ພົບໂຄງສ້າງຂະໜາດໃຫຍ່ໃຕ້ທະເລ ຈາກການປະເມີນແລ້ວມີອາຍຸ 11,000​ ປີ


ດັ່ງທີ່ເຮົາຮູ້ວ່າທ້ອງທະເລເປັນສະຖານທີ່ເລິກລັບທີ່ສຸດທີ່ມະນຸດຍັງສຳຫຼວດບໍ່ໄດ້ໝົດ ເຊັ່ນດຽວກັບເຫດການຄັ້ງນີ້ ທີ່ນັກທໍລະນີຟິຊິກ ຈາກສະຖາບັນ Leibniz Institiute for Baltic Sea Research ຄົ້ນພົບໂຄງສ້າງເລິກລັບຂະໜາດໃຫຍ່ໃຕ້ທະເລບອລຕິກ ແລະ ສັນນິຖານເບື້ອງຕົ້ນວ່າມີອາຍຸຫຼາຍກວ່າໝື່ນປີ.

ອາດເວົ້າໄດ້ວ່ານີ້ເປັນໂຄງສ້າງທີ່ເກົ່າແກ່ທີ່ສຸດທີ່ເຄີຍມີມາ, ເຊິ່ງທີມງານໄດ້ຕັ້ງຊື່ໃຫ້ມັນວ່າ Blinkerwall

ໃນປີ 1920 ຮູບຖ່າຍທາງອາກາດໄດ້ເຜີຍໃຫ້ເຫັນກຳແພງຂະໜາດໃຫຍ່ຢູ່ໃຕ້ທະເລຊາຍຂອງອາຊີ ແລະ ຕາເວັນອອກກາງ, ນັກວິທະຍາສາດສັນນິຖານວ່າສິ່ງນີ້ສ້າງຂຶ້ນມາເພື່ອໄວ້ດັກສັດ.

ປີ 2018 ນັກວິທະຍາສາດລາຍງານວ່າໄດ້ພົບໂຄງສ້າງແບບນີ້ຫຼາຍກວ່າ 6,000 ແຫ່ງ ແຕ່ບໍ່ມີໃຜຄົ້ນພົບສິ່ງນີ້ຢູ່ໃນຢູໂຣບເລີຍ

ພາບຈາກກ້ອງໃຕ້ນ້ຳເຜີຍໃຫ້ເຫັນວ່າ ມັນມີຫິນລຽງກັນເປັນແຖວກຳແພງຍາວ ມີຄວາມສູງບໍ່ເກີນ 1 ແມັດ ມີກ້ອນຫິນໃຫຍ່ບາງກ້ອນເວັ້ນໄລຍະຫ່າງກັນຢູ່ ແລະ ຖືກເຊື່ອມກັນໂດຍຫີນນ້ອຍປະມານ 1,600 ກ້ອນ.
Greersen ກ່າວວ່າ ໂຄງສ້າງເຫຼົ່ານີ້ບໍ່ໄດ້ກໍ່ຕົວຂຶ້ນຈາກທຳມະຊາດແນ່ນອນ ເປັນໄປໄດ້ວ່າສິ່ງເຫຼົ່ານີ້ຖືກສ້າງໂດຍສີມືມະນຸດ ບໍລິເວນນີ້ຖືກປົກຄຸມໂດຍຜ່ານນ້ຳກ້ອນ ແລະ ເມື່ອໂລກຄ່ອຍໆອຸ່ນຂຶ້ນ ໂຄງສ້າງເຫຼົ່ານີ້ກໍຈົມລົງທະເລເມື່ອ 8,000 ປີກ່ອນ.

ເຖິງຢ່າງໃດກໍຕາມສິ່ງນີ້ຍັງຂາດຫຼັກຖານໃນທາງບູຮານຄະດີອື່ນໆ ເຊັ່ນ: ເຄື່ອງມືຫີນທີ່ໃຊ້ກໍ່ສ້າງ ຫຼື ສິ່ງປະດິດຕ່າງໆ ທີ່ບົ່ງບອກວ່າສະຖານທີ່ນີ້ເຄີຍມີມະນຸດອາໄສຢູ່.

ທີ່ມາ:

https://en.futuroprossimo.it/2024/02/scoperta-una-megastruttura-del-paleolitico-nel-mar-baltico/

https://arkeonews.net/tag/blinkerwall/

boingboing

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/