Apple ເປີດໃຫ້ຈອງ iPad Air 4 ຮຸ່ນ Wi-Fi + Cellular ແລ້ວມື້ນີ້ທີ່ Apple Store


ຫຼັງຈາກທີ່ເປີດສັ່ງຊື້ iPad Air 4 ຮຸ່ນ Wi-Fi ທຳມະດາໄປ, ຫຼ້າສຸດມື້ນີ້ທາງ Apple ໄດ້ເປີດໃຫ້ກົດຈອງ iPad Air 4 ລຸ້ນ Wi-Fi + Cellular ເປັນທີ່ຮຽບຮ້ອຍແລ້ວຜ່ານທາງ Apple Store Online ຄວາມຈຳ 64GB ແລະ 256GB ໃນລາຄາເລີ່ມຕົ້ນທີ່ $805 ມີທັງໝົດ 5 ສີ.

iPad Air ຮຸ່ນ Wi-Fi + Cellular ມາພ້ອມກັບການ Design ໃໝ່ຂັບເຄື່ອນດ້ວຍ Chipset ຕົວໃໝ່ A14 Bionic ອີກທັງໂຕນີ້ປ່ຽນມາໃຊ້ Port USB-C ແລະ ກ້ອງທີ່ມີຄວາມລະອຽດເພີ່ມຂຶ້ນຮອງຮັບການຖ່າຍວີດີໂອ 4K.

ສະເປັກຂອງ iPad Air 4

  • ໜ້າຈໍສະແດງຜົນ:
    • Liquid Retina ຂະໜາດ 10.9 ນິ້ວ
    • ຄວາມລະອຽດ 2360 x 1640 Pixel ທີ່ 264 ppi
    • ຂອບເຂດສີ DCI-P3
    • ຄວາມສະຫວ່າງ 500 nt
  • ໜ່ວຍປະມວນຜົນ: Apple A14 Bionic
  • ໜ່ວຍຄວາມຈຳ: 64 GB, 256 GB
  • ກ້ອງຫຼັງ: 12 MP ( f/1.8), ບັນທຶກວີດີໂອສູງສຸດ 4K ທີ່ 24 fps
  • ກ້ອງໜ້າ: FaceTime HD 7MP (f/2.0), ບັນທຶກວີດີໂອສູງສຸດ HD 1080p ທີ່ 60 fps
  • ລຳໂພງ: ສະເຕີລີໂອ
  • ການເຊື່ອມຕໍ່: Wi-Fi 6, Bluetooth 5/0, USB Type-C
  • ເຊັນເຊີ້: Touch ID, ໄຈໂລ 3 ແກນ, ອຸປະກອນກວດຈັບການເຄື່ອນໄຫວ, barometer, ເຊັນເຊີ້ກວດວັດແສງໂດຍຮອບ
  • Battery
    • Lithium polymer
    • ຮຸ່ນ Wi-Fi ໃຊ້ງານໄດ້ດົນສຸດ 10 ຊົ່ວໂມງ
    • ຮຸ່ນ Wi-Fi +Cellular ໃຊ້ງານໄດ້ດົນສູງສຸດເຖິງ 9 ຊົ່ວໂມງ
  • ລະບົບປະຕິບັດການ: iPad OS 14
  • ຂະໜາດ: 247.6 x 178.5 x 6.1 ມມ
  • ນ້ຳໜັກ:
    • ຮຸ່ນ Wi-Fi 458 g
    • ຮຸ່ນ Wi-Fi + Cellular 460 g

ສຳຫຼັບ iPad Air 4 ຕົວ Wi-Fi + Cellular ທີ່ເປີດໃຫ້ຈອງສັ່ງຊື້ຜ່ານ Apple Store ຈະມີທັງໝົດ 5 ສີຄື: Space Gray, Silver, Rose Gold, Green ແລະ Sky Blue.

ລາຄາ iPad Air 4 ຮຸ່ນ Wi-Fi + Cellular ທີ່ວາງຈຳໜ່າຍເທິງ Apple Store

  • iPad Air 4 (Wi-Fi + Cellular) 64 GB ລາຄາ $805
  • iPad Air 4 (Wi-Fi + Cellular) 256 GB ລາຄາ $970

ທີ່ມາ: https://droidsans.com/apple-ipad-air4-wificellular/