Suki Teenoi ຮ້ານສຸກີ້ຊື່ດັງຂອງປະເທດໄທ ແນມຫາໂອກາດທີ່ຈະຂະຫຍາຍສາຂາມາເປີດຢູ່ ສປປ ລາວ


Suki teenoi ຮ້ານສຸກີ້ບຸບເຟ່ຊື່ດັງຂອງປະເທດໄທ ມີແຜນຈະຂະຫຍາຍສາຂາເພີ່ມອີກ 60 ​ສາຂາພາຍໃນປະເທດ ພ້ອມແນມຫາໂອກາດບຸກຕະຫຼາດນອກປະເທດ ຂະຫຍາຍສາຂາມາເປີດໃນປະເທດອ້ອມຂ້າງຢ່າງ ກຳປູເຈຍ ແລະ ສປປ ລາວ.

ທ່ານອະດິສັກ ສຸຂຸມວິທະຍາ ຫົວໜ້າກຳມະການບໍລິຫານ ບໍລິສັດ ເຈມາດ ກຣຸບ ໂຮນດິ້ງ ຈຳກັດຜູ້ດຽວ ຫຼື JMART ຜູ້ຮ່ວມທຶນໃນຮ້ານອາຫານ BNN ຈຳກັດ ຫຼື “ສຸກີ້ຕີ໋ນ້ອຍ” ເປີດເຜີຍວ່າ: ບໍລິສັດຍັງຢູ່ໃນຂັ້ນຕອນການຂະຫຍາຍສາຂາຕື່ມອີກໃນຕ່າງປະເທດ. ໂດຍການໂອ້ລົມກັບພັນທະມິດໃນກຳປູເຈຍເພື່ອສຶກສາຄວາມເປັນໄປໄດ້, ການຕະຫຼາດ, ສະຖານທີ່ ແລະ ຮູບແບບທຸລະກິດ. ຄາດວ່າຈະມີຄວາມຊັດເຈນພາຍໃນປີ 2024 ໃນຂະນະທີ່ກໍາລັງສຶກສາຂະຫຍາຍສາຂາໄປແຂວງອຸດອນທານີ ແລະ ອຸບົນຣາຊະທານີ  ເພື່ອໂອກາດທີ່ຈະຂະຫຍາຍໄປສູ່ ສປປ ລາວ, ແຕ່ປັດຈຸບັນຍັງບໍ່ມີລາຍລະອຽດຫຼາຍ”.

ໂດຍ ສຸ​ກີ້ຕີ໋ນ້ອຍ ມີ​ແຜນ​ຈະ​ຂະຫຍາຍ​ສາຂາ​ຕື່ມ​ອີກ​ພາຍ​ໃນ​ປີ​ນີ້​ປະມານ 60 ສາຂາ, ​ໂດຍ​ມີ​ພື້ນທີ່​ສາມາດ​ຮອງຮັບ​ການ​ຂະຫຍາຍ​ໄດ້ 55 ສາຂາ, ໂດຍຈະເປັນການ​ເນັ້ນ​ການ​ຂະຫຍາຍ​ສາຂາ​ຢູ່​ກຸງເທບ. ພ້ອມ​ທັງ​ມີ​ແຜນ​ຈະ​ຂະຫຍາຍ​ສາຂາ​ໄປ​ຍັງ​ແຂວງ​ຕ່າງໆ​ອີກ​ດ້ວຍ

ທ່ານອະດິສັກ ສຸຂຸມວິທະຍາ ຍັງເປີດເຜີຍອີກວ່າ: ໃນການລົງທຶນຂອງກຸ່ມບໍລິສັດ ຮ້ານອາຫານ BNN ຈຳກັດ ຫຼື “ສຸກິ້ຕີ໋ນ້ອຍ” ຢູ່ໃນລະດັບ 30% ນັ້ນເປັນການລົງທຶນທີ່ກຸ້ມຄ່າໃນໄລຍະຍາວ. ຈາກທ່າອ່ຽງການເຕີບໂຕຂອງລາຍຮັບ ແລະ ເຊື່ອໝັ້ນວ່າ ສຸກີ້ຕີ໋ນ້ອຍ ຈະເປັນເຄື່ອງຈັກສຳຄັນ ທີ່ຈະຂັບເຄື່ອນ ປະສິດທິພາບ ຂອງກຸ່ມບໍລິສັດ ເຈມາດ ໃນໄຕມາດທີ 3 ແລະ 4 ຂອງປີນີ້ ໂດຍຄາດວ່າ ຕົວເລກຍອດຂາຍ ໃນແຕ່ລະປີ ຄາດວ່າຈະມີຢ່າງໜ້ອຍ 500 ລ້ານບາດ.

ຮ້ານ ສຸກີ້ຕີ໋ນ້ອຍ ຖືເປັນອີກໜຶ່ງ ຮ້ານຈຸ່ມ ບຸບເຟ່ ທີ່ໄດ້ຮັບຄວາມນິຍົມເປັນຢ່າງສູງໃນກຸ່ມໄວໜຸ່ມໄທ ດ້ວຍອາຫານທີ່ຫຼາກຫຼາຍ ແຈ່ວທີ່ເປັນເອກະລັກ ແລະ ທີ່ສຳຄັນແມ່ນລາຄາບໍ່ແພງ. ໂດຍປັດຈຸບັນ ມີສາຂາທັງໝົດ ເຖິງ 46 ສາຂາທົ່ວປະເທດໄທ.

ທີ່ມາ:

https://www.thairath.co.th/money/investment/stocks/2717671

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/