ລັດຖະບານ ອອສເຕຣເລຍ ປະກາດຂຶ້ນຄ່າແຮງ​ 5,75% ຕໍ່ສູ້ກັບຄ່າຄອງຊີບທີ່ເພີ່ມສູງຂຶ້ນ


ລັດຖະບານ ອອສເຕຣເລຍ ປະກາດຂຶ້ນຄ່າແຮງເຖິງ 5,75% ມີຜົນ 1​ ມິຖຸນາ ເປັນຕົ້ນໄປ ດ້ວຍເຫດຜົນທີ່ວ່າ ລັດຖະບານມີຄວາມເຂົ້າໃຈວ່າປະຊາຊົນຕ້ອງຕໍ່ສູ້ກັບຄ່າຄອງຊີບທີ່ເພີ່ມສູງຂຶ້ນ ແລະ ພາກເອກະຊົນກໍຕ້ອງແບກຮັບຄ່າໃຊ້ຈ່າຍພະນັກງານຍຸກໃໝ່  ທ່າມກາງສຽງສະທ້ອນຂອງນັກເສດຖະສາດທີ່ກັງວົນວ່າ ຕົ້ນທຶນເລົ່ານີ້ອາດສົ່ງຜົນກະທົບຕໍ່ການຕັດສິນໃຈດຳເນີນນະໂຍບາຍຂອງທະນາຄານກາງ.

ໂດຍການຂຶ້ນຄ່າແຮງຄັ້ງນີ້ ຈະສົ່ງຜົນໃຫ້ຄ່າແຮງຂັ້ນຕໍ່າຂອງ ອອສເຕຣເລຍ ເພີ່ມຂຶ້ນເປັນ ຊົ່ວໂມງລະ 22,61​ ໂດລາ ອອສເຕເລຍ ຫຼື ຕົກຢູ່ທີ່ປະມານ 269.000 ກີບຕໍ່ຊົ່ວໂມງ ແລະ ຄາດວ່າຈະມີຜົນຕໍ່ແຮງງານທົ່ວປະເທດປະມານ 2 ລ້ານຄົນ.

ຄະນະກຳມະການ ວຽກງານຍຸຕິທຳ ຫຼື Fair Work Commission: FWC ລະບຸວ່າ: “ລະດັບການປັບຂຶ້ນຄ່າແຮງທີ່ເຮົາກຳນົດໄວ້ນັ້ນໄດ້ພິຈາລະນາຢ່າງເໝາະສົມທີ່ສຸດ ສຳລັບສະຖານະການເສດຖະກິດໃນປັດຈຸບັນ ແລະ ເຮົາໄດ້ໃຫ້ຄວາມສຳຄັນກັບຜົນກະທົບຂອງອັດຕາເງິນເຟີ້ໃນປັດຈຸບັນ ທີ່ມີຜົນຕໍ່ພະນັກງານຍຸກໃໝ່ເຊິ່ງເພິ່ງພາລາຍໄດ້ຈາກເງິນເດືອນຂັ້ນພື້ນຖານ ໂດຍສະເພາະຢ່າງຍິ່ງແມ່ນພະນັກງານທີ່ໄດ້ຮັບຄ່າແຮງຂັ້ນຕໍ່າ”

ຢ່າງໃດກໍຕາມ ສຽງສະທ້ອນຈາກນັກເສດຖະສາດກໍຍັງກັງວົນວ່າ ການປັບຄ່າແຮງຂັ້ນຕໍ່າໃຫ້ສອດຄ່ອງກັບອັດຕາເງິນເຟີ້ ທີ່ 7% ອາດສ້າງເກນມາດຕະຖານສຳລັບການຄາດການຄ່າຈ້າງອື່ນໆ ທີ່ຈະສົ່ງຜົນກະທົບຕໍ່ການພິຈາລະນາຂອງທະນາຄານກາງອອສເຕຣເລຍ ຫຼື RBA ໃນການຄວບຄຸມອັດຕາເງິນເຟີ້ ໃຫ້ກັບໄປສູ່ເປົ້າໝາຍ 2-3%.

ປັດຈຸບັນອັດຕາເງິນເຟີ້ໃນທົ່ວໂລກກຳລັງດີດຕົວຂຶ້ນສູງທີ່ສຸດໃນຮອບຫຼາຍສິບປີ ແມ່ນແຕ່ສະຫະລັດອາເມຣິກາ  ແລະ ປະເທດອັງກິດ ກໍເອີ້ນໄດ້ວ່າອັດຕາເງິນເຟີ້ນັ້ນເພີ່ມຂຶ້ນໃນລະດັບທີ່ສູງທີ່ສຸດໃນຮອບ 40 ປີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/