ມາເລເຊຍ ກຽມສ້າງໂຮງງານພະລັງງານແສງຕາເວັນທີ່ໃຫຍ່ທີ່ສຸດໃນອາຊຽນ


ມາເລເຊຍ ໄດ້ວາງແຜນສ້າງໂຮງງານໄຟຟ້າພະລັງງານແສງຕາເວັນແບບ Solar Hybrid Plant ຂະໜາດໃຫຍ່ທີ່ສຸດໃນພູມີພາກອາຊີຕາເວັນອອກສຽງໃຕ້ ໃນຂະນະທີ່ຍັງຄົງສ້າງໂຮງງານໄຟຟ້າພະລັງງາານໄຮໂດຣເຈນ ເພື່ອໃຫ້ບັນລຸເປົ້າໝາຍ ເພີ່ມອັດຕາສ່ວນກຳລັງການຜະລິດຂອງພະລັງງານ ໝູນວຽນເປັນ 70% ໃຫ້ໄດ້ພາຍໃນປີ 2050.

ລັດຖະມົນຕີວ່າການກະຊວງເສດຖະກິດກ່າວວ່າ ກອງທຶນຄວາມໝັ້ນຄົງແຫ່ງຊາດມາເລເຊຍ ຈະເປັນຜູ້ນຳໃນການພັດທະນາໂຮງງານໄຟຟ້າພະລັງງານແສງຕາເວັນແບບໄຮບຣິດ ເຊິ່ງສາມາດດຶງດູດການລົງທຶນຈາກທົ່ວໂລກທັງໝົດໄດ້ສູງເຖິງ 6 ພັນລ້ານຣິງກິດ.

ໂຄງການນີ້ ຈະເປັນ 1 ​ໃນ 10 ໂຄງການທີ່ມີມູນຄ່າລວມກວ່າ 2.5 ໝື່ນລ້ານຣິງກິດ ພາຍໃຕ້ແຜນງານການປ່ຽນແປງຜ່ານພະລັງງານແຫ່ງຊາດຂອງມາເລເຊຍ (National Energy Transition Roadmap: NETR) ເຊິ່ງແຜນງານ NETR ນັບໄດ້ວ່າເປັນຄວາມພະຍາຍາມມຂອງຝ່າຍບໍລິຫານຂອງລັດຖະບານມາເລເຊຍ ທີ່ຈະປ່ຽນແປງພະລັງງານໝູູນວຽນໃນເຊີງເສດຖະສາດ ເພື່ອໃຫ້ສາມາດຂະຫຍາຍກຳລັງການຜະລິດໄຟຟ້າຕິດຕັ້ງ (Installed Capacity) ໄດ້ຢ່າງວ່ອງໄວດ້ວຍໂຄງສ້າງພື້ນຖານ ແລະ ເທັກໂນໂລຍີທີ່ເໝາະສົມ.

ລັດຖະບານຍັງເປີດເຜີຍວ່າ ການໄຟຟ້າມາເລເຊຍ ຜູ້ຜະລິດໄຟຟ້າລາຍໃຫຍ່ ບໍລິສັດນ້ຳມັນຕ່າງໆ ກໍຈະເປັນສ່ວນໜຶ່ງຂອງໂຄງການເຊັ່ນດຽວກັນ. ໃນເດືອນພຶດສະພາທີ່ຜ່ານມາ ມາເລເຊຍໄດ້ຫຍັບເປົ້າໝາຍການຜະລິດພະລັງງານໝູນວຽນຂຶ້ນເປັນ 70% ຈາກ 40% ຂອງກຳລັງການຜະລິດທັງໝົດໃນປີ 2050 ເຊິ່ງເປົ້າໝາຍດັ່ງກ່າວ ຈໍາເປັນຕ້ອງໃຊ້ເງິນລົງທຶນສູງ.

ຂໍ້ມູນຈາກ:

The Straits Times

AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/