WHO ເຕືອນ! ປະຊາກອນ 1 ພັນລ້ານຄົນມີນ້ຳໜັກເກີນມາດຕະຖານ


ອົງການອະນາໄມໂລກ (WHO) ແລະ ກຸ່ມນັກວິໄຈລະຫວ່າງປະເທດ ໄດ້ອອກມາເປີດເຜີຍວິໄຈອັນໃໝ່ທີ່ອາໄສການເກັບຂໍ້ມູນຜູ້ຄົນຫຼາຍກວ່າ 220 ລ້ານຄົນໃນ 190 ປະເທດ ແລະ ມີການປະເມີນວ່າ ອັດຕາການເກີດໂຣກຕຸ້ຍໃນຜູ້ໃຫຍ່ເພີ່ມຂຶ້ນເທົ່າຕົວໃນໄລຍະປີ 1990-2022 ແລະ ເພີ່ມຂຶ້ນກວ່າ 4 ເທົ່າຕົວ ແລະ ໃນໄວໜຸ່ມທີ່ມີອາຍຸລະຫວ່າງ 5-19 ປີ.

ທັງນີ້ຈາກຜົນການສຶກສາພົບວ່າ ໂຣກຕຸ້ຍໄດ້ເກີດຂຶ້ນໃນຄົນຈຳນວນຫຼາຍ ແລະ ພົບເຫັນໄດ້ຫຼາຍກວ່າຄົນທີ່ນ້ຳໜັກໜ້ອຍກວ່າມາດຕະຖານໃນປະເທດສ່ວນໃຫຍ່ ລວມໄປຮອດປະເທດທີ່ມີລາຍໄດ້ໜ້ອຍ ຈົນໄປຮອດປານກາງ ທີ່ເຄີຍຕໍ່ສູ້ກັບພາວະການຂາດສານອາຫານມາກ່ອນ.

ຜູ້ອຳນວຍການໂພຊະນາການ WHO ໄດ້ລະບຸວ່າ ການປ່ຽນແປງໃນເທື່ອນີ້ເກີດຂຶ້ນເນື່ອງຈາກມີການປ່ຽນແປງ 2 ຢ່າງຄື ລະບົບອາຫານ ທີ່ປັດຈຸບັນມີອາຫານແປຮູບ ຫຼື ອາຫານທີ່ມີການໃຊ້ໄຂມັນ, ນ້ຳຕານ ແລະ ເກືອ ຫຼາຍຂຶ້ນ ພ້ອມກັນນັ້ນ ອາຫານເຫຼົ່ານີ້ມີລາຄາທີ່ຖືກນັ້ນເອງ.

ໂຣກຕຸ້ຍມີຄວາມສ່ຽງຕໍ່ຊີວິດ ແລະ ອາດເກີດຄວາມພິການກ່ອນໄວອັນຄວນ ເນື່ອງຈາກມີຄວາມເຊື່ອມຕໍ່ກັນກັບໂຣກເບົາຫວານ, ໂຣກຫົວໃຈ ແລະ ໝາກໄຂ່ຫຼັງໃນໄລຍະທຳອິດ ພ້ອມຍັງມີບັນຫາສຸຂະພາບຮ້າຍແຮງອື່ນໆ ອີກຫຼາກຫຼາຍຢ່າງ ທີ່ເປັນຜົນເສຍຕໍ່ຮ່າງກາຍ ແລະ ສົ່ງຜົນອັນຕະລາຍຕໍ່ຊີວິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/