iPhone ສ້າງຜົນງານອີກແລ້ວ! ຊ່ວຍຊີວິດຄອບຄົວທີ່ກຳລັງຕິດຢູ່ໃນໄຟປ່າ ດ້ວຍຟີເຈີ Emergency SOS


ເມື່ອເຮົາຕ້ອງຕິດຢູ່ໃນໄພພິບັດຈາກທຳມະຊາດ ອາດເຮັດໃຫ້ໂທລະສັບບໍ່ມີສັນຍານ ຫຼື ບໍລິການທາງອິນເຕີເນັດ ເຮັດໃຫ້ບໍ່ສາມາດຕິດຕໍ່ຂໍຄວາມຊ່ວຍເຫຼືອຈາກໃຜໄດ້. ແຕ່ຢ່າງຟ້າວຕົກໃຈ ເພາະຄຸນສົມບັດທີ່ຮູ້ຈັກກັນໜ້ອຍ ແລະ ບໍ່ຄ່ອຍໄດ້ໃຊ້ຄື “Apple Emergency SOS” ສຳລັບ iPhone ສາມາດຊ່ວຍຊີວິດທ່ານໄດ້ເຖິງແມ່ນວ່າອ້ອມຮອບຈະບໍ່ມີສັນຍານກໍຕາມ.

ເມື່ອບໍ່ດົນມານີ້, Michael Miraflor ໄດ້ແບ່ງປັນເລື່ອງລາວໃນ Twitter ກ່ຽວກັບໄຟປ່າທີ່ທຳລາຍລ້າງເກາະ Maui ເຊິ່ງຖືເປັນກໍລະນີຕົວຢ່າງທີ່ດີຂອງການຊ່ວຍຊີວິດໃນເຫດສຸກເສີນຂອງຄຸນສົມບັດ “Apple Emergency SOS”

Michael Miraflor ໄດ້ເວົ້າວ່າ “ພວກເຂົາ ແລະ ຄອບຄົວໄດ້ຕິດຢູ່ໃນລົດຢູ່ທີ່ເກາະ Maui ໃນຂະນະທີ່ໄຟປ່າໄດ້ລະເບີດຂຶ້ນຢ່າງກະທັນຫັນອ້ອມຮອບພວກເຂົາ ເຮັດໃຫ້ໂທລະສັບບໍ່ມີສັນຍານ. ດັ່ງນັ້ນ Apple Emergency SOS ຈຶ່ງເປັນທາງເລືອກສຸດທ້າຍທີ່ພວກເຂົາຈະສາມາດຕິດຕໍ່ກັບໜ່ວຍກູ້ໄພໄດ້”

ໂດຍຄຸນສົມບັດ Apple Emergency SOS ຈະສົ່ງຂໍ້ຄວາມໄປຫາໜ່ວຍກູ້ໄພສຸກເສີນໂດຍຜ່ານສັນຍານດາວທຽມ ເຖິງແມ່ນວ່າໂທລະສັບຂອງເຮົາຈະບໍ່ມີສັນຍານກໍຕາມ, ເຮັດໃຫ້ພວກເຂົາສາມາດປະສານງານກັບໜ່ວຍດັບເພີງ ແລະ ສາມາດເຂົ້າຊ່ວຍເຫຼືອ Michael Miraflor ພ້ອມດ້ວຍຄອບຄົວໄດ້ທັນເວລາ ແລະ ໄດ້ອອກຈາກບ່ອນເກີດເຫດ ແລ້ວມຸ່ງໜ້າເຂົ້າສະຖານທີ່ປອດໄພພາຍໃນເວລາ 30 ນາທີ

ຄຸນສົມບັດດັ່ງກ່າວຂອງ Apple ໄດ້ຖືກເປີດຕົວຄັ້ງທຳອິດໃນເດືອນພະຈິກ ປີ 2022 ອີງຕາມເວັບໄຊຂອງ Apple. ໂດຍຄຸນສົມບັດນີ້ ເມື່ອຜູ້ໃຊ້ໂທອອກດ້ວຍວິທີ SOS ມັນຈະໂທຫາໝາຍເລກສຸກເສີນໃນພື້ນທີ່ໂດຍອັດຕະໂນມັດ ແລະ ແຊຣຕໍາແໜ່ງຂອງເຮົາກັບໜ່ວຍບໍລິການສຸກເສີນ. ທັງນີ້ເຮົາຍັງສາມາດເພິ່ມຜູ້ຕິດຕໍ່ໃນກໍລະນີສຸກເສີນ ເຊິ່ງຈະໄດ້ຮັບຂໍ້ຄວາມຫຼັງຈາກທີ່ເຮົາວາງສາຍ ໂດຍຄຸນສົມບັດເພີ່ມເຕີມໃນ iPhone 14 ຊ່ວຍໃຫ້ສາມາດສົ່ງຂໍ້ຄວາມໃນະຫວ່າງ SOS ສຸກເສີນ ແລະ ບໍລິການສຸກເສີນຜ່ານດາວທຽມໄດ້ ໂດຍບໍ່ຈຳເປັນຕ້ອງມີສັນຍານອິນເຕີເນັດ.

ນອກຈາກນີ້, ໃນເດືອນພຶດສະພາທີ່ຜ່ານມາ ຄຸນສົມບັດດັ່ງກ່າວຍັງໄດ້ຊ່ວຍຊີວິດນັກປີນເຂົາ 10 ຄົນທີ່ພົບວ່າຕົວເອງຫຼົງທາງໃນ California’s Santa Paula Canyon ໂດຍບໍ່ມີສັນຍານອິນເຕີເນັດ. Apple Insider ລາຍງານວ່າ “ພວກເຂົາໄດ້ໃຊ້ຄຸນສົມບັດ SOS ສຸກເສີນເພື່ອຕິດຕໍ່ກັບພະແນກຕຳຫຼວດຂອງເມືອງ Ventura ແລະ ໄດ້ຖືກພົບເຫັນແລ້ວນຳກັບຄືນມາຢ່າງປອດໄພໂດຍທີມງານຄົ້ນຫາ ແລະ ກູ້ໄພ”.

ທີ່ມາ:

nypost

appleinsider

nypost2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/