ວິທີຫຸງເຂົ້າແບບໃໝ່ ຊ່ວຍກຳຈັດສານໜູ ແລະ ຮັກສາທາດອາຫານໄດ້


ການສຶກສາບົ່ງບອກວ່າ ການປ່ຽນວິທີຫຸງເຂົ້າແບບໃໝ່ ສາມາດກຳຈັດສານໜູ ແລະ ຮັກສາທາດອາຫານໄດ້ ໃຫ້ຕົ້ມນ້ຳກ່ອນ-ໃສ່ເຂົ້າ-ເທນ້ຳຖິ້ມ ແລະ ໃສ່ນ້ຳຕົ້ມໃໝ່ ປອດໄພຈາກໂຣກ.

ງານວິໄຈບອກວ່າ ສາມາດກຳຈັດສານໜູຈາກທຳມະຊາດອອກຈາກເຂົ້າໄດ້ເຖິງ 50% ແລະ ເຂົ້າກ້ອງໄດ້ 74% ອີກທັງຍັງຮັກສາໂພຊະນາການທາງອາຫານໄວ້ໄດ້.

ສານໜູ ຫຼື Arsenic ແມ່ນສານເຄມີທຳມະຊາດທີ່ປາກົດຢູ່ໃນນ້ຳ, ອາກາດ ແລະ ດິນ ແຕ່ກໍຍັງມີສານໜູທີ່ມາຈາກກິດຈະກຳຕ່າງໆຂອງມະນຸດ ຈົນເຮັດໃຫ້ສານໜູໃນສິ່ງແວດລ້ອມ ເພີ່ມປະລິມານຫຼາຍຂຶ້ນເຊັ່ນ: ການຂຸດບໍ່ແຮ່, ການໃຊ້ປຸ໋ຍ ແລະ ຢາຂ້າແມງໄມ້ໃນການກະສິກຳເປັນຕົ້ນ.

ດັ່ງນັ້ນ ສ່ວນໃຫຍ່ຂອງການກະສິກຳ ລວມເຖິງກະສິກຳອິນຊີ ຫຼືແມ່ນແຕ່ການປະມົງ ຈຶ່ງເປັນຊ່ອງທາງຂອງສານໜູສູ່ຮ່າງກາຍມະນຸດເຮົາ.

ສະຖາບັນ USFDA ໄດ້ໃຫ້ຄວາມສົນໃຈ ແລະ ສອດສ່ອງເບິ່ງລະດັບຂອງສານໜູ ພວກເຂົາພົບວ່າ ອາຫານ ແລະ ເຄື່ອງດື່ມຈຳນວນຫຼາຍມີສານໜູປະສົມຢູ່, ແຕ່ເຂົ້າ ແລະ ຜະລິດຕະພັນເຂົ້າເປັນອາຫານທີ່ມີລະດັບຂອງສານໜູສູງກວ່າອາຫານອື່ນໆ ເນື່ອງຈາກວ່າລະຫວ່າງການປູກເຂົ້າ ຕົ້ນເຂົ້າ ແລະ ເມັດເຂົ້າມີຄວາມສ່ຽງທີ່ຈະດູດຊຶມສານຫຼາຍກວ່າພືດອື່ນໆ.

ຍ້ອນວ່າ ເຂົ້າຈະຕ້ອງເຕີບໃຫຍ່ໃນສະພາບທີ່ນ້ຳຖ້ວມເຖິງ ແລະ ໃນສະພາບນັ້ນຈະມີປະຕິກິລິຍາທີ່ຈະເຮັດໃຫ້ສານໜູເປັນສານອະນິນຊີຕາມທຳມະຊາດອອກມາ, ສ່ວນຫຼາຍສານນີ້ຈະຕົກຄ້າງຢູ່ໃນດິນ ແລະ ຕໍ່ມາຈະຖືກດູດຊຶມໂດຍຕົ້ນກ້າທີ່ຊາວນາເອົາໄປປູກ.

ກ່ອນໜ້ານີ້ University of Sheffield ເຄີຍເຮັດການວິໄຈໄວ້ວ່າ ເຄິ່ງໜຶ່ງຂອງເຂົ້າທີ່ປະຊາກອນອັງກິດບໍລິໂພກ ມີປະລິມານສານໜູເກີນກວ່າລະດັບ European Commission ເຄີຍຈຳກັດໄວ້ສຳຫຼັບການບໍລິໂພກຂອງແອນ້ອຍ ແລະ ເດັກອ່ອນ.

