ອິນເດຍສັ່ງຫ້າມສົ່ງອອກເຂົ້າສານ ເນື່ອງຈາກກັງວົນຕໍ່ໄພແຫ້ງແລ້ງ ກະທົບລາຄາເຂົ້າທົ່ວໂລກ


ຈາກຄວາມກັງວົນຂອງທົ່ວໂລກ ທີ່ມີຕໍ່ພາວະ El Niño ທີ່ອາດສົ່ງຜົນໃຫ້ເກີດໄພແຫ້ງແລ້ງໃນໄລຍະຕໍ່ໜ້ານີ້ ຈຶ່ງເປັນສາເຫດທີ່ເຮັດໃຫ້ຫຼາຍປະເທດມີຄວາມກັງວົນຕໍ່ການກະກຽມຄວາມພໍພຽງທາງດ້ານສະບຽງອາຫານພາຍໃນປະເທດຂອງຕົນ. ເຊັ່ນດຽວກັນກັບປະເທດອິນເດຍ ທີ່ກ່ອນໜ້ານີ້ໄດ້ອອກມາປະກາດສັ່ງຫ້າມສົ່ງອອກເຂົ້າສານ ທີ່ບໍ່ແມ່ນພັນ Basmati ເນື່ອງຈາກຕ້ອງການຄວບຄຸມລາຄາອາຫານທີ່ເພີ່ມຂຶ້ນສູງພາຍໃນປະເທດ ແລະ ເພື່ອໃຫ້ສາມາດຮັບປະກັນວ່າຈະມີປະລິມານເຂົ້າສານພຽງພໍສຳລັບບໍລິໂພກພາຍໃນປະເທດ. ທັງນີ້, ຄາດວ່າການປູກເຂົ້າໃນພາກໃຕ້ຂອງອິນເດຍມີຄວາມສ່ຽງຈາກບັນຫາໄພແຫ້ງແລ້ງທີ່ເກີດຈາກພາວະ El Niño ທີ່ຈະເລີ່ມແຜ່ຂະຫຍາຍເປັນວົງກວ້າງໃນໄລຍະຂ້າງໜ້ານີ້.

ການງົດສົ່ງອອກເຂົ້າສານຂອງປະເທດອິນເດຍ ເຊິ່ງເປັນປະເທດທີ່ມີການສົ່ງອອກເຂົ້າສານຫຼາຍສຸດລາຍໃຫຍ່ຂອງໂລກ ຄາດວ່າຈະມີຜົນກະທົບຕໍ່ລາຄາເຂົ້າສານ ແລະ ຄວາມພຽງພໍທາງດ້ານສະບຽງອາຫານໃນຫຼາຍປະເທດທົ່ວໂລກ ທີ່ໄດ້ມີການນຳເຂົ້າ ເຂົ້າສານຈາກປະເທດອິນເດຍ ໂດຍສະເພາະປະເທດໃນພາກພື້ນອາຊີ ເຊັ່ນ: ບັງກະລາເທດ, ພູຖານ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ສິງກະໂປ ເປັນຕົ້ນ.

ສ່ວນທາງດ້ານນັກວິເຄາະຕະຫຼາດເຂົ້າສານຂອງອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO) ກ່າວວ່າ ລາຄາເຂົ້າສານທົ່ວໂລກແມ່ນໄດ້ປັບເພີ່ມຂຶ້ນສູງຢ່າງຕໍ່ເນື່ອງນັບແຕ່ເດືອນ 6 ຂອງປີຜ່ານມາ, ສຳລັບປີນີ້ຄາດວ່າສະບຽງອາຫານໃນທົ່ວໂລກອາດບໍ່ພຽງພໍ ເນື່ອງຈາກຮອບວຽນເກັບກ່ຽວຜົນຜະລິດຮອບໃໝ່ໃນຕະຫຼາດຍັງຕ້ອງໄດ້ລໍຖ້າອີກປະມານ 3 ເດືອນ. ນອກຈາກນີ້, ຍັງມີປັດໄຈທາງດ້ານສະພາບອາກາດທີ່ຜັນຜວນ, ບັນຫາໄພພິບັດນ້ຳຖ້ວມ, ບັນຫາຕົ້ນທຶນການປູກເຂົ້າທີ່ສູງຂຶ້ນ ຍ້ອນລາຄາປຸ໋ຍທີ່ເພີ່ມສູງຂຶ້ນຈາກຜົນກະທົບຂອງອັດຕາເງິນເຟີ້ ເປັນຕົ້ນ.  

ການເຄື່ອນໄຫວດັ່ງກ່າວໄດ້ຊູກຍູ້ໃຫ້ ລາຄາເຂົ້າໃນພາກພື້ນ ອາຊີ ໄດ້ເພີ່ມຂຶ້ນເປັນ 648 ໂດລາຕໍ່ ໂຕນ ເຊິ່ງແພງທີ່ສຸດນັບຕັ້ງແຕ່ເດືອນ ຕຸລາ ປີ 2008 ຕາມຂໍ້ມູນຈາກສະມາຄົມຜູ້ສົ່ງອອກເຂົ້າໄທ ເມື່ອວັນທີ 9 ສິງຫາທີ່ຜ່ານມາ ນັ້ນທຽບເທົ່າກັບລາຄາໄດ້ເພີ່ມຂຶ້ນເກືອບ 50% ເມື່ອທຽບໃສ່ປີ 2022 ທີ່ຜ່ານມາ.

ແຫຼ່ງຂໍ້ມູນອ້າງອີງ:

http://cuts2.com/RUXVT

http://cuts2.com/AqPDo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/