ບໍລິສັດລົດໄຟລາວ-ຈີນ ເປີດທຸລະກຳຂົນສົ່ງດ່ວນ ຂ້າມແຂວງພາຍໃນມື້ດຽວ ຍົກລະດັບການຂົນສົ່ງໂລຈິສຕິກຂອງລາວ


ບໍລິສັດລົດໄຟລາວ-ຈີນ ຮ່ວມມືກັບບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ເປີດທຸລະກຳຂົນສົ່ງດ່ວນ ສາມາດກະຈາຍສິນຄ້າຂ້າມແຂວງ ຕາມສະຖານີທາງລົດໄຟ ຮອດຈຸດໝາຍພາຍໃນມື້ດຽວ ຍົກລະດັບການຂົນສົ່ງໂລຈິສະຕິກຂອງລາວໄປອີກຂັ້ນໜຶ່ງ.

ເລີ່ມແຕ່ວັນທີ 20 ກຸມພາ ປີ 2024 ທີ່ຜ່ານມາ, ເປັນຄັ້ງທໍາອິດທີ່ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ເປີດບໍລິການຂົນສົ່ງພັດສະດຸຜ່ານທາງລົດໄຟລາວ-ຈີນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າພາຍໃນ, ປafຈຸບັນ ທັງເຄື່ອງໃຊ້ໃນຊີວິດປະຈຳວັນ ແລະ ສິນຄ້າຕ່າງໆ ແມ່ນສາມາດຂົນສົ່ງໄປຮອດຈຸດໝາຍປາຍທາງພາຍໃນມື້ດຽວຢ່າງປອດໄພ ແລະ ວ່ອງໄວໄດ້ ຜ່ານທາງລົດໄຟລາວ-ຈີນ.

ໃນໄລຍະຜ່ານມານີ້ ເມື່ອທ່ານເດີນທາງກັບລົດໄຟລາວ-ຈີນຖ້ຽວ K12 ແລະ K11 ກໍຈະພົບເຫັນວ່າ ກ່ອນທີ່ລົດໄຟຈະອອກຈາກສະຖານີນະຄອນຫຼວງວຽງຈັນໃນຕອນເຊົ້າຂອງທຸກໆມື້, ຢູ່ຊານຊາລາຂອງສະຖານີລົດໄຟຈະມີພະນັກງານຂົນສົ່ງຍົກກ່ອງຂະໜາດໃຫຍ່ ທີ່ເຕັມໄປດ້ວຍສິນຄ້າຂຶ້ນເທິງຕູ້ລົດໄຟ, ໃນຂະນະທີ່ໃນຕອນບ່າຍຂອງມື້ດຽວກັນ ກ່ອນທີ່ລົດໄຟຈະອອກຈາກສະຖານີບໍ່ເຕັນ, ກໍຈະມີພະນັກງານຂົນສົ່ງ ຍົກກ່ອງທີ່ເຕັມໄປດ້ວຍສິນຄ້າຂຶ້ນເທິງຕູ້ລົດໄຟເຊັ່ນດຽວກັນ ເພື່ອເອົາໄປສົ່ງຢູ່ແຕ່ລະແຂວງລຽບຕາມແລວທາງລົດໄຟ.

ໂດຍການຮ່ວມມືກັນຄັ້ງນີ້ ແມ່ນແນໃສ່ການຂົນສົ່ງສິນຄ້າໃຫ້ແກ່ລູກຄ້າໄດ້ຢ່າງສະດວກ ແລະ ວ່ອງໄວ, ໃນອະນາຄົດ ຍັງຈະມີອີກຫຼາຍບໍລິສັດຂົນສົ່ງດ່ວນຂອງລາວມາຮ່ວມງານນຳທາງລົດໄຟລາວ-ຈີນຕື່ມອີກ ເຊິ່ງຈະຊ່ວຍຊຸກຍູ້ໃຫ້ການຂົນສົ່ງດ່ວນພາຍໃນມີປະສິດທິພາບສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ກ່ອນໜ້ານີ້, ໃນການສົ່ງທາງລົດຈາກນະຄອນຫຼວງວຽງຈັນ ໄປແຂວງອຸດົມໄຊ, ຫຼວງນ້ຳທາ ແລະ ແຂວງອື່ນໆໃນພາກເໜືອຂອງລາວ ໂດຍທົ່ວໄປຈະໃຊ້ເວລາ 2 ຫາ 3 ມື້, ຖ້າຫາກວ່າຖືກລະດູຝົນ ເສັ້ນທາງກໍມັກຈະເກີດຄວາມເສຍຫາຍ ແລະ ເປ່ເພຢູ່ເລື້ອຍໆ ເຮັດໃຫ້ບໍ່ສາມາດຈັດສົ່ງຕາມເວລາທີ່ກຳນົດໄດ້.

https://www.facebook.com/photo/?fbid=801157375377780&set=a.559612662865587

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/