ຣັດເຊຍ ກ່າວຫາ ອາເມຣິກາ ແຮັກຂໍ້ມູນ iPhone ຫຼາຍພັນໜ່ວຍເພື່ອສອດແນມ


ວັນທີ 1 ມິຖຸນາ 2023 ທີ່ຜ່ານມາ ໜ່ວຍງານຂ່າວກອງ FSB ຂອງຣັດເຊຍ ເຜີຍແຜ່ຖະແຫຼງການໂດຍລະບຸວ່າ ໄດ້ເຮັດການເປີດໂປງປະຕິບັດການໂຈລະກຳຂອງອາເມຣິກາ ທີ່ເຮັດການເຈາະລະບົບໂທລະສັບມືຖື ຍີ່ຫໍ້ Apple ທີ່ເຮົາເອີ້ນຕິດປາກວ່າ iPhone ຫຼາຍພັນໜ່ວຍ ໂດຍໃຊ້ຊອບແວສອດແນມທີ່ມີຄວາມຊັບຊ້ອນ.

ທາງ FSB ເຊິ່ງເປັນໜ່ວຍງານຂ່າວກອງຫຼັກທີ່ສືບທອດມາຈາກ KGB ໃນຍຸກສະຫະພາບໂຊວຽດ ໄດ້ລະບຸວ່າ iPhone ຫຼາຍພັນໜ່ວຍນັ້ນຕິດໄວຣັສ ລວມໄປຮອດ iPhone ຂອງຊາວຣັດເຊຍ ແລະ ນັກການທູດຕ່າງປະເທດທີ່ຢູ່ໃນຣັດເຊຍ ຕະຫຼອດຮອດປະເທດອະດີດສະຫະພາບໂຊວຽດ.

ໂດຍ Eugene Kaspersky ຊີອີໂອຂອງ Kaspersky Lab ໄດ້ທະວີດຂໍ້ຄວາມຜ່ານທາງ Twitter ວ່າ ໂທລະສັບມືຖືຂອງພະນັກງານຫຼາຍສິບໜວ່ຍໄດ້ຖືກເຈາະລະບົບໂດຍໜ່ວຍງານຂອງລັດຖະບານຂອງອາເມຣິກາ ເຊິ່ງບໍລິສັດໄດ້ອະທິບາຍວ່າ ເປັນການໂຈມຕິທາງໄຊເບີທີ່ຊັບຊ້ອນ ທາງ FSB ເຊິ່ງເປັນໜ່ວຍງານຂ່າວກອງຂອງຣັດເຊຍຍັງກ່າວຫາວ່າ ການເຈາະ iPhone ໃນຄັ້ງນີ້ ສະແດງໃຫ້ເຫັນເຖິງ ຄວາມຮ່ວມມືຢ່າງໃກ້ຊິດ ລະຫວ່າງ Apple ແລະ ສຳນັກງານຄວາມໝັ້ນຄົງແຫ່ງຊາດ (NSA) ເຊິ່ງເປັນໜ່ວຍງານຫຼັກຂອງອາເມຣິກາ ທີ່ຮັບຜີດຊອບດ້ານການເຂົ້າລະຫັດ ແລະ ການສື່ສານຂ່າວກອງ ແລະ ຄວາມໝັ້ນຄົງ ແຕ່ທາງ FSB ບໍ່ໄດ້ສະແດງຫຼັກຖານໃຫ້ເຫັນວ່າທາງ  Apple ມີການຮ່ວມມື ຫຼືມີສ່ວນຮູ້ເຫັນກັບປະຕິບັດການດັ່ງກ່າວ.

ຢ່າງໃດກໍຕາມ ທາງດ້ານຂອງ Apple ໄດ້ອອດຖະແຫຼງການປະຕິເສດຂໍ້ກ່າວຫາ ໂດຍລະບຸວ່າ ພວກເຮົາບໍ່ເຄີຍເຮັດວຽກຮ່ວມກັບລັດຖະບານໃດໆ ໃນການເຈາະຂໍ້ມູນໃນອຸປະກອນໃດໆ ຂອງ Apple ແລະ ພວກເຮົາຈະບໍ່ເຮັດແບບນັ້ນ ຢ່າງແນ່ນອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/