ລາຄາ Bitcoin ລົດລົງຢ່າງຮຸນເເຮງຕໍ່າກວ່າລະດັບ 29,000 ໂດລາ ຫຼັງຈາກການປະຊຸມຂອງ FED ທີ່ມີທ່າທີຈະປັບອັດຕາດອກເບ້ຍຂຶ້ນ


ກ່ອນໜ້ານີ້ລາຄາຂອງ Bitcoin ໄດ້ຢືນຢູ່ເໜືອລະດັບ 29,000 ໂດລາຢ່າງເຂັ້ມແຂງເປັນເວລາຫຼາຍມື້, ໂດຍຫຼ້າສຸດລາຄາຂອງ Bitcoin ກັບລົດລົງຢ່າງຮຸນແຮງຕໍ່າກວ່າລະດັບ 29,000 ໂດລາ. ເຊິ່ງເຫດການດັ່ງກ່າວໄດ້ເກີດຂຶ້ນໃນຕອນເຊົ້າຂອງມື້ນີ້ (ວັນທີ 17 ສິງຫາ) ຫຼັງຈາກທີ່ທະນາຄານກາງຂອງສະຫະລັດ (FED) ໄດ້ມີການລາຍງານການປະຊຸມວ່າຈະຍັງຄົງແນວທາງເດີມຄື ຍັງຄົງແນມເຫັນວ່າອັດຕາເງິນເຟີ້ນັ້ນຍັງຄົງສູງເກີນໄປ ແລະ ມີທ່າທີທີ່ຈະປັບອັດຕາດອກເບ້ຍຂຶ້ນອີກ ສົ່ງຜົນໃຫ້ຕະຫຼາດມີຄວາມກັງວົນຕໍ່ວ່າ FED ຈະຂຶ້ນດອກເບ້ຍເພື່ອສະກັດກັ້ນອັດຕາເງິນເຟີ້.

ທັງນີ້ ໃນການປະຊຸມຍັງໄດ້ສະແດງໃຫ້ເຫັນທ່າທີທີ່ບໍແນ່ນອນຂອງ FED , ໃນຂະນະດຽວກັນນັກວິເຄາະຂອງ Bank of America ຄາດການວ່າ Fed ຈະຍັງຄົງອັດຕາດອກເບ້ຍຂ້າມຄືນຢູ່ທີ່ລະດັບ 5.25% – 5.50% ໃນການປະຊຸມເດືອນກັນຍາ.

ແຕ່ເຖິງແບບນັ້ນ ລາຄາຂອງ Bitcoin ກໍໄດ້ມີການຕອບສະໜອງຕໍ່ກັບການປະຊຸມຂອງ FED ໃນຄັ້ງນີ້ ໂດຍມີລາຄາລົດລົງປະມານ 3 % ໃນ 24 ຊົ່ວໂມງທີ່ຜ່ານມາ ຫຼັງຈາກເຮັດຈຸດສູງສຸດຢູ່ທີ່ 29,191 ໂດລາ ແລະ ຈຸດຕໍ່າສຸດຢູ່ທີ່ 28,428 ໂດລາ, ອີງຕາມຂໍ້ມູນຈາກ coinmarketcap.

ທີ່ມາ:

coindesk

reuters

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/