Rachel Zegler ຜູ້ຮັບບົດ Snow White ບອກວ່າເຈົ້າຊາຍໃນຕົ້ນສະບັບເປັນ Stalker


ຫຼັງຈາກທາງ Disney ໄດ້ມີການເປີດຕົວໂປຣເຈັກສ້າງຮູບເງົາ ‘Snow White’ ສະບັບຄົນສະແດງອອກມາກໍກາຍເປັນອີກໜຶ່ງເລື່ອງລາວທີ່ນຳມາຖົກຖຽງກັນ ແລະ ວິຈານກ່ຽວກັບຄວາມພະຍາຍາມລຶບພາບເກົ່າລວມທັງສອດແຊກຄວາມ Woke ລົງໄປໃນຮູບເງົາຈົນຫຼາຍເກີນໄປ ເຮັດໃຫ້ຫຼາຍຄົນບໍ່ພໍໃຈ.

ແຕ່ຫຼ້າສຸດ Rachel Zegler ນັກສະແດງເຈົ້າຂອງບົດ ‘Snow White’ ທີ່ກຳລັງຢູ່ໃນໄລຍະ Post-production ແລະ ກຽມອອກສາຍໃນປີ 2024 ໄດ້ອອກມາເວົ້າເຖິງບົດເຈົ້າຊາຍໃນເລື່ອງລາວແບບສະບັບດັ້ງເດີມຂອງ Walt Disney ວ່າບໍ່ຕ່າງຈາກ Stalker ຫຼື ພວກສະກົດຮອຍ ເຊິ່ງຍັງບອກອີກວ່າບົດເຈົ້າຊາຍໃນສະບັບທີ່ Rachel Zegler ສະແດງ ຈະຖືກປັບໃຫ້ຮ່ວມສະໄໝ ແລະ ຈະບໍ່ເປັນແບບນັ້ນ.

ໂດຍຈຸດເລີ່ມຕົ້ນຂອງເລື່ອງນີ້ເລີ່ມມາຈາກ Rachel Zegler ໄດ້ໃຫ້ສຳພາດກັບທາງ Entertainment Weekly ໂດຍໃນບົດສຳພາດທາງ Rachel Zegler ໄດ້ຍ້ອງຕົ້ນສະບັບພຽງແຕ່ເທື່ອດຽວ ແລະ ບົດສຳພາດຍັງກ່າວວ່າ ຕົນເອງຢ້ານຮູບເງົາເລື່ອງ ‘Snow White’ ແລະບໍ່ຄິດຈະເບິ່ງອີກ ຈົນມາເບິ່ງອີກຄັ້ງໃນຕອນອາຍຸ16-17 ປີ.

 Rachel Zegler ຍັງໄດ້ໃຫ້ສຳພາດກັບທາງ Variety ໂດຍພະຍາຍາມຈະນຳສະເໜີຄວາມທັນສະໄໝ ມາສູ່ຕົວລະຄອນເຈົ້າຍິງ ໂດຍບົດສຳພາດໄດ້ກ່າວວ່າ “ຂ້ອຢາກຈະບອກວ່າ ນີ້ມັນບໍ່ແມ່ນປີ 1937 ແລ້ວ ນາງຈະບໍ່ມາລະເມີຝັນເຖິງຮັກແທ້ ແຕ່ຈະເປັນຜູ້ນຳ ໂດຍບໍ່ຕ້ອງຮຽກຮ້ອງຄວາມຊ່ວຍເຫຼືອຈາກເຈົ້າຊາຍອີກຕໍ່ໄປ ນາງຮູ້ຕົນເອງວ່າ ພໍ່ຜູ້ລ່ວງລັບຂອງນາງຈະບອກວ່າ ນາງສາມາດເປັນຜູ້ນຳໄດ້ ຖ້າບໍ່ຢ້ານສິ່ງໃດ ມີຄວາມຍຸຕິທຳ, ຄວາມກ້າຫານ”

ແນ່ນອນວ່າຍັງມີອີກບົດສຳພາດເມື່ອເດືອນຕຸລາ 2022 ໂດຍໃຫ້ສຳພາດວ່າ ‘Snow White’ ໃນສະບັບກາຕູນໃນປີ 1937 ນັ້ນເປັນເລື່ອງລາວຄວາມຮັກຂອງລາວກັບ Stalker ເຊິ່ງໃນຮູບເງົາຈະບໍ່ມີຫຍັງແບບນັ້ນ ພ້ອມກັບເວົ້າຢອກໆວ່າ ສາກຂອງເຈົ້າຊາຍ ທີ່ຮັບບົດໂດຍ Andrew Burnap ອາດຈະຖືກຕັດອອກຈາກຮູບເງົາ.

ແນ່ນອນວ່າມີຫຼາຍຄົນບໍ່ພໍໃຈກັບການໃຫ້ສຳພາດແລະ ບອກວ່າຫາກບໍ່ມັກຕົ້ນສະບັບແລ້ວ ເປັນຫຍັງຈຶ່ງເລືອກມາຮັບບົດ ແຕ່ຍັງມີບາງສ່ວນທີ່ອອກມາສະໜັບສະໜູນເຊັ່ນດຽວກັນ ວ່າບໍ່ແມ່ນເລື່ອງທີ່ຕ້ອງວິຈານຮຸນແຮງແຕ່ຢ່າງໃດ ທາງດ້ານຂອງ  Rachel Zegler ຍັງບໍ່ມີການເຄື່ອນໄຫວໃດໆກັບເຫດການນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/