ລາຄາ Bitcoin ເພີ່ມຂຶ້ນແຕະລະດັບສູງສຸດໃໝ່ເປັນປະຫວັດສາດໃນອາເຈນຕິນາ ຫຼັງ Javier Milei ໄດ້ຮັບໄຊຊະນະໃນການເລືອກຕັ້ງ


ລາຄາຂອງ Bitcoin (BTC) ໄດ້ເພີ່ມຂຶ້ນແຕະລະດັບສູງສຸດເປັນປະຫວັດສາດທີ່ 10 ລ້ານເປໂຊໃນອາເຈນຕິນາ, ຫຼັງຈາກທີ່ Javier Milei ຜູ້ສະໝັກທີ່ສະໜັບສະໜູນ Bitcoin ໄດ້ຊະນະການເລືອກຕັ້ງໃນການຊິງຕໍາແໜ່ງປະທານາທິບໍດີຂອງປະເທດ.

ໂດຍ Javier Milei ໄດ້ຮັບຄະແນນສຽງເຖິງ 30,1% ແຊງໜ້າຜູ້ສະໝັກອື່ນໆຈາກພັກ Together for Change ແລະ ກຸ່ມ Peronist ທີ່ເປັນຜູ້ປົກຄອງເຊິ່ງໄດ້ຄະແນນສຽງ 28,3% ແລະ 27,2% ຕາມລຳດັບ.

ໄຊຊະນະທີ່ໄດ້ມາໂດຍບໍ່ຄາດຄິດຂອງ Javier Milei ໄດ້ຖືກເຫັນວ່າເປັນການປະຕິເສດການສ້າງຕັ້ງທາງດ້ານການເມືອງຂອງອາເຈນຕິນາ. ຜູ້ສະໝັກທີ່ສະໜັບສະໜູນ BTC ກາຍເປັນການຕໍ່ຕ້ານການສ້າງຕັ້ງຫຼັງຈາກສະເໜີໃຫ້ເສດຖະກິດເປັນເງິນໂດລາ ແລະ ຮຽກຮ້ອງໃຫ້ຍົກເລີກທະນາຄານກາງຍ້ອນບັນຫາເສດຖະກິດຂອງປະເທດ.

ອີງຕາມຂໍ້ມູນຂອງ Kaiko ບໍລິສັດວິເຄາະ blockchain , ສະແດງໃຫ້ເຫັນວ່າມູນຄ່າຂອງ Bitcoin ເພີ່ມຂຶ້ນແຕະ 10 ລ້ານເປໂຊ ເຮັດຈຸດສູງສຸດໃໝ່ເປັນປະຫວັດສາດ ຫຼັງຈາກທີ່ Javier Milei ໄດ້ຮັບໄຊຊະນະໃນການເລືອກຕັ້ງ. ໂດຍລາຄາ Bitcoin ໃນອາເຈນຕິນາໄດ້ເພີ່ມຂຶ້ນປະມານ 240% ນັບຕັ້ງແຕ່ຕົ້ນປີ ເມື່ອປຽບທຽບກັບເງິນເປໂຊ

ໃນຂະນະດຽວກັນ ມູນຄ່າຂອງ Bitcoin ໄດ້ເພີ່ມຂຶ້ນຫຼາຍກວ່າ 140% ເມື່ອປຽບທຽບກັບສະກຸນເງິນລີຣາຂອງຕຸຣເຄຍ ແລະ ຣູເບິນຂອງຣັດເຊຍ. ໂດຍ Kaiko ໄດ້ອະທິບາຍຕື່ມອີກວ່າປະເທດເຫຼົ່ານີ້ລ້ວນແມ່ນ “ສາມຕະຫຼາດເກີດໃໝ່ທີ່ມີເສດຖະກິດອ່ອນແອທີ່ສຸດ”

ທີ່ມາ:

cryptoslate

siamblockchain

japantimes

kaiko

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/