ໂດຍງານວິໄຈໃໝ່ຫຼ້າສຸດຈາກ University of Sheffield ປະເທດອັງກິດທີ່ຕີພິມໄວ້ໃນວາລະສານ Science of the Total Environment ເຜີຍເຖິງວິທີຫຸງເຂົ້າເພື່ອລົດສານໜູ Parboiling with Absorption Method (PBA) ເຊິ່ງມີຂັ້ນຕອນດັ່ງນີ້:

  1. ຕື່ມນ້ຳສະອາດລົງໄປ ຕົ້ມໃຫ້ເດືອດ (ນ້ຳ 4/1 ເຂົ້າ)
  2. ເຕີມເຂົ້າລົງໄປ ແລະ ຕົ້ມຕໍ່ປະມານ 5 ນາທີ
  3. ເທນ້ຳຖິ້ມ ສານໜູຈະຖືກລ້າງອອກໄປ
  4. ຕື່ມນ້ຳສະອາດລົງໄປ (ນ້ຳ 2/1 ເຂົ້າ)
  5. ປິດຝາ ແລະ ເລີ່ມຫຸງດ້ວຍຄວາມຮ້ອນປານກາງ

ດ້ວຍວິທີນີ້ ປະລິມານຂອງສານໜູຈະຖືກລ້າງໄປກັບນ້ຳ ແຕ່ໂພສະນາການເດີມຂອງເຂົ້າຢ່າງ Zinc ຍັງຄົງຢູ່ ບໍ່ຄືກັບວິທີກ່ອນໜ້ານີ້ ທີ່ໂພຊະນາການມັກຫາຍໄປຈາກການຈຳກັດພ້ອມ.

ການຮັບສານໜູເຂົ້າສູ່ຮ່າງກາຍເຖິງຈຳນວນເລັກນ້ອຍ ແຕ່ຢ່າງສະໝໍ່າສະເໝີອາດຈະເພີ່ມຄວາມສ່ຽງຕໍ່ການເປັນມະເຮັງທີ່ກະເພາະປັດສະວະ, ປອດ, ຜິວໜັງ, ໂຣກຫົວໃຈ ແລະ ໂຣກເບົາຫວານປະເພດທີສອງ.

ນອກຈາກນີ້ ຍັງມີການຄົ້ນພົບວ່າ ສານໜູທີ່ຜ່ານເຂົ້າໄປໃນມົດລູກ ອາດຈະສົ່ງຜົນກະທົບຕໍ່ລະບົບພູມຄຸ້ມກັນໂຣກຂອງເດັກນ້ອຍ.

“ງານວິໄຈໃໝ່ນີ້ ຈຶ່ງເປັນຂ່າວດີຫຼາຍສໍາຫຼັບຜູ່ບໍລິໂພກເຂົ້າ ປະຊາກອນກັງວົນເລື່ອງການບໍລິໂພກເຂົ້າເປັນຢ່າງຫຼາຍ ເພາະວ່າ ສານໜູທີ່ປົນເປື້ອນມາ ງານວິໄຈກ່ອນໜ້ານີ້ສະແດງໃຫ່ເຫັນວ່າ ການໃຊ້ນ້ຳຫຼາຍເກີນໄປອາດຈະກຳຈັດສານໜູໄດ້ແທ້ ແຕ່ກໍກຳຈັດໂພຊະນາການທີ່ດີຂອງເຂົ້າໄປນຳ, ເປົ້າໝາຍໃນການເຮັດການວິໄຈຄັ້ງນີ້ຂອງເຮົາເລີຍເປັນການຫາທາງເລືອກທີ່ຈະລົດປະລິມານສານໜູ ໃນຂະນະທີ່ຍັງຄົງຄຸນຄ່າທາງສາອາຫານໄວ້ຄືເກົ່າ” Dr. Manoj Menon ໜຶ່ງໃນຜູ່ຂຽນງານວິໄຈກ່າວ.

ທີ່ມາ: https://www.facebook.com/environman.th/photos/a.1757249537736819/3176697239125368