14 ປີແຫ່ງຄວາມຫວັງ! Apple ອາດຈະໃສ່ແອັບເຄື່ອງຄິດເລກໃນ iPad


ອາດຈະເປັນຂ່າວແຫ່ງປີຂອງສາວົກ Apple ເມື່ອສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າທາງ Apple ໄດ້ຢູ່ໃນການພັດທະນາແອັບພິເຄຊັນເຄື່ອງຄິດໄລ່ເລກສຳລັບ iPad ເປັນເທື່ອທຳອິດໃນ iPadOS 18 ຫຼັງຂາຍມາດົນນານນັບ 14 ປີ ທີ່ບໍ່ມີເຄື່ອງຄິດເລກ.

ໂດຍມີການຄາດການວ່າ ເຄື່ອງຄິດເລກນີ້ຈະມາພ້ອມກັບ iPadOS 18 ເຊິ່ງຈະເປີດຕົວໃນງານ WWDC ທີ່ຈະຈັດຂຶ້ນໃນວັນທີ 10 ມິຖຸນາ 2024 ນີ້ກ່ອນຈະເປີດໃຫ້ອັບເດດໄດ້ຢ່າງເປັນທາງການໃນ ເດືອນກັນຍາ 2024 ນີ້ ໂດຍທີ່ຜ່ານມາ iPad ບໍ່ເຄີຍມີເຄື່ອງຄິດເລກຕິດຕັ້ງມາຈາກໂຮງງານນັບຕັ້ງແຕ່ເປີດຕົວຮຸ່ນທີ 1 ຕັ້ງແຕ່ປີ 2011.

ແນ່ນອນວ່າຜູ້ໃຊ້ງານ iPad ສ່ວນໃຫຍ່ຕ້ອງອາໄສການດາວໂຫຼດແອັບເຄື່ອງຄິດເລກ ຈາກນັກພັດທະນາພາຍນອກດ້ວຕົວຂອງຕົນເອງ ຈາກການດາວໂຫຼດຜ່ານ App Store ເຊິ່ງມັນກໍສາມາດໃຊ້ງານໄດ້ປົກກະຕິ ແຕ່ຂໍ້ເສຍອັນຍິ່ງໃຫຍ່ມັນຄື ໂຄສະນາທີ່ລົບກວນການໃຊ້ງານນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/