Nokia ກຽມລຸຍຕະຫຼາດ Metaverse, Web3 ແລະ AI, ໂດຍມີເປົ້າໝາຍໃນການກາຍເປັນຜູ້ນໍາຕະຫຼາດພາຍໃນປີ 2030


Nokia ເປັນໜຶ່ງໃນບໍລິສັດໂຄງສ້າງພື້ນຖານດ້ານໂທລະຄົມທີ່ມີຊື່ສຽງທີ່ສຸດໃນໂລກ ໄດ້ອອກມາປະກາດວ່າ ພວກເຂົາກຳລັງກະກຽມທີ່ຈະເຂົ້າໄປໃນອຸດສາຫະກໍາ Metaverse, Web3, ແລະ AI, ເພື່ອວາງແຜນທີ່ຈະກາຍເປັນຜູ້ນໍາຕະຫຼາດພາຍໃນປີ 2030.

ອີງຕາມບົດລາຍງານກົນລະຍຸດດ້ານເຕັກໂນໂລຊີຂອງ Nokia 2030 ໄດ້ເປີດເຜີຍວ່າບໍລິສັດຈະສຸມໃສ່ການສ້າງໂຄງສ້າງເຄືອຂ່າຍໃນອະນາຄົດ. ເພື່ອຮອງຮັບຕະຫຼາດນະວັດຕະກໍາໃໝ່ທີ່ຈະເກີດຂຶ້ນ ແລະ ຄວາມຕ້ອງການສໍາລັບເຄືອຂ່າຍເຫຼົ່ານີ້ຄາດວ່າຈະເຕີບໂຕ 22%-25% ຈາກ 2022 ຫາ 2030.

Federico Guillén ປະທານຂອງ ຝ່າຍໂຄງສ້າງພື້ນຖານຂອງເຄືອຂ່າຍ Nokia ກ່າວວ່າການເພີ່ມຂຶ້ນດັ່ງກ່າວແມ່ນເຫັນໄດ້ຊັດເຈນໃນອຸປະກອນໃນປັດຈຸບັນເຊັ່ນ: Generative AI ແລະ virtual reality (VR).

ໂດຍທາງບໍລິສັດວາງແຜນທີ່ຈະລົງທຶນໃນອຸປະກອນ ແລະ ການບໍລິການເຄືອຂ່າຍຈຳນວນຫຼາຍໃນຫຼາຍປີຂ້າງໜ້າ. ເພື່ອທີ່ຈະເຮັດໃຫ້ Internet of Value ເປັນໜຶ່ງໃນຫົກລະບົບນິເວດທີ່ສໍາຄັນຂອງ Nokia, ລວມທັງການກະຈາຍອໍານາດ, blockchain ແລະ ສັນຍາສະຫຼາດ, ເຊິ່ງກົນລະຍຸດໃນຄັ້ງນີ້ ທາງບໍລິສັດຈະສຸມໃສ່ Metaverse ຂອງ Nokia ເພື່ອເພີ່ມຄວາມສາມາດຂອງມະນຸດ, ການ​ປະມວນຜົນໃນເຊີງພື້ນທີ່​ ແລະ ການປະມວນຜົນແບບແຍກສ່ວນໄດ້ດີຍິ່ງຂຶ້ນ.

ເຊິ່ງໃນປີ 2022, Nokia ກໍໄດ້ສ້າງຫ້ອງທົດລອງອີກ 2 ຫ້ອງເພື່ອສຶກສາ Metaverse ແລະ ເຕັກໂນໂລຊີທີ່ຮອງຮັບລະບົບນິເວດ. ລວມເຖິງໄດ້ທົດລອງກັບໂຄງການລິເລີ່ມ Metaverse ເພື່ອທີ່ຈະນໍາມັນໄປໃຊ້ກັບອຸດສາຫະກໍາ ແລະ ໂຄງການອື່ນໆໃນປີ 2023.

ນອກຈາກນີ້, ບໍລິສັດຍັງໄດ້ພັດທະນາສະຖາປັດຕະຍະກໍາເຄືອຂ່າຍໃນອະນາຄົດທີ່ມີຊື່ວ່າ “Digital Twin Network”, ເຊິ່ງແມ່ນສ້າງການຈໍາລອງຂອງວັດຖຸທາງດ້ານຮ່າງກາຍ. ທີ່ຈະເປັນປະໂຫຍດສໍາລັບການສ້າງຕົວແບບ ແລະ ການທົດສອບໃນອຸດສາຫະກຳການຜະລິດ, ການກໍ່ສ້າງ ຫຼື ອຸດສາຫະກໍາທີ່ຄ້າຍຄືກັນ.

ເຊິ່ງເຕັກໂນໂລຊີດັ່ງກ່າວຍັງໄດ້ຖືກນໍາມາປັບໃຊ້ກັບການຄຸ້ມຄອງພະນັກງານທີ່ເອີ້ນວ່າ “Metahumans”, ປ່ຽນລະບົບການຄຸ້ມຄອງພະນັກງານໃຫ້ຄ້າຍຄືກັບເກມວີດີໂອຫຼາຍກວ່າໂຄງການຜະລິດແບບດັ້ງເດີມ, ເຊິ່ງນີ້ຈະຊ່ວຍປັບປຸງປະສິດທິພາບຂອງການເຮັດວຽກໃຫ້ດີຍິ່ງຂຶ້ນ.

ທີ່ມາ:

cointelegraph

sec.gov

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/