ດິນເຈື່ອນເໝືອງຢົກໃນປະເທດມຽນມາ ສູນຫາຍກວ່າ 30​ ຄົນ


ເກີດເຫດດິນເຈື່ອນທີ່ເໝືອງຢົກໃນລັດຄະຊິ່ນ ທາງເໜືອຂອງປະເທດມຽນມາ ສົ່ງຜົນໃຫ້ມີຜູ້ສູນຫາຍຫຼາຍກວ່າ 30 ຄົນ ທາງເຈົ້າໜ້າທີ່ໜ່ວຍກູ້ໄພນັບຮ້ອຍຄົນກຳລັງເລັ່ງລະດົມຄົ້ນຫາ ແລະ ພ້ອມໃຫ້ຄວາມຊ່ວຍເຫຼືອຢ່າງເຕັມຮູບແບບ.

ວັນທີ 15 ສິງຫາ 2023 ເຈົ້າໜ້າທີ່ກູ້ໄພມຽນມາ ສົ່ງທີມຄົ້ນຫາພື້ນທີ່ ຫຼັງເກີດເຫດດິນເຈື່ອນບໍລິເວນເໝືອງຢົກໃນເມື່ໍອງ ພາກັ່ນ ລັດຄະຊິ່ນ ສົ່ງຜົນໃຫ້ມີຜູ້ສູນຫາຍຢ່າງໜ້ອຍ 36 ຄົນ ທີ່ພະຍາຍາມຂຸດຫາຢົກຈຳນວນຫຼາຍຕົກລົງໄປໃນນັ້ນ ເຊິ່ງເຫດການເກີດຂຶ້ນໃນວັນອາທິດທີ່ຜ່ານມາ.

ໃນລາຍງານກ່າວວ່າ ອຸບັດຕິເຫດໃນເທື່ອນີ້ເກີດຂຶ້ນຫຼັງກອງດິນຂະໜາດຄວາມສູງປະມານ 150ມ ເຈື່ອນລົງມາ ຈົນເຖິງຕອນນີ້ໄດ້ຊ່ວຍເຫຼືອໄດ້ທັງໝົດ 8 ຄົນ ຖືກນຳສົ່ງໂຮງໝໍເປັນທີ່ຮຽບຮ້ອຍ ທາງໜ່ວຍງານທ້ອງຖິ່ນຍັງຄົງລະດົມກຳລັງເກັບກວາດເພື່ອຊ່ວຍເຫຼືອຜູ້ລອດຊີວິດທີ່ອາດຈະຕິດຢູ່ໃນກອງດິນດັ່ງກ່າວ.

ໂດຍບໍລິເວນນີ້ເຄີຍເກີດເຫດມາກ່ອນແລ້ວເມື່ອເດືອນ ກໍລະກົດ 2020 ເຊິ່ງຄັ້ງນັ້ນມີຜູ້ເສຍຊີວິດຮອດ 162 ຄົນ ເຊັ່ນດຽວກັນກັບເມື່ອປີ 2021 ທີ່ເຄີຍມີເຫດການລັກສະນະດຽວກັນ ພ້ອມຄາດການວ່າທຸລະກິດເໝືອງຢົກ ສ້າງລາຍໄດ້ຫຼາຍກວ່າ 30.000 ລ້ານໂດລາ ຕໍ່ປີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/