ບໍລິສັດຍັກໃຫຍ່ດ້ານການລົງທຶນ “Fidelity Digital Assets” ໄດ້ເປີດຕົວກອງທຶນ Bitcoin ETF ແຫ່ງທໍາອິດໃນຢູໂຣບ


Fidelity Digital Assets ເປັນບໍລິສັດທີ່ຊ່ຽວຊານໃນການແກ້ໄຂບັນຫາສໍາລັບນັກລົງທຶນໃນຕະຫຼາດ cryptocurrency ເຊິ່ງໄດ້ຮັບເລືອກຈາກ Jacobi Asset Management ໃຫ້ມາດູແລກອງທຶນ Bitcoin ETF (BCOIN) ທີ່ກໍາລັງໄດ້ຮັບການອະນຸມັດເປັນແຫ່ງທຳອິດໃນຢູໂຣບຈາກ Guernsey Financial Services Commission (GFSC), ໂດຍກອງທຶນດັ່ງກ່າວໄດ້ໃສ່ຊື່ວ່າ “The Jacobi FT Wilshire Bitcoin ETF”

ກອງທຶນ “The Jacobi FT Wilshire Bitcoin ETF” ຈະຊ່ວຍໃຫ້ນັກລົງທຶນສຳຜັດກັບປະສົບການກັບການລົງທຶນໃນຊັບສິນດິຈິຕອລໂດຍບໍ່ຈໍາເປັນຕ້ອງຖືຄອງໂດຍກົງ. ເຊິ່ງນັກລົງທຶນສາມາດເຂົ້າໄປຊື້ຂາຍກອງທຶນໄດ້ແລ້ວໃນຕະຫຼາດຫຼັກຊັບ Amsterdam ຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ການເປີດຕົວຂອງ Jacobi FT Wilshire Bitcoin ETF ເກີດຂຶ້ນຫຼັງຈາກທີ່ມີການເປີດຕົວກອງທຶນ Bitcoin Equities ETF ກ່ອນໜ້ານີ້່. ຢ່າງໃດກໍຕາມ, Bitcoin Equities ETF ຖືກອອກແບບມາເພື່ອຕິດຕາມດັດຊະນີ Melanion Bitcoin Exposure Index ເຊິ່ງເປັນກະຕ່າຂອງຮຸ້ນຢູໂຣບ ແລະ ອາເມຣິກາທີ່ມີຄວາມກ່ຽວຂ້ອງກັບ Bitcoin ເຊັ່ນ: ບໍລິສັດທີ່ລົງທຶນໃນ Bitcoin, ເວັບໄຊການຄ້າ crypto ແລະ ການຂຸດ bitcoin.

ໂດຍທາງຂອງ Jacobi Asset Management ໄດ້ໃຫ້ສັນຍາວ່າຈະຮັບຜິດຊອບຕໍ່ສິ່ງແວດລ້ອມສັງຄົມ ແລະ ລັດຖະບານ (ESG) ກັບ Bitcoin ETF ຂອງພວກເຂົາ, ໂດຍຈະເປັນກອງທຶນຊັບສິນດິຈິຕອລແຫ່ງທຳອິດ ທີ່ມີຈຸດປະສົງໃນການລົດຜ່ອນອາຍຄາບອນ (Digital decarbonization) ເຊິ່ງເປັນໄປຕາມມາດຕາ 8 ຂອງ European Sustainable Finance Disclosure Regulation (SFDR) (SFDR) ເພື່ອສະໜອງທຶນໃຫ້ແກ່ຈຸດປະສົງດ້ານສິ່ງແວດລ້ອມ ແລະ ສັງຄົມ.

ເນື່ອງຈາກ Bitcoin ໄດ້ຕົກເປັນເປົ້າໝາຍຂອງຜູ້ສະໜັບສະໜູນ ESG ມາຕະຫຼອດຫຼາຍປີ ຍ້ອນການໃຊ້ພະລັງງານທີ່ສູງໃນການຂຸດຄົ້ນ Bitcoin. ອີງຕາມຂໍ້ມູນຈາກ Digiconomist ສະແດງໃຫ້ເຫັນວ່າການບໍລິໂພກໄຟຟ້າປະຈໍາປີທັງໝົດຂອງ Bitcoin ແມ່ນ 107.19 TWh, ເຊິ່ງປຽບທຽບກັບການບໍລິໂພກພະລັງງານໃນປະເທດຄາຊັກສະຖານທັງໝົດ

ແຕ່ເຖິງແບບນັ້່ນ, ສະຫະລັດຍັງບໍ່ມີຄວາມຊັດເຈນຕໍ່ກັບກົດລະບຽບ ແລະ ຍັງບໍ່ມີສັນຍານວ່າໜ່ວຍງານຄຸ້ມຄອງດູແລຂອງສະຫະລັດຈະອະນຸມັດໃຫ້ກອງທຶນປະເພດນີ້ ເຖິງແມ່ນວ່າມີການຍື່ນຕໍ່ຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບ (SEC) ໃນຊຸມປີທີ່ຜ່ານມາ, ເຊິ່ງກອງທຶນທັງໝົດກໍຖືກປະຕິເສດ.

ຢ່າງໃດກໍຕາມ, ຊຸມຊົນ crypto ຫວັງວ່າໜ່ວຍງານຄຸ້ມຄອງຈະອະນຸມັດກອງທຶນ bitcoin. ຫຼັງຈາກທີ່ບໍລິສັດຄຸ້ມຄອງສິນຊັບຍັກໃຫຍ່ BlackRock ກຳລັງກຽມເຂົ້າສູ່ອຸດສາຫະກໍາ crypto ແລະ ໄດ້ຍື່ນຄໍາຮ້ອງຂໍການສ້າງຕັ້ງກອງທຶນໃນເດືອນມິຖຸນາທີ່ຜ່ານມາ.

ທີ່ມາ:

decrypt

finbold

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/