ຜູ້ກໍ່ຕັ້ງ ClickMedix ພົບບັນຫາທີມງານຕຶງບໍ່ສາມັກຄີ ເລີຍສ້າງທີມໃຫ້ເຮັດຕະຫຼົກເຮຮາ


ບາງບໍລິສັດບໍ່ວ່າຈະຂະໜາດນ້ອຍ,​ ກາງ ແລະ ຂະໜາດໃຫຍ່ ປາສະຈາກບໍ່ໄດ້ກ່ຽວການເຮັດວຽກທີ່ບໍ່ໄດ້ປະສິດທິພາບ ເນື່ອງຈາກມີຫຼາຍປັດໄຈດ້ວຍກັນ, ການເຮັດວຽກເປັນທີມທີ່ບໍ່ລົງຕົວ ກໍເປັນອີກບັນຫາໜຶ່ງທີ່ສຳຄັນກັບບາງບໍລິສັດ ເຊິ່ງສາມາດກໍ່ໃຫ້ເກີດຄວາມບໍ່ສະບາຍໃຈ ຄວາມບໍ່ເກງໃຈກັນເກີດຂຶ້ນ ບໍ່ມີຄວາມສາມັກຄີພາຍໃນທີມ ແລະ ກາຍເປັນວຽກງານບໍ່ໄດ້ປະສິດທິພາບ.

Ting Shih ຜູ້ກໍ່ຕັ້ງ ClickMedix ກໍໄດ້ພົບກັບບັນຫາທີ່ໃຫຍ່ທີ່ສຸດ ທີ່ຄອຍດຶງບໍ່ໃຫ້ທຸລະກິດໄປໄດ້ໄກ ຫຼື ຈະເລີນເຕີບໂຕເພາະ “ທີມບໍ່ລົງຕົວ” ເຊິ່ງເກີດມາຈາກການລົງມືເຮັດຮ່ວມກັນລະຫວ່າງທີມ ການເຮັດວຽກເປັນທີມບໍ່ແນ່ນອນສະເໝີໄປວ່າຈະສຳເລັດຈາກຄົນດຽວ, ເພາະບໍ່ແມ່ນແຕ່ຄົນເກັ່ງ ແຕ່ຕ້ອງເປັນຄົນທີ່ມີວິໄສທັດ ແລະ ມຸມມອງໃນທິດທາງດຽວກັນ “Teamwork makes the dream work” .

ຈາກປະສົບການຂອງ Ting Shih ໃນທຸລະກິດເທັກໂນໂລຍີດ້ານການດູແລສຸຂະພາບ ເຊິ່ງລາວໄດ້ແນະນຳ 3 ວິທີດ້ວຍກັນ ເພື່ອຈະໃຫ້ໄດ້ເໝາະກັບທີມຂອງຕົນເອງ.

1.ສ້າງທີມທີ່ມີຄວາມໂດດເດັ່ນແຕກຕ່າງກັນ ບໍ່ແມ່ນການລວມຕົວຂອງຄົນທີ່ມີທັກສະຄືກັນ: ຜູ້ປະກອບການສ່ວນໃຫຍ່ ມັກຈະເບິ່ງຫາລູກທີມທີ່ມີຄວາມຄິດຄ້າຍຄືກັນກັບຕົນເອງ ເພາະພວກເຂົາເຊື່ອວ່າການເຮັດວຽກແບບໄປໄດ້ຕະຫຼອດ ຫຼື ງ່າຍສະບາຍ. ແຕ່ໃນຄວາມເປັນຈິງແລ້ວ ມັນຄືການເລີ່ມຕົ້ນທີ່ຜິດພາດ ເພາະຖ້າຫາກມີຄົນຄ້າຍຄືກັນຫຼາຍເທົ່າໃດ ການເຮັດວຽກທີ່ອອກມາກໍຈະບໍ່ມີຄວາມໂດດເດັ່ນເລີຍ. ທີມທີ່ດີຄືທີມທີ່ມີລັກສະນະທີ່ແຕກຕ່າງກັນ ບໍ່ແມ່ນເອົາສິ່ງທີ່ທຸກຄົນຖະໜັດມາລວມກັນ.

2.ຕ້ອງວິໄສທັດ ແລະ ຄ່ານິຍົມດຽວກັນ ເບິ່ງຄືວ່າອົງກອນຕ້ອງເດີນໄປທິດໃດ ເຖິງຈະມີໂອກາດເຕີບໂຕ: ທັກສະທີ່ແຕກຕ່າງບໍ່ເທົ່າກັບວິໄສທັດທີ່ແຕກຕ່າງ ເພາະການເຮັດວຽກຈຳເປັນຕ້ອງມີການລວມຕົວຂອງຄົນທີ່ເບິ່ງເຫັນພາບຄວາມສຳເລັດດຽວກັນ ການທີ່ທຸກຄົນໃນທີມມຸ່ງໜ້າສູ່ວິໄສທັດດຽວກັນ ຈະວ່ອງໄວໃນການເຕີບໂຕຂອງອົງກອນ ໄປໃນທາງທິດທີ່ຖືກຕ້ອງ ເພື່ອປັບປຸງການເຮັດວຽກ.

3.ທີມທີ່ແມ່ນ ຈະມາພ້ອມກັບຄວາມໄວ້ວາງໃຈ ເພາະແຕ່ລະຄົນມີ່ໜ້າທີ່ ທີ່ຕ້ອງເຮັດເປັນຂອງຕົນເອງ: ຖ້າປຽບທຽບແລ້ວ ການເຮັດວຽກຮ່ວມກັນກໍຄືຄວາມຮັກ ເພາະຖ້າຫາກພົບຄົນທີ່ແມ່ນ ມັນຈະມີສັນຊາດຕະຍານບອກວ່າຄົນນີ້ຄືຄູ່ຊີວິດ ແລະ ສາມາດຝາກຕົນເອງໄວ້ກັບເຂົາຄົນນັ້ນໄດ້.

ການລວບລວມທີມທີ່ເໝາະສົມອາດຈະເປັນເລື່ອງຍາກ ແຕ່ເປັນສິ່ງສຳຄັນສຳລັບການບໍລິຫານບໍລິສັດທີ່ປະສົບຜົນສຳເລັດ ການມີທັກສະທີ່ໂດດເດັ່ນ ທັກສະເສີມ ວິໄສທັດຮ່ວມກັນ ແລະ ຄວາມໄວ້ວາງໃຈ ເປັນອົງປະກອບຫູັກ ເພື່ອໃຫ້ແນ່ໃຈວ່າເປັນທີມທີ່ດີທີ່ສຸດ ເພື່ອທີ່ຈະຊ່ວຍໃຫ້ອົງກອນເຕີບໂຕໄປໄດ້ຢ່າງໂດດເດັ່ນ ແລະ ໝັ້ນຍືນໃນການແຂ່ງຂັນທາງທຸລະກິດ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/