ພົບງູອະນາຄອນດາສາຍພັນໃໝ່ ໃຫຍ່ທີ່ສຸດໃນໂລກ


ສາສະດາຈານ Freek Vonk ໄດ້ອອກມາເຜີຍວິດີໂອໃນຕອນນີ້ທີ່ລອຍນ້ຳກັບງູອະນາຄອນດາຂະໜາດໃຫຍ່ ຄວາມຍາວປະມານ 6,1 ແມັດ ແລະ ໜັກປະມານ 200 ກິໂລ ໃນເຂດປ່າອະເມຊອນ ໃນຕອນທຳອິດນັກວິທະຍາສາດຄາດວ່າເປັນສາຍພັນ “ງູອະນາຄອນດາສີຂຽວທາງຕອນໃຕ້” ແຕ່ມັນກັບເປັນສາຍພັນໃໝ່ ເຊິ່ງມີຊື່ວ່າ “ງູອະນາຄອນດາສີຂຽວທາງຕອນເໜືອ (northern green anaconda)” .

ເຖິງແມ່ນວ່າອະນາຄອນດາສາຍພັນໃໝ່ນີ້ຈະມີຄວາມຄ້າຍຄືກັບງູອະນາຄອນດາສີຂຽວທາງຕອນໃຕ້ຫຼາຍ ແຕ່ມັນມີຄວາມແຕກຕ່າງທາງກຳມະພັນຈາກງູອະນາຄອນດາສີຂຽວທີ່ເຮົາຄຸ້ນເຄີຍກັນເຖິງ 5,5% ໂດຍເປີເຊັນດັ່ງກ່າວຖືວ່າເປັນປະລິມານຄວາມແຕກຕ່າງທາງກຳມະພັນທີ່ສູງຫຼາຍ.

ທັງນີ້ ງູອະນາຄອນດາເປັນສິ່ງທີ່ບົ່ງບອກຄວາມອຸດົມສົມບູນຂອງລະບົບນິເວດໃນປ່າອະເມຊອນ ແລະ ຜົນກະທົບຈາກການຮົ່ວໄຫຼຂອງນ້ຳມັນທີ່ອາດເກີດຂຶ້ນມາຈາກມະນຸດ ເຊັ່ນດຽວກັນກັບອະຣາໄພມ່າ ຫຼື ປາຄໍ່ຍັກອະເມຊອນ ເພາະຮ່າງກາຍພວກມັນມັກມີການສະສົມຂອງໂລຫະປິໂຕຣເຄມີເປັນຈຳນວນຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/