‘AVATAR THE LAST AIRBENDER’ ເປີດຕົວແຊງໜ້າ ONE PIECE!


‘AVATAR THE LAST AIRBENDER’ ເປັນຊີຣີ້ທີ່ຫຼາຍຄົນຕ່າງລໍຖ້າ ແລະ ລໍຄອຍ ແນ່ນອນວ່າທາງ Netflix ເອງກໍບໍ່ເຮັດໃຫ້ຜິດຫວັງ ເພາະເປີດຕົວມາໄດ້ຢ່າງຍິ່ງໃຫຍ່ ພ້ອມຄອງຕຳແໜ່ງຄົນເຂົ້າເບິ່ງຫຼາຍທີ່ສຸດໃນຕອນນີ້ ດ້ວຍວິວ 21,2 ລ້ານຄັ້ງໃນອາທິດທຳອິດ! ເປີດຕົວແຊງໜ້າ ONE PIECE ເຖິງ 15%.

ແຕ່ຄວາມສຳເລັດຍັງບໍ່ໝົດພຽງເທົ່ານີ້ ເມື່ອຊີຣີ້ ‘AVATAR THE LAST AIRBENDER’ ຍັງມີຍອດການເບິ່ງສູງເຖິງ 153,4 ຊົ່ວໂມງ ພ້ອມຍັງຕິດ TOP 10 ທຳອິດຂອງ Netflix ຫຼາຍກວ່າ 92 ປະເທດທົ່ວໂລກ ຖືວ່າເປັນການຕອກຢ້ຳຄວາມສຳເລັດ ແລະ ແຟນໆກໍຄາດຫວັງເຖິງຊີຊັນ 2 ຕໍ່ທັນທີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/