ລົດໄຟໃນປາກີສະຖານຕົກຮາງ ເສຍຊີວິດຢ່າງໜ້ອຍ 30 ຄົນ ບາດເຈັບອີກນັບຮ້ອຍ


ເກີດເຫດລົດໄຟຕົກຮາງທີ່ທາງໃຕ້ຂອງປະເທດປາກີສະຖານ ເມື່ອຂະບວນລົດໄຟດ່ວນພິເສດ Hazara Express ໄດ້ປະສົບເຫດຕົກຮາງ ຕອນທີ່ກຳລັງມຸ່ງໜ້າໄປສູ່ແຄວ້ນປັນຈາບ ໂດຍຈຸດເກີດເຫດຢູ່ໃກ້ສະຖານີລົດໄຟໃນເມືອງນາວັບຊາ (Nawabshah) ຂອງແຄວ້ນສິນ ເຊິ່ງຫ່າງຈາກເມືອງ ກາຣາຈີ ປະມານ 275 ກິໂລແມັດ.

ໂດຍເຫດການລົດໄຟຕົກຮາງໃນຄັງນີ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ແລະ ມີຄົນບາດເຈັບອີກຮ້ອຍກວ່າຄົນ ທາງດ້ານເຈົ້າໜ້າທີ່ຄາດວ່າຈຳນວນຜູ້ເສຍຊີວິດຈະເພີ່ມຂຶ້ນອີກ ສ່ວນສາເຫດຍັງຄົງບໍ່ເປັນທີ່ຊັດເຈນ ແຕ່ທາງການເອງກໍຢືນຢັນວ່າເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຢ່າງເຕັມທີ່.

ຂະບວນລົດໄຟສາຍນີ້ອອກເດີນທາງມາຈາກເມືອງກາຣາຈິທາງຕອນໃຕ້ ໄປຫາປາຍທາງຢູ່ລັດໄຄເບີປັກຕຸງຄົວ ເຊິ່ງຢູ່ຫ່າງອອກໄປປະມານ 1.600 ກິໂລແມັດ ແລະ ຕ້ອງໃຊ້ເວລາເດີນທາງຫຼາຍກວ່າ 33 ຊົ່ວໂມງ ໂດຍໃນມື້ທີ່ເກີດເຫດມີຜູ້ໂດຍສານປະມານ 1.000 ຄົນ.

ທາງດ້ານໂຄສົກການລົດໄຟຂອງປາກີສະຖານ ໄດ້ອອກມາເປີດເຜີຍຂໍ້ມູນວ່າ ມີຕູ້ລົດໄຟຢ່າງໜ້ອຍ 8​ ຕູ້ ທີ່ພິກອອກຈາກຮາງລົດໄຟ ໂດຍຕອນນີ້ມີການຢືນຢັນຕົວເລກຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ແລະ ມີຜູ້ບາດເຈັບອີກນັບຮ້ອຍຄົນ ພ້ອມປະກາດໃຫ້ໂຮງໝໍໃນພື້ນທີ່ປະກາດໃຊ້ມາດຕະການສຸກເສີນ ເນື່ອງຈາກຕ້ອງຮັບຮອງຄົນເຈັບຈຳນວນຫຼາຍ.

ຄາວາຈາ ຊາອັດ ຣາຟິກ ລັດຖະມົນກະຊວງລົດໄຟ ໄດ້ຕັ້ງຂໍ້ສັນນິຖານວ່າ ສາເຫດອາດຈະເປັນເພາະເຫດຂັດຂ້ອງທາງດ້ານເຕັກນິກ ບໍ່ກໍອາດຈະເປັນການກໍ່ວິນາດສະກຳ ສຳລັບປະເທດ ປາກີສະຖານ ເປັນໜຶ່ງໃນປະເທດທີ່ເກີດອຸບັດຕິເຫດກັບລະບົບຂົນສົ່ງຢູ່ຕະຫຼອດ ຢ້ອນກັບໄປເມື່ອປີ 2021 ກໍມີເຫດການລົດໄຟ ສອງຂະບວນຕຳກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/