບການທົ່ວໂລກທີ່ມີຄວາມສ່ຽງຫຼາຍຂຶ້ນ.

ສຳລັບການຊື້ຂາຍຄຳ ໃນ ສປປ ລາວ ປະຈຳວັນທີ 2 ພຶດສະພາ 2024 ແມ່ນຢູ່ໃນລາຄາ 28.009.000 ລ້ານກີບ ຕໍ່ 1 ບາດ ສໍາລັບຄໍາຮູບປະພັນ ແລະ 27.950.000 ກີບຕໍ່ 1 ​ບາດ ສຳລັບຄຳແທ່ງ.

ທີ່ມາ: https://www.gold.org/news-and-events/press-releases/global-gold-demand-stays-strong-supporting-record-high-prices

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/