ສັດຕະວະແພດຄອນເຟີມ ຂົນໝາຂົນແມວບໍ່ສາມາດເຂົ້າໄປເຖິງປອດມະນຸດໄດ້


ເຄີຍບໍ່? ຕອນຍັງນ້ອຍ ຜູ້ໃຫຍ່ມັກບອກວ່າ ຢ່າໄປດົມມັນຫຼາຍໝາແມວ ດຽວຂົນມັນເຂົ້າປອດ

ມື້ນີ້ເຮົາຮູ້ແລ້ວວ່າສິ່ງນັ້ນບໍ່ແມ່ນ ເມື່ອມີນັກວິຊາການໄດ້ອອກມາຢືນຢັນວ່າ ຂົນໝາຂົນແມວນັ້ນໃຫຍ່ເກີນກວ່າຈະໄປເຖິງຖົງລົມປອດໄດ້ ແຕ່ກໍຍັງຕ້ອງລະມັດລະວັງເຊື້ອໂຣກທີ່ມານຳສັດລ້ຽງດ້ວຍ.

ອາຈານ ເຈດສະດາ ເດັ່ນດວງບໍຣິພັນ (Jessada Denduangboripant) ອາຈານປະຈຳພາກວິຊາຊີວະວິທະຍາ ຄະນະວິທະຍາສາດ ມະຫາວິທະຍາໄລຈຸລາລົງກອນ ແລະ ເປັນນັກສື່ສານວິທະຍາສາດ ເປັນຜູ້ຢືນຢັນເລື່ອງນີ້. ມັນເປັນໄປບໍ່ໄດ້ເລີຍທີ່ຂົນໝາຂົນແມວຈະເຂົ້າໄປເຖິງປອດຂອງຄົນ ເພາະຊ່ອງທາງເດີນຫາຍໃຈຈະນ້ອຍລົງໄປເລື້ອຍໆ ລົງໄປເຖິງຖົງລົມປອດ ເຊິ່ງມີຂະໜາດນ້ອຍຫຼາຍ, ວັດຖຸທີ່ໄປເຖິງປອດໄດ້ຈະຕ້ອງມີຂະໜາດນ້ອຍກວ່າ 3-5 ໄມໂຄຣແມັດ, ເຊິ່ງມີພຽງຝຸ່ນຜົງໃນອາກາດເທົ່ານັ້ນທີ່ເຮັດໄດ້.

ລະບົບທາງເດີນຫາຍໃຈມີກົນໄກການເຮັດວຽກຈັບສິ່ງແປກປອມອອກໄປເຊັ່ນ: ເກີດການລະຄາຍເຄືອງ, ຈາມ ຫຼື ໄອອອກມາ ມີເສມຫະທີ່ຈັບເອົາໄວ້. ຕໍ່ໃຫ້ຂົນມັນບໍ່ສາມາດເຂົ້າໄປເຖິງປອດມະນຸດໄດ້ ແຕ່ກໍຕ້ອງລະມັດລະວັງເລື່ອງແບັກທີເຣຍ ແລະ ເຊື້ອໂຣກຕ່າງໆ ຖ້າມັກໄປຄຸກຄີກັບສັດລ້ຽງ.

ພວກປໍລະສິດຈະມີ Toxoplasma gondii ເຮັດໃຫ້ເກີດໂຣກທອກໂຊພລາສໂມຊິສ ອັນຕະລາຍຫຼາຍກັບຄົນທີ່ມີບັນຫາເລື່ອງພູມຕ້ານທານ ແລະ ແມ່ຍິງຖືພາ ເຊິ່ງມີຜົນກະທົບກັບເດັກທີ່ຢູ່ໃນທ້ອງຢ່າງຮຸນແຮງໄດ້.

ທີ່ມາ:

https://www.sanook.com/health/12301/

https://mgronline.com/onlinesection/detail/9670000009575

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/