Google ປ່ອຍ 5 ໂຄສະນາໃໝ່ ເພື່ອເອົາຊະນະໃຈຜູ້ໃຊ້ iPhone ແລ້ວຫັນມາໃຊ້ Android ແທນ!


ເບິ່ງຄືວ່າຝັ່ງຜູ້ພັດທະນາ Android ຍັງຄົງພະຍາຍາມຢ່າງຕໍ່ເນື່ອງທີ່ຈະຍາດລູກຄ້າມາຈາກ Apple. ໂດຍແຄັມເປນຫຼ້າສຸດຂອງ Google ໄດ້ມີການປ່ອຍໂຄສະນາໃນ YouTube ຕົວໃໝ່ເຖິງ 5 ຕົວທີ່ຈະບອກຂໍ້ດີຂອງລະບົບ Android ເພື່ອເອົາຊະນະໃຈຜູ້ໃຊ້ iPhone ແລ້ວຍ້າຍຝັ່ງໄປໃຊ້ Android ແທນ.

ໂດຍເນື້ອໃນຫຼັກໆຂອງໂຄສະນາທັງ 5 ແມ່ນການມຸ່ງເນັ້ນໄປທີ່ຂໍ້ດີຕ່າງໆໃນ Android ແລະ ການຍ້າຍຈາກ iOS ມາສູ່ Android ນັ້ນເປັນເລື່ອງທີ່ງ່າຍ. ໃນໂຄສະນະຕົວທຳອິດຈະເຫັນຜູ້ໃຊ້ iOS ມີຄວາມກັງວົນກັບການຍ້າຍມາຝັ່ງ Android ແຕ່ກໍພົບວ່າມັນບໍ່ແມ່ນເລື່ອງທີ່ຍາກ. ນອກຈາກນີ້ Google ຍັງໄດ້ປ່ອຍສະໂລແກນ “It’s all good” ທີ່ສື່ເຖິງວ່າ ບໍ່ວ່າເຈົ້າຈະຍ້າຍໄປໃຊ້ສະມາດໂຟນຮຸ່ນໃດ ການຍ້າຍໄປໃຊ້ Android “ແມ່ນດີໝົດ”

ໂດຍໂຄສະນາຂອງ Google ອີກ 4 ຕົວທີ່ເຫຼືອຈະມີເວລາ 15 ວິນາທີ ແລະ ມີເນື້ອໃນຫຼັກໆດັ່ງນີ້:

  • ຄວາມເປັນສ່ວນຕົວ ແລະຄວາມປອດໄພ: Play Protect, ເຊິ່ງຈະສະແກນແອັບທີ່ຕິດຕັ້ງຢູ່ໃນອຸປະກອນຂອງທ່ານເພື່ອຫາມັລແວ, ເຊິ່ງໄດ້ຮັບການຍົກຍ້ອງວ່າເປັນການ “Proactive Protection” ທີ່ຈະແຈ້ງໃຫ້ທ່ານລຶບແອັບທີ່ເປັນອັນຕະລາຍ ຫຼື ດຳເນີນການໂດຍອັດຕະໂນມັດ. ທັງນີ້ຂຶ້ນຢູ່ກັບລະດັບຄວາມອັນຕະລາຍ
  • ການສະແດງທ່າທ່າງໂດຍອິໂມຈິ: ເຊິ່ງເປັນສ່ວນໜຶ່ງຂອງ  Google Messages, ໂດຍຄຸນລັກສະນະນີ້ມີໄວ້ເພື່ອສ້າງສີສັນ ແລະ ຄວາມເພີດເພີນໃນການສົ່ງຂໍ້ຄວາມ. ດັ່ງນັ້ນຈຶ່ງບໍ່ຈຳເປັນຕ້ອງກັງວົນວ່າແຊັດຂອງທ່ານຈະໜ້າເບື່ອອີກຕໍ່ໄປຫຼັງຈາກຍ້າຍມາຝັ່ງ Android , ທ່ານສາມາດຕອບກັບຂໍ້ຄວາມ SMS/RCS ດ້ວຍ emoji ໃດໆກໍໄດ້. ແນ່ນອນບໍ່ມີ iMessage ໃນ Google OS.
  • ການຖ່າຍໂອນຮູບພາບ: ທ່ານສາມາດໃຊ້ແອັບ Switch To Android ໃນເວລາທີ່ທ່ານຕ້ອງຖ່າຍໂອນຂໍ້ມູນຂອງ iPhone ທີ່ໃຊ້ຢູ່ສູ່ສະມາດໂຟນ Android ຕົວໃໝ່ໄດ້ງ່າຍພຽງແຕ່ສະແກນ QR code , ໂດຍຕົວແອັບຈະສ້າງສຳເນົາຮູບພາບ, ໄຟລ໌, ລາຍຊື່ຜູ້ຕິດຕໍ່ ແລະ ແອັບຕ່າງໆ,  ເຊິ່ງໝາຍຄວາມວ່າຂໍ້ມູນທຸກຢ່າງທີ່ຢູ່ໃນ iPhone ໜ່ວຍເກົ່າຂອງເຮົາຈະບໍ່ສູນຫາຍ ແລະ ຈະປອດໄພ.
  • ຄວາມເຂົ້າກັນໄດ້ລະຫວ່າງ Android ແລະອຸປະກອນຕ່າງໆ: ສະມາດໂຟນ Android ສາມາດເຊື່ອມຕໍ່ກັບລຳໂພງທີ່ມັກ, ຫູຟັງ ແລະ ອຸປະກອນອື່ນໆດ້ວຍການຈັບຄູ່ໄດ້ຢ່າງງ່າຍດາຍ, ຍົກເວັ້ນ HomePods. ເຊິ່ງອຸປະກອນທີ່ໃຫ້ຄວາມບັນເທີງຕ່າງໆສ່ວນໃຫຍ່ຈະມີແອັບທີ່ເອົາໄວ້ເຊື່ອມຕໍ່ກັບ Android ແລະ iOS ໄດ້ , ແຕ່ສ່ວນຫຼາຍທົ່ວໂລກມັກຈະໃຊ້ Bluetooth ໃນການເຊື່ອມຕໍ່ຫຼາຍກວ່າ.

ທີ່ມາ:

9to5google

beartai

youtube1, youtube2, youtube3, youtube4, youtube5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/