Apple ຍົກເລີກໂຄງການພັດທະນາລົດ EV, ຫັນມາເດີນໜ້າພັດທະນາ AI ຢ່າງເຕັມກຳລັງ


Apple ໄດ້ປະກາດຍົກເລີກໂຄງການພັດທະນາລົດໄຟຟ້າທີ່ດຳເນີນງານມາດົນກວ່າ 10 ປີເພື່ອຫັນໄປສຸມໃສ່ການພັດທະນາປັນຍາປະດິດແທນ.

ສຳນັກງານຕ່າງປະເທດໄດ້ມີການລາຍງານວ່າ ທາງບໍລິສັດ Apple Inc., ຜູ້ຜະລິດສະມາດໂຟນຊັ້ນນໍາຂອງໂລກຈາກສະຫະລັດ ໄດ້​ຕັດ​ສິນ​ໃຈ​ຍົກ​ເລີກ​ແຜນ​ການ​ພັດ​ທະ​ນາ​ການ​ຜະ​ລິດ​ລົດ​ໄຟ​ຟ້າ (EV) ຂອງຕົນ ທີ່ໄດ້ດໍາເນີນງານມາເປັນເວລາ​ອັນ​ຍາວ​ນານ​ກວ່າ​ 10 ​ປີ​. ສ້າງຄວາມປະຫຼາດ​​ໃຈ​ກັບ​ພະ​ນັກ​ງານ​ເກືອບ 2,000 ທີ່​ເຮັດ​ວຽກ​ກ່ຽວ​ໃນ​ໂຄງ​ການ EV​ ດັ່ງກ່າວ.

Jeff Williams, ຫົວໜ້າຝ່າຍປະຕິບັດການ ແລະ Kevin Lynch, ຮອງປະທານຜູ້ຮັບຜິດຊອບໂຄງການ EV ໄດ້ກ່າວເຖິງການຍົກເລີກໂຄງການດັ່ງກ່າວໃນຖະແຫຼງການ ໃນວັນອັງຄານທີ່ຜ່ານມາ, ໂດຍທັງສອງໄດ້ບອກກ່າວກັບເຈົ້າໜ້າທີ່ວ່າໂຄງການ EV ຈະເລີ່ມທະຍອຍປິດຕົວລົງ ແລະ ພະນັກງານຫຼາຍຄົນໃນທີມພັດທະນາລົດ ຫຼື Special Projects Group (SPG) ຈະຖືກຍ້າຍໄປຢູ່ພະແນກປັນຍາປະດິດພາຍໃຕ້ການບໍລິຫານຂອງ John Giannandrea ເຊິ່ງມີໜ້າທີ່ໃນການພັດທະນາໂຄງການທີ່ກ່ຽວຂ້ອງກັບເຕັກໂນໂລຊີ Generative AI ທີ່ເລິ່ມມີບົດບາດສໍາຄັນຕໍ່ບໍລິສັດຫຼາຍຂຶ້ນເລື້ອຍໆ.

ຢ່າງໃດກໍຕາມ, ບົດລາຍງານກ່າວວ່າ ບໍ່ແມ່ນທຸກຄົນຈະສາມາດຍ້າຍໄປເຮັດວຽກຢູ່ໃນພະແນກ Generative AI ຄືກັບວິສະວະກອນຮາດແວ ແລະ ນັກອອກແບບຍານພາຫະນະຫຼາຍຮ້ອຍຄົນໄດ້. ເຊິ່ງນີ້ເຮັດໃຫ້ມີຄວາມເປັນໄປໄດ້ວ່າ Apple ຈະເລີກຈ້າງພະນັກງານຈຳນວນຫຼາຍ.

ການເຄື່ອນໄຫວດັ່ງກ່າວໄດ້ເຮັດໃຫ້ບັນດານັກລົງທຶນຕ່າງໆໂລ່ງໃຈຫຼາຍຂຶ້ນ, ສົ່ງຜົນໃຫ້ຮຸ້ນ Apple ໃນຕະຫຼາດຫຼັກຊັບນິວຢອກໃນມື້ວານນີ້ເພີ່ມຂຶ້ນປະມານ 1% ໂດຍປິດຕະຫຼາດຢູ່ທີ່ 182.63 ໂດລາສະຫະລັດຕໍ່ຮຸ້ນ.

ການຕັດສິນໃຈຂອງ Apple ທີ່ຈະສິ້ນສຸດໂຄງການພັດທະນາລົດໄຟຟ້າ “Project Titan” ຖືເປັນການສິ້ນສຸດຂອງຄວາມພະຍາຍາມທີ່ມີມູນຄ່າຫຼາຍຕື້ໂດລາ. ເຊິ່ງໄດ້ເລີ່ມຕົ້ນມາຕັ້ງແຕ່ປີ 2014, ໂດຍມີເປົ້າໝາຍເພື່ອສ້າງລົດໄຟຟ້າແບບອັດຕະໂນມັດຢ່າງເຕັມຮູບແບບ ທີ່ມີການຕົກແຕ່ງພາຍໃນຄ້າຍຄືລົດລີມູຊີນ ແລະ ລະບົບນຳທາງດ້ວຍ

ຢ່າງໃດກໍຕາມ, ໂຄງການດັ່ງກ່າວໄດ້ປະເຊີນກັບບັນຫາຫຼາຍຢ່າງຕັ້ງແຕ່ເລີ່ມຕົ້ນຄື:

  • ມີການປ່ຽນແປງຜູ້ຮັບຜິດຊອບໂຄງການຫຼາຍຄັ້ງ
  • ວຽກງານທີ່ຍັງບໍ່ທັນໄດ້ດໍາເນີນ
  • ຄວາມກັງວົນຈາກນັກລົງທຶນ
  • ຕະຫຼາດລົດ EV ທົ່ວໂລກມີການແຂ່ງຂັນສູງ.
  • Apple ອາດຈະເຂົ້າຕະຫຼາດຊ້າເກີນໄປ.

ຜູ້ຊ່ຽວຊານກ່າວວ່າ Apple ຍັງຕ້ອງການເວລາຫຼາຍປີໃນການພັດທະນາລົດ ແລະ ເຕັກໂນໂລຊີທີ່ຊ່ວຍໃຫ້ລົດສາມາດຂັບເຄື່ອນໄດ້ແບບອັດຕະໂນມັດ.

ທີ່ມາ:

bloomberg

pptvhd36

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